Ad

Ad

29 August 2014

ທະນາຄານ​ພັດທະນາ​ລົງທຶນ​ຫວຽດນາມ (BIDV) ສະໜັບ​ສະ​ໜູນ​ທຶນ​ການ​ສຶກສາ ​ແລະ ຄອມ​ພິວ​ເຕີ ໃຫ້​ລາວ​ລວມມູນ​ຄ່າ​ປະມານ 2 ຕື້​ກວ່າກີບ



     ພິທີ​ມອບ​-ຮັບ​ທຶນ​ການ​ສຶກສາ ແລະ ຄອມ​ພິວ​ເຕີ ໃຫ້​ລາວ​ລວມມີ​ມູນ​ຄ່າ​ປະ ມານ 2 ກວ່າຕື້​ກີບ, ໄດ້​ມີ​ຂຶ້ນໃນ​ວັນ​ທີ 28 ສິງຫາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ລະຫວ່າງ ທະນະຄານພັດທະນາການລົງ ທຶນ ສສ ຫວຽດນາມ, ຜູ້ຕາງ ໜ້າກະຊວງ ສຶກສາທິການ ແລະ ກິລາ, ກະຊວງການເງິນ ແລະ ກະຊວງປ້ອງກັນປະເທດ, ເພື່ອ ແນໃສ່ສະໜັບສະໜູນທຶນການ ສຶກສາໃຫ້ແກ່ ນັກຮຽນ, ນັກສຶກສາລາວ ແລະ ມອບຄອມພິວເຕີ ຈຳນວນ 150 ຊຸດ ໃຫ້ແກ່ກະ ຊວງປ້ອງກັນປະເທດ, ກະຊວງ ການເງິນ ແລະ ກະຊວງການຕ່າງປະເທດເພື່ອນຳໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກດີຂຶ້ນ.
     ໃນຈຳນວນທຶນການສຶກສາ ດັ່ງກ່າວລວມມີ 50 ທຶນ, ໃນນັ້ນ ສະເພາະ 15 ທຶນແມ່ນຈະໄດ້ຮັບ ການສຶກສາຢູ່ມະຫາວິທ ຍາໄລ ໃຫຍ່ 3 ແຫ່ງໃນ ສສ ຫວຽດນາມ ແລະ 35 ທຶນ ແມ່ນຈະໄດ້ຮັບ ການສຶກສາຢູ່ມະຫາວິທະຍາໄລ 4 ແຫ່ງໃນລາວ, ເພື່ອແນໃສ່ອູ້ມຊູຊ່ວຍເຫລືອການພັດທະນາຊັບພະຍາກອນມະນຸດຂອງລາວ ໃຫ້ມີຄຸນນະພາບສາມາດປະກອບສ່ວນເຂົ້າໃນ
ການພັດທະນາປະເທດຊາດ ແລະ ການເຊື່ອມ ໂຍງເຂົ້າກັບສາກົນໄດ້ເທື່ອລະ ກ້າວ. ໄປພ້ອມໆກັບທຶນການ ຊ່ວຍເຫລືອດັ່ງ ກ່າວທະນາຄານພັດທະນາການລົງທຶນຫວຽດ ນາມຍັງຈະສະໜັບສະໜູນໃຫ້ນັກສຶກສາລາວໄດ້ມີໂອກາດນຳໃຊ້ ບັດ ATM ຂອງທະນາຄານ BIDV ແລະ ທະນາຄານຮ່ວມ ທຸລະກິດລາວ-ຫວຽດເພື່ອຄວາມສະດວກໃນການໃຊ້ຈ່າຍ ແລະ ຈະສ້າງ ເງື່ອນໄຂໃຫ້ນັກສຶກສາ ດັ່ງກ່າວໄດ້ມີໂອກາດເຂົ້າເຝິກ ງານຢູ່ໃນເຄືອຂ່າຍທະນາຄາ ຂອງຕົນ ແລະ ພາຍຫລັງຮຽນ ຈົບມາກໍ ຈະໄດ້ຮັບບູລິມະສິດເຂົ້າສະໝັກງານໃນທະນາຄານ BIDV ນຳດ້ວຍ.
     ໃນໂອກາດດັ່ງກ່າວຜູ້ຕາງ ໜ້າການນຳກະຊວງສຶກສາທິ ການ ແລະ ກິລາ, ກະຊວງປ້ອງ ກັນປະເທດ, ກະຊວງການຕ່າງ ປະເທດ ແລະ ກະຊວງການເງິນ, ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ທະນາຄານ BIDV ທີ່ໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະ ນາຊັບພະຍາກອນມະນຸດຂອງ ລາວ ແລະ ຊ່ວຍໃຫ້ກະ ຊວງ ດັ່ງກ່າວໄດ້ມີເງື່ອນໄຂນຳໃຊ້ ເຄື່ອງມືທັນສະໄໝເຂົ້າໃນວຽກ ງານຂອງຕົນ, ປະກອບສ່ວນ ເຂົ້າໃນການພັດທະນາປະ ເທດຊາດລາວນັບມື້ເຕີບໃຫຍ່ຂະ ຫຍາຍຕົວ. ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມຂະ ຫຍາຍຕົວຍິ່ງໆຂຶ້ນ.
     ນັບແຕ່ປີ 2005 ມາຮອດປັດ ຈຸບັນ, ທະນາຄານ BIDV ໄດ້ຕັ້ງ ໜ້າປະກອບສ່ວນຊ່ວຍເຫລືອລາວລວມມີມູນຄ່າປະ ມານ 10 ລ້ານໂດລາສະຫະລັດ, ໂດຍ ສ່ວນໃຫຍ່ແມ່ນສະໜັບສະໜູນ ຂົງເຂດການສຶກສາ, ສາທາລະ ນະສຸກ, ຊ່ວຍເຫລືອ ແກ້ໄຂຄວາມທຸກຍາກ, ໄພທຳມະຊາດ ແລະ ການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ- ສັງຄົມລາວ, ປະກອບ ສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິ ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະ ເທດລາວ-ຫວຽດນາມນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ.
    ເຂົ້າຮ່ວມພິທີລົງນາມມອບ ການຊ່ວຍເຫລືອຄັ້ງນີ້, ມີທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າ ການກະຊວງການເງິນ, ທ່ານ ນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທ່ານ ດຣ ກອງສີ ແສງມະນີລັດຖະມົນຕີ ຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ຫງວຽນ ແມ໋ງຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມປະ ຈຳລາວ ແລະ ທ່ານ ເຈີນ ບັກ ຮ່າ ປະທານສະພາບໍລິຫານທະນາຄານ BIDV.

No comments:

Post a Comment