Ad

Ad

29 August 2014

ເກີດເຫດໄຟຟ້າຊ໋ອດເສຍຊີວິດ 2 ຄົນ



    ເຈົ້າໜ້າທີ່ພະແນກສືບສວນ- ສອບສວນ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໄດ້ເກີດເຫດ ໄຟຟ້າຊ໋ອດຄົນເສຍຊີວິດສອງ ກໍລະນີຄື ເວລາປະມານ 22:00 ໂມງຂອງວັນທີ 21 ສິງຫາ 2014, ໄດ້ເກີດໄຟຟ້າຊ໋ອດຄົນເສຍຊີວິດຢູ່ຄອງນ້ຳເຂດ ບ້ານດອນ ກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ຜູ້ຕາຍຊື່ທ້າວ ສົນ ອາຍຸ 25 ປີເປັນກຳມະກອນ, ຍ້ອນເອົາສາຍໄຟຕໍ່ລົງໄປຊ໋ອດເອົາປາຢູ່ຄອງນ້ຳໃກ້ ບ່ອນພັກ ກຳມະກອນຂອງຮ້ານຂາຍ ເຄື່ອງກໍ່ສ້າງແຫ່ງໜຶ່ງ, ໃນກໍລະນີນີ້, ເຈົ້າໜ້າ ທີ່ລະບຸວ່າ: ເກີດ ຈາກຄວາມປະໝາດ ແລະ ການ ໃຊ້ໄຟຟ້າຊ໋ອດເອົາປາກໍເປັນ ການກະທຳທີ່ຜິດຕໍ່ລະບຽບກົດ ໝາຍບ້ານເມືອງນຳອີກ ຈຶ່ງບໍ່ ສາມາດດຳເນີນຄະ ດີໄດ້ ແລະ ອີກກໍລະນີໜຶ່ງແມ່ນເກີດຂຶ້ນເວ ລາປະມານ 18:00 ໂມງຂອງວັນ ທີ 23 ສິງຫາ 2014, ຢູ່ບ້ານ ໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງຜູ້   ເສຍຊີວິດຊື່ທ້າວ ຊຽງແກ່ນ ອາ ຍຸ 45 ປີຢູ່ບ້ານດັ່ງກ່າວ, ຍ້ອນ ເຂົ້າໄປຊ່ວຍເດັກນ້ອຍສອງຄົນ ຖືກໄຟຊ໋ອດຢູ່ຮົ້ວເຮືອນໃກ້ຄຽງຫລັງໜຶ່ງຈົນເຮັດໃຫ້ຕົນເສຍຊີ ວິດ ແລະ ເດັກນ້ອຍ
ກໍໄດ້ຮັບບາດເຈັບ, ສ່ວນເຈົ້າຂອງເຮືອນຕົ້ນເຫດຊື່ທ້າວໄຊພົງ ລັດອາຍຸ 44ປີ, ເຈົ້າໜ້າທີ່ໄດ້ຈັບຕົວມາ ສຶບສວນ-ສອບ ສວນ ໂດຍຮັບສາລະພາບວ່າ: ສາເຫດທີ່ຕົນຕິດຕັ້ງສາຍໄຟອ້ອມຮົ້ວເຮືອນນັ້ນ ແມ່ນວ່າ: ກ່ອນໜ້ານີ້, ໄດ້ມີຄົນ ເຂົ້າມາລັກ ເອົາເປັດ, ໄກ່ທີ່ຕົນລ້ຽງຫລາຍຄັ້ງຈຶ່ງໄດ້ຕໍ່ໄຟເພື່ອ ປ້ອງກັນ ແລະ ບໍ່ຄິດວ່າຈະເກີດ ຄວາມສູນເສຍຮ້າຍແຮງດັ່ງກ່າວ.
    ແນວໃດກໍຕາມ, ເຈົ້າໜ້າທີ່ໄດ້ ກັກຕົວຜູ້ກ່ຽວໃນຂໍ້ຫາປ້ອງກັນ ເກີນກວ່າເຫດເຈດຕະນາໃຫ້ຜູ້ອື່ນເສຍຊີວິດຈຶ່ງຕ້ອງດຳ ເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment