Ad

Ad

29 August 2014

ການຄ້າມະນຸດເກີດຂຶ້ນໄດ້ຫລາຍຮູບແບບ



ພາບປະກອບ
    ທ່ານພັນຕີ ຄຳປານ ໄຊຍະວົງ ຮອງຫົວໜ້າພະແນກໂຄສະນາ, ກົມຕຳຫລວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະ ຊວງປ້ອງກັນຄວາມສະຫງົບໃຫ້ຮູ້ ວ່າ: ການຄ້າມະນຸດເກີດຂຶ້ນຈາກຫລາຍສາເຫດ ແລະ ມີຫລາຍຮູບແບບ, ຜູ້ຕົກ ເປັນເຫຍື່ອສ່ວນຫລາຍແມ່ນເກີດຈາກການຊື້ຈ້າງຈອບອອຍ, ຕົວະຍົວະຫລອກ ຫລວງ ຂອງຍາດພີ່ນ້ອງ ແລະ ຄົນໃກ້ຕົວ, ການຖືກຂົ່ມຂູ່ ບັງຄັບ ແລະ ການຜູກ ມັດດ້ວຍໜີ້ສິນ ແລະ ການສວຍໃຊ້ຊ່ອງຫວ່າງອື່ນໆ ແລະ ຜູ້ຕົກເປັນເຫຍື່ອການ ຄ້າມະນຸດນັ້ນ, ທຸກ ຄົນແມ່ນຖືກບັງຄັບ, ກົດຂີ່ຂູດຮີດ, ການອອກແຮງງານ, ບໍລິການທາງເພດ, ບັງຄັບ ໃຫ້ເປັນທະຫານສູ້ຮົບ, ຂໍທານ, ອອກ ແຮງງານແບບຂ້າທາດບໍ່ໄດ້ຮັບຄ່າແຮງ, ບໍ່ມີຄວາມເປັນທຳ, ເພາະວ່າເມື່ອຕົກເປັນທາດ ແລ້ວແມ່ນບໍ່ມີສິດຫຍັງ ໃນຕົວເອງ.
    ທ່ານພັນຕີ ຄຳປານ ກ່າວ ວ່າ: ການຄ້າມະນຸດສາມາດປ້ອງກັນໄດ້ຄື:ກ່ອນຕັດສີນໃຈໄປເຮັດ ວຽກຢູ່ຕ່າງແຂວງ ຫລື ຕ່າງ ປະເທດຕ້ອງຊອກຫາຂໍ້ມູນລະອຽດ ແລະ ປຶກສາກັບຄອບຄົວ, ຍາດພີ່ນ້ອງທີ່ເຄີຍໄປເຮັດວຽກຢູ່ຕ່າງແຂວງ ຫລື ຕ່າງປະເທດ ໃຫ້ດີ ແລະ ສຳຄັນຕົນເອງຕ້ອງພິຈາລະນາໃຫ້ຮອບຄອບດີເສຍກ່ອນຈິ່ງຕັດສີນໃຈ.

No comments:

Post a Comment