Ad

Ad

29 August 2014

ເມືອງສີສັດຕະນາກດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ



     ໃນລະຫວ່າງວັນທີ 28-29 ສິງຫານີ້, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມໃຫຍ່ອົງຄະນະ ພັກເມືອງຂອງຕົນຂຶ້ນ, ໂດຍ ການໃຫ້ກຽດເຂົ້າຮ່ວມຂອງສະ ຫາຍ ສິນລະວົງ ຄຸດໄພທູດ ກຳມະການສູນກາງພັກ, ເລຂາຄະ ນະພັກເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາສະຫາຍ ເລຂາຄະນະພັກ ແລະ ເຈົ້າເມືອງ ອ້ອມຂ້າງນະຄອນຫລວງວຽງ ຈັນເຂົ້າຮ່ວມນຳອີກ.
     ໃນກອງປະຊຸມສະຫາຍຜູ້ ວ່າການເລຂາຄະນະພັກເມືອງ ສີສັດຕະນາກ, ໄດ້ຂຶ້ນຜ່ານບົດ ລາຍງານການເມືອງ, ໂດຍໄດ້ຕີ ລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງ ແຕ່ປີ 2009-2014 ພ້ອມທັງສະ ເໜີທິດທາງໜ້າທີ່ຈຸດສຸມໃນ 5 ປີ 2014- 2019. ສະຫາຍວ່າການເລຂາ ພັກເມືອງກ່າວວ່າ: ຜ່ານຈາກ ການເຄື່ອນໄຫວຊີ້ນຳ ນຳພາຂອງອົງຄະນະພັກເມືອງສີສັດຕະນາກສາມາດຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານສາມາດປະຕິບັດນະໂຍບາຍ ຄຸ້ມຄອງ ເສດຖະກິດຕະຫລາດ, ຊຸກຍູ້ການຜະລິດສິນຄ້າຂອງປະຊາຊົນ, ຂະຫຍາຍຕົວຕະຫລອດມາອັນໄດ້ ຊ່ວຍເຮັດໃຫ້ລວມຍອດ ຜະລິດຕະພັນພາຍໃນບັນລຸໄດ້ 2.257 ຕື້ ກີບ, ທຽບໃສ່ປີ 2009 ເພີ່ມຂຶ້ນ 54,05% , ສະເລ່ຍລາຍຮັບຕໍ່ຫົວ ຄົນບັນລຸໄດ້ 3.614 ໂດລາສະຫະ ລັດ/ປີ, ທຽບໃສ່ປີ 2009 ເພີ່ມຂຶ້ນ 78,16% ໃນນັ້ນ, ເມືອງໄດ້ສຸມໃສ່ສົ່ງເສີມທຸກພາກສ່ວນເສດ
ຖະກິດດຳເນີນການຜະລິດທຸລະກິດ, ການຄ້າ, ການບໍລິການຖືກຕ້ອງຕາມລະບຽບກົດໝາຍ. ມາຮອດປັດຈຸບັນທົ່ວເມືອງ ໄດ້ມີຕົວແບບການຜະລິດ 56 ຫົວໜ່ວຍ, ໃນນັ້ນມີສອງຫົວໜ່ວຍໄດ້ຮັບຮອງເປັນຫົວໜ່ວຍຜະລິດຕະພັນໂອດອບ ຂອງ ເມືອງ, ມີໂຮງງານ, ໂຮງຊ່າງຫັດຖະກຳ 296 ຫົວໜ່ວຍ, ມີຕະຫລາດທີ່ຢູ່ໃນການຄຸ້ມຄອງ 5 ແຫ່ງ.
     ຈາກຜົນສຳເລັດທີ່ກ່າວມາ ຂ້າງເທິງນັ້ນ ເມືອງສີສັດຕະ ນາກຍັງຈະຕ້ອງເອົາໃຈໃສ່ແກ້ ໄຂຈຸດອ່ອນຂໍ້ຄົງຄ້າງທີ່ຍັງກີດ ຂວາງການພັດທະນາໃຫ້ສຳເລັດຜົນເປັນຕົ້ນແມ່ນຈະຕ້ອງໄດ້ເພີ່ມທະວີຂຸດຄົ້ນໝົດທ່າແຮງບົ່ມ ຊ້ອນ ພາຍໃນເມືອງເພື່ອພັດ ທະນາເສດຖະກິດໃຫ້ຂະຫຍາຍຕົວ ຕາມທິດສັງຄົມນິຍົມ, ການກໍ່ ສ້າງໂຄງປະກອບເສດຖະກິດ ການຜະລິດ, ທຸລະກິດ, ອຸດສາ ຫະກຳ-ຫັດຖະກຳ, ການຄ້າ-ບໍລິ ການໃຫ້ມີການທັນປ່ຽນແປງ ຢ່າງແຂງແຮງ ແລະ ສົ່ງເສີມຕົວ ແບບການຜະລິດເປັນ ສິນຄ້າດ້ານຕ່າງໆຂອງຄອບຄົວໃຫ້ກວ້າງຂວາງ ແລະ ເຂັ້ມແຂງ, ເອົາໃຈໃສ່ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານໃຫ້ມີປະ ສິດທິພົນກວ່າເກົ່າ, ກະຕຸກຊຸກຍິ໙ການເສຍພັນທະອາກອນຂອງຫົວ ໜ່ວຍທຸລະກິດບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ເອົາໃຈ ໃສ່ການຈັດສັນຄວາມເປັນລະບຽບຮຽບຮ້ອຍ, ການຮັກສາຄວາມສະອາດຕົວເມືອງໃຫ້ດີ ແລະ ອື່ນໆ.

No comments:

Post a Comment