Ad

Ad

29 August 2014

ທີມຊາດລາວກຽມເປີດສະໜາມຕ້ອນຮັບທີມລວມອະດີດດາວເຕະທີມຊາດເບຣຊິນໃນເຕະບານນັດພິເສດ 13-14 ກັນຍານີ້



         ໃນວັນທີ 28 ສິງຫານີ້ ຢູ່ໂຮງແຮມລັດສະຫມີນະຄອນຫລວງວຽງຈັນ ໄດ້ມີພິທີຖະ ແຫລງຂ່າວການຈັດການແຂ່ງຂັນເຕະບານນັດພິເສດລະຫວ່າງທີມ ຊາດລາວຊຸດກຽມຊູຊຸກິ ຄັບ 2014,  ທີມລ້ານຊ້າງອິນທຣາ ພົບກັບລວມອະດີດ ດາວເຕະທີມຊາດເບຣຊິນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ໄຊບັນດິດ ລາດຊະພົນ ເລຂາທິການສະຫະພັນບານເຕະແຫ່ງ ຊາດລາວ, ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນບານເຕະລ້ານຊ້າງອິນທຣາ, ມີແຂກ ແລະ ສື່ ມວນຊົນເຂົ້າຮ່ວມ.
       ເນື່ອງຈາກປະເທດເບຣຊິນ ເປັນປະເທດທີ່ມີຄວາມດົ່ງດັງໃນເລື່ອງກິລາບານເຕະເປັນຢ່າງ ຫລາຍ, ເປັນແຊ໊ມຫລາຍທີ່ ສຸດຂອງໂລກເຖິງ 5 ສະໄຫມ, ມີນັກເຕະອາຊີບທີ່ສົ່ງອອກຫລາຍທີ່ ສຸດໃນໂລກ. ດັ່ງນັ້ນ,  ສະຫະພັນ ບານເຕະແຫ່ງຊາດ ລາວ ກໍຄືກັບຫລາຍປະເທດໃນອາຊຽນ ຫລື ຫລາຍສະໂມສອນທົ່ວໂລກ ໄດ້ ຈັດການແຂ່ງຂັນເພື່ອເປັນການ ແລກປ່ຽນບົດ ຮຽນໃນກິລາບານເຕະໂດຍໄດ້ເຊີນເອົາທີມບານເຕະທີ່ມີອະດີດດາວເຕະທີມຊາດ ( Play Fair ) ເບຣຊິນ ເຊິ່ງປະກອບມີ
ນັກເຕະອາຊີບທັງອະດີດ ແລະ ປັດຈຸບັນ, ນັກເຕະບາງຄົນ ເປັນທັງນັກເຕະທີມຊາດເບຣຊິນ ແລະ FIFA World cup ເນື່ອງຈາກ ເກືອບຫມົດທຸກຄົນ ເປັນນັກເຕະທີ່ມີປະສົບການຫລາຍ, ດັ່ງ ນັ້ນ, ຈຶ່ງສາມາດແຂ່ງຂັນກັບ ທີມໃນລີກອັນດັບ 1 ຂອງແຕ່ລະ ປະເທດໄດ້ ຫລື ທີມລະຫວ່າງຊາດ ແລະ ສະໂມສອນຈາກຊາດອື່ນໆເພື່ອຄົ້ນຫາຮູບແບບການເຕະບານອັນໂດດ ເດັ່ນຂອງ ໂລກ.
           ໂອກາດນີ້ ທ່ານ ດຣ ໄຊ ບັນດິດ ຣາຊະພົນ ກ່າວວ່າ: ເປັນໂອກາດດີທີ່ພວກເຮົາຈະໄດ້ຮຽນຮູ້ທັກສະ, ເຕັກນິກ ການຫລິ້ນບານແບບຕິດຂອບສະໜາມຂອງບັນດານັກເຕະດັງຂອງປະເທດບຣາຊິນ ດ້ວຍເຫດນີ້ພວກເຮົາຈຶ່ງກຽມທີມ ຊາດ ລາວຊຸດທີ່ຈະຮ່ວມແຂ່ງຂັນຊູຊູກິຄັບ 2014 ແລະ ທີມລ້ານຊ້າງອິນທຣາ ເພື່ອແຂ່ງຂັນເຕະບານມິດຕະພາບກັບ Play fair ເຊິ່ງນັດທຳອິດ ວັນ 13 ກັນຍາ 2014   ທີມຊາດລາວຈະພົບກັບທີມ Play fair  ຢູ່ສະຫນາມເຈົ້າອານຸວົງ ເລີ່ມແຕ່ເວລາ 17 ໂມງ ເປັນຕົ້ນ ໄປ ປີ້ເຂົ້າຊົມ 80.000 ກີບ. ນັດທີ ສອງ ທີມ Play fair ຈະພົບກັບ ສະໂມສອນລ້ານຊ້າງອິນທຣາ ຢູ່ສະ ຫນາມລ້ານຊ້າງອິນອິນ ທຣາຢູ່ບ້ານຫນອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໃນວັນທີ 14 ກັນຍາ 2014  ເວລາ 18 ໂມງ ເຂົ້າຊົມ ລ້າໆ ພ້ອມທັງເປັນການເປີດໂຕສະໜາມແຂ່ງຂັນຂອງທີມລ້ານຊ້າງອິນທຣາຢ່າງເປັນທາງການ ນຳອີກ.
     ສຳລັບທີມ Play Fair ນີ້ ໄດ້ຈັດໂຄງການ Tour of Hope ມາ ແຕ່ປີ 2008 ໂດຍໄດ້ລວມ ເອົາອະດີດນັກເຕະບານ ທີ່ ດົ່ງດັງຂອງບຣາຊິນເປັນຕົ້ນແມ່ນ: Giovan ni, Marcelo, Fabino, Elivel ton, Ze Carlos, Mineiro ແລະ ນັກເ ຕະຄົນອື່ນໆອີກຫລາຍ ທ່ານເຊິ່ງແຕ່ລະປີໄດ້ຜັດປ່ຽນທະວີບເພື່ອສັນຈອນເຕະບານມິດຕະພາບ ແລະ ໃນປີ 2014 ນີ້ ຈຶ່ງຈະ ມາອາຊຽນ ເຊິ່ງປະກອບມີ: ປະເທດລາວ, ມາເລເຊຍ, ຫວຽດນາມ ແລະ ອິນໂດເນເຊຍ ຈຸດປະສົງຂອງໂຄງການ Tour of Hope ເພື່ອ ເຮັດໃຫ້ຫລາຍປະເທດຮູ້ເຖິງຄວາມສາມາດຂອງນັກເຕະບານບຣາຊິນທັງເປັນການແລກ ປ່ຽນບົດຮຽນທາງດ້ານ ກິລາບານເຕະຮ່ວມກັນ.

No comments:

Post a Comment