Ad

Ad

29 August 2014

ຊັ້ນຕຳແຫນ່ງຖານະກັບກາລະ ແລະ ເທສະ ( ຄໍລຳ ບັນຫາຈານ ແຍ່ )



ໂດຍ : ວິເສດ ສະແຫວງສຶກສາ​
      ໃນບົດ “ໃນຄວັນຢາ ແລະ ນ້ຳຕາຜີເຜດ” ຂອງຄໍລຳບັນຫາ ຈານແຍ່ປະຈຳວັນສຸກ ແລ້ວນີ້, ຈານແຍ່ໄດ້ພາທ່ານຜູ້ອ່ານ ໄປຊົມບັນຍາກາດໃນ “ເທັກ” ໃນບາເພື່ອຈະໄດ້ ເຂົ້າໃຈບັນຫາສິ່ງບໍ່ສົມມາພາຄວນຈຳນວນສ້ຽວໜຶ່ງຂອງປາກົດການທີ່ມັກ ຈະເກີດຂຶ້ນ ໃນສະຖານທີ່ແຫ່ງນັ້ນໆ.
     ສຳລັບມື້ນີ້, ຈານແຍ່ຍັງມີ ເລື່ອງບາດຕາບາດໃຈອີກອັນໜຶ່ງ ທີ່ໄດ້ພົບທ່າມກາງ ຄວັນຢາ ແລະ ກິ່ນເຫລົ້າ ນັ້ນກໍຄື “ການໃຫ້ ກຽດທີ່ທຳລາຍກຽດ” ແກ່ກັນ ຍ້ອນບໍ່ ຮູ້ກາລະເທສະ (ຕາມທັດສະນະ ສ່ວນຕົວ) ນັ້ນກໍຄືການປະກາດຖານະຕຳແໜ່ງ, ນາມ ມະຍົດ, ວິ ທະຍາຖານະ (ດຣ, ປທ, ປຕ - ດອກເຕີ, ປະລິນຍາໂທ, ປະລິນ ຍາຕີ), ຕຳແໜ່ງວິຊາການ (ສາສະດາຈານ, ຮອງ ສາສະດາຈານ) ໃນເວທີມ່ວນຊື່ນ ເຊິ່ງສ່ວນຫລາຍ ມີແຕ່ຜູ້ເວົ້າ ແຕ່ບໍ່ມີຜູ້ຟັງ.
      ຢູ່ໃນບ່ອນບັນເທີງບາງແຫ່ງ, ຈານແຍ່ກໍເຄີຍຖືກສະເໜີຂຶ້ນໄປ ປະກອບສ່ວນຮ້ອງເພງ (ຄຶດວ່າ ຫລາຍທ່ານກໍຄົງເຄີຍ ຖືກຄືກັນ) ເລື່ອງຂຶ້ນໄປປະກອບສ່ວນມ່ວນ ຊື່ນແບບນັ້ນຖືເປັນເລື່ອງທຳມະ ດາ ເພາະທຸກຄົນໄປສະຖານທີ່ນັ້ນກໍລ້ວນ ແຕ່ຕ້ອງການຄວາມເບີກ ບານສຳລານໃຈ, ແຕ່ການທີ່ໂຄສົກພິທີປະກາດໃຫ້ກຽດແຂກ ໂດຍສາວມາໝົດເລື່ອງຖານະຕຳ
ແໜ່ງ, ຄວາມຮູ້ຄວາມຫລັກ, ນາມມະຍົດນັ້ນ, ຈານແຍ່ເຫັນວ່າມັນກາຍເຖືອດ ເພາະເວລານັ້ນ ບໍ່ ມີໃຜສົນໃຈດອກວ່າ: ຜູ້ຂຶ້ນໄປ ຮ້ອງເພງນັ້ນແມ່ນສິລະປິນແຫ່ງ ຊາດ, ແມ່ນດອກເຕີ, ສາສະດາຈານ ຫລື ແມ່ນອາຈານ. ທຸກຄົນ ຖືຜູ້ຂຶ້ນໄປປະ ກອບສ່ວນຮ້ອງເພງ ນັ້ນ ເປັນພຽງຄົນໆໜຶ່ງທີ່ຕ້ອງ ການມ່ວນຊື່ນ, ຕ້ອງການສະແດງ ຟີຄໍໃຫ້ໝູ່ຟັງ.
     ຈານແຍ່ເອງ, ທຸກຄັ້ງເມື່ອມີການສະເໜີນາມມະຍົດ, ຖານະ ຕຳແໜ່ງໃນສະຖານທີ່ແນວນັ້ນ ກໍຮູ້ສຶກແສບແປບເຂົ້າໄປ ຮອດໝາກກະດອງໃຈ ບໍ່ຮູ້ວ່າຈຳເປັນ ຫຍັງຈະຕ້ອງໃຫ້ກຽດກັນໃນ ບ່ອນຈັ່ງຊັ້ນ. ຢູ່ຕ່າງປະເທດ, ເຂົາມັກຈະແຍກກັນຄັກ ແນ່ວ່າ ຍາມໃດຄວນເອີ່ຍເຖິງຖານະຕຳ ແໜ່ງ, ນາມມະຍົດຂອງກັນ ແລະ ກັນ ເພື່ອເປັນການໃຫ້ກຽດກັນ. ກຽດແບບນີ້ສ່ວນ ຫລາຍເຂົາຈະສະເໜີໃນງານທີ່ມີສັກສີເຊັ່ນ: ໃນງານລະລຶກເຖິງນັກສິລະປິນໂດ່ງ ດັງທີ່ລາລັບດັບຂັນໄປແລ້ວ, ໃນ ງານມະຫະ ກຳເພງ, ໃນງານວັດທະນະທຳ, ໃນງານສິລະປະວັນນະຄະດີຕ້ອນຮັບບຸກຄົນສຳຄັນ ຕ່າງໆ. ເວລາຈັ່ງຊີ້ເຂົາຈຶ່ງສະເໜີນາມມະ ຍົດສິລະປິນ, ດອກເຕີ, ສາສະດາຈານ, ແຕ່ຫາກບໍ່ແມ່ນ ຢູ່ບ່ອນໃດເວລາໃດກໍສະເໜີໝົດ ເພາະພວກເຂົາຖືວ່າການໃຫ້ກຽດ ແກ່ບຸກຄົນໂດຍບໍ່ເບິ່ງກາລະເທສະນັ້ນມັນເປັນການທຳ ລາຍກຽດຫລາຍກວ່າ.
     ຢູ່ຕ່າງປະເທດ ສ່ວນໃຫຍ່ເຂົາ ບໍ່ນິຍົມເອົາຄຳວ່າ: “ດຣ” ໄປໃສ່ ຢູ່ຕໍ່ໜ້າຊື່ນັກບວດ, ນັກສິລະປິນ, ທະຫານ, ຕຳຫລວດ ເພາະພວກ ເຂົາຖືວ່າບຸກຄົນເຫລົ່ານີ້ມີຖານະ ພິເສດ, ມີອາຊີບທີ່ເປັນເອກະລັກ ສະເພາະ, ຖ້າເອົາວິທະຍາຖານະ ຫລື ຊື່ອື່ນໆ ໄປປະປົນແລ້ວ ພວກ ເຂົາຖືວ່າຈະເປັນການບັນທອນ ຄຸນລັກສະນະພິເສດເຫລົ່ານັ້ນ ເພາະຈຸດສູງສຸດຂອງນັກບວດ ກໍ ຄືນັກ ບວດ, ຂອງສິລະປິນກໍແມ່ນ ສິລະປິນ, ຂອງທະຫານ-ຕຳ ຫລວດກໍແມ່ນອາຊີບທີ່ເປັນເອກະ ລັກສະເພາະ, ມີ “ດາວ” ຕິດບ່າ, ມີຊັ້ນນາຍຮ້ອຍ, ນາຍພັນ, ນາຍພົນ ເປັນເຄື່ອງໝາຍວັດແທກ. ເປັນຄວາມຈິງທີ່ວ່າ: ຈະໃສ່ຄຳ ວ່າ: ດຣ, ປທ, ປຕ, ສິລະ ປິນແຫ່ງຊາດ, ສາສະດາຈານ ແລະ ອື່ນໆ ນັ້ນແມ່ນສິດສ່ວນບຸກຄົນ ຈະ ຫ້າມກັນບໍ່ໄດ້, ແຕ່ຢູ່ຫລາຍປະເທດນັ້ນ ເຂົາບໍ່ນິ ຍົມໃສ່ໃນກໍລະນີ ທີ່ຍົກມາຂ້າງເທິງນັ້ນຍິ່ງເປັນເວລາ ແລະ ສະຖານທີ່ປະປົນກັບ ກິ່ນເຫລົ້າ ແລະ ຄວັນຢາແລ້ວພວກເຂົາ ແຮງຄະລຳ.

No comments:

Post a Comment