Ad

Ad

29 August 2014

ຄວນກຳຈັດໂຕະການພະນັນ ແລະ ຮ້ານກິນດື່ມຢູ່ໃກ້ໂຮງຮຽນ ແລະ ສະຖາບັນການສຶກສາ



    ນັບວ່າເປັນເວລາຫຼາຍປີແລ້ວ ທີ່ໂຕະການພະນັນ, ຮ້ານກິນດື່ມ ແລະ ສິ່ງມົວສຸມຕ່າງໆໄດ້ເປີດ ໃຫ້ບໍລິການຢູ່ໃກ້ເຂດສະ ຖານທີ່ການສຶກສາແຫ່ງຕ່າງໆໃນນະຄອນຫຼວງວຽງຈັນ, ໂດຍທີ່ຂະ ແໜງການກ່ຽວຂ້ອງ,  ແລະ ອຳນາດການປົກຄອງກໍຮູ້ ແລະ ເຫັນໄດ້ບັນຫາໄພອັນຕະລາຍທີ່ເກີດຈາກສະຖານທີ່ດັ່ງກ່າວ, ດ້ວຍການເບື່ອເມົາຊາວໜຸ່ມ, ນັກຮຽນ-ນັກສຶກສາ, ຈົນ ເຮັດໃຫ້ໄວໜຸ່ມ, ນັກຮຽນ-ນັກສຶກສາ ເປັນຈຳນວນບໍ່ໜ້ອຍເສຍເສຍທາດຂາດຄຸນ, ປະລະການສຶກ ສາຮ່ຳຮຽນເພື່ອໄປມົວ ເມົາກັບສິ່ງບໍ່່ດີດັ່ງກ່າວ ແລະ ມາຮອດປັດຈຸບັນສິ່ງດັ່ງກ່າວກໍຍັງຖືກ ເມີນເສີຍ, ບໍ່ໄດ້ຮັບການເອົາໃຈ ໃສ່ແກ້ໄຂແຕ່ຢ່າງໃດຈາກ ພາກສ່ວນກ່ຽວຂ້ອງ, ຊຶ່ງມັນສະແດງອອກຈຳນວນຮ້ານດັ່ງກ່າວນັບມື້ມີຈຳນວນເພີ່ມຫຼາຍຂຶ້ນ, ໂດຍສະເພາະແມ່ນຢູ່ໃກ້ມະ ຫາວິທທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຕ່າງໆ, ທັງພາກລັດ ແລະ ເອກະຊົນ, ຈົນກໍ່ໃຫ້ເກີດຫ່າງສຽງຈົມວ່າ ຈາກສັງຄົມ  ແລະ ປະຊາຊົນຜູ້ ຢູ່ໃກ້ຄຽງ, ລວມເຖິງພໍ່ແມ່ຜູ້ປົກ ຄອງນັກຮຽນ-ນັກສຶກສາເຫຼົ່ານັ້ນ.

          ຕໍ່ບັນຫາທີ່ກ່າວສັງຄົມມີ ຄວາມເປັນຫ່ວງ ແລະ ຂໍຮ້ອງ ມາຍັງພາກສ່ວນກ່ຽວຂ້ອງຄວນມີການກວດກາຢ່າງ ເຂັ້ມ ງວດ ແລະ ໃຊ້ມາດຕະການເດັດຂາດ ເຂົ້າໃນການກຳຈັດປັດເປົ່າບັນ ດາໂຕະການພະນັນ, ຮ້ານກິນດື່ມ ແລະ ສິ່ງມົ້ວສຸມຕ່າງໆ ໃຫ້ຫ່າງໃກ້ອອກຈາກເຂດການສຶກສາເປັນຕົ້ນ: ໂຕະຮັບແທງບານ, ໂຕະສະໜຸກເກີ, ຮ້ານເກນ ແລະ ຮ້ານກິນດື່ມເພື່ອເຮັດ ແນວໃດໃຫ້ເຂດສະຖານບັນການສຶກສາ ປອດຈາກສິ່ງເບື່ອເມົາເຫຼົ່ານັ້ນ, ເພື່ອການສຶກສາຮ່ຳຮຽນ ແລະ ອະນາຄົດຂອງລູກ ຫຼານດີຂຶ້ນ.

No comments:

Post a Comment