Ad

Ad

29 August 2014

ເກີດອຸປະຕິເຫດລົດເມຕຳເດັກນ້ອຍເສຍຊີວິດ 1 ຄົນ



     ເຈົ້າໜ້າທີ່ຈະລາຈອນເມືອງ ພີນ ແຂວງສະຫວັນນະເຂດໃຫ້ ຮູ້ວ່າ: ເວລາປະ ມານ 18:00 ໂມງ ຂອງວັນທີ 26 ສິງຫາ ຜ່ານມານີ້, ໄດ້ເກີດອຸປະຕິເຫດລົດໂດຍ ສານລະຫວ່າງປະເທດລາວ-ຫວຽດ ນາມ ໝາຍເລກທະບຽນ ບກ 9559 ກຳແພງ ນະຄອນ, ຕຳເດັກ ຍິງອາຍຸພຽງ 11 ປີເສຍຊີວິດຄາ ທີ່ຢູ່ເສັ້ນທາງເຂດບ້ານສົມຖາ ວອນ ເມືອງພີນ ແຂວງສະຫວັນນະເຂດ ເຊິ່ງລົດເມຄັນດັ່ງກ່າວຂັບໂດຍທ້າວ ລິງຕັງ ຊິຮວາ ອາຍຸ 44 ປີສັນຊາດຫວຽດນາມ ແລະ ຜ່ານການສຶບສວນ ຂອງເຈົ້າໜ້າທີ່ຜູ້ ຂັບຂີ່ລົດຮັບສາລະພາບວ່າ: ໄດ້ຂັບມາດ້ວຍຄວາມ ໄວເພື່ອມຸ່ງໜ້າມານະຄອນຫຼວງ ວຽງຈັນ ແລະ ເບິ່ງບໍ່ເຫັນເດັກນ້ອຍຜູ້ ເຄາະຮ້າຍທີ່ຂ້າມທາງຈຶ່ງເກີດອຸປະຕິເຫດຄືດັ່ງກ່າວ.

No comments:

Post a Comment