Ad

Ad

28 August 2014

ຄະນະຜູ້ແທນກົມສາລະນິເທດໄທຢ້ຽມຢາມສຳນັກຂ່າວສານປະເທດລາວ



    ໃນຕອນບ່າຍວັນທີ 27 ສິງ ຫານີ້, ທ່ານ ສູນທອນ ຄັນທະວົງ ອຳນວຍການສຳ ນັກຂ່າວສານປະເທດລາວພ້ອມຄະນະ, ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະ ຜູ້ແທນຈາກກົມສາລະນິເທດ, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກໄທ, ນຳ ໂດຍທ່ານນາງ ລີນນາ ຕັ້ງທະສິລິ ຮອງອະທິບໍດີກົມດັ່ງກ່າວພ້ອມຄະນະ.
    ໃນໂອກາດນີ້, ທ່ານອຳນວຍການສຳນັກຂ່າວສານປະເທດລາວ, ກໍໄດ້ສະແດງ ຄວາມຂອບໃຈຕໍ່ຄະນະຜູ້ແທນດັ່ງກ່າວທີ່ ເດີນທາງມາຢ້ຽມຢາມສຳນັກຂ່າວ ສານ ປະເທດລາວໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສຳນັກຂ່າວສານປະເທດລາວວ່າ: ຂ່າວສານປະເທດລາວ (ຂປລ) ສ້າງຕັ້ງຂຶ້ນໃນວັນທີ 6 ມັງກອນ 1968 ເພື່ອເຮັດບົດບາດເປັນສຳນັກຂ່າວທາງການຂອງລັດຖະບານໃນການໂຄສະ ນະເຜີຍ ແຜ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດນຳສະເໜີສູ່ສັງຄົມ ດ້ວຍຫລາຍຮູບແບບເຊັ່ນ: ໃບຂ່າວ, ໜັງສືພິມປະເທດລາວ, ຮູບພາບ, ໂປສເຕີ, ວາລະສານ, ເວັບໄຊ ແລະ ປັດຈຸບັນມີພະ ນັກງານປະມານ 100 ກວ່າຄົນ.

    ໂອກາດນີ້, ທ່ານນາງ ລິນນາ ຕັ້ງທະສີລິ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານຫົວໜ້າສຳນັກຂ່າວສານປະເທດລາວ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນເປັນກັນເອງ, ພ້ອມທັງລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບບົດບາດຂອງກົມສາ ລະນິເທດວ່າ: ແມ່ນກົມໜຶ່ງທີ່ ຂຶ້ນກັບກະຊວງການຕ່າງປະເທດໄທ, ມີພາລະບົດບາດເຮັດໜ້າ ທີ່ຮູບແບບການທູດວັດທະນາ ທຳ, ສ້າງເຄືອຂ່າຍກັບສື່ມວນຊົນຕ່າງປະເທດກັບສື່ມວນຊົນໄທ, ໂຄສະນາປະຊາສຳພັນ ກ່ຽວກັບການເຄື່ອນໄຫວຂອງລັດ ຖະບານກໍຄືກະຊວງການຕ່າງປະເທດໄທ, ເປັນເວທີຖະ ແຫລ່ງຂ່າວຕໍ່ຕ່າງປະເທດ ແລະ ຕອບໂຕກະແສຂ່າວທີ່ບໍ່ຖືກຕ້ອງ ຕ່າງໆຈາກສາກົນ. ພ້ອມນີ້, ອະທິບໍດີກົມດັ່ງກ່າວຍັງເປັນໂຄສົກຂອງກະຊວງການຕ່າງປະເທດ ໃນການຖະແຫລ່ງຂ່າວຕ່າງໆ ທີ່ພົວພັນກັບຕ່າງປະເທດ, ປັດຈຸບັນມີໜ່ວຍງານສຳຄັນຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງກົມ ດັ່ງກ່າວຄື: ປະມວນ ແລະ ວິ ເຄາະຂ່າວພາຍໃນ ແລະ ຕ່າງປະເທດ, ຕິດຕາມຂ່າວ, ບົດຄວາມຈາກໜັງສືພິມທັງພາຍໃນ ແລະ ຕ່າງປະເທດ ແລະ ການກະ ຈາຍສຽງທາງວິທະຍຸເປັນຕົ້ນ ແລະ ການເດີນທາງມາຢ້ຽມຢາມຄັ້ງນີ້, ເພື່ອເປັນການສ້າງຄວາມ ເຂົ້າໃຈ ແລະ ແລກປ່ຽນປະ ສົບການໃນວຽກງານສື່ມວນຊົນລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສຳນັກຂ່າວສານປະເທດລາວກັບ ກົມສາລະນິເທດ, ກະຊວງການຕ່າງປະເທດໄທເພື່ອກ້າວໄປສູ່ ການພົວພັນຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ດ້ານວັດທະນາທຳຕ່າງໆເພື່ອເປັນການສົ່ງເສີມການຮ່ວມມື ແລະ ຄວາມເຂົ້າໃຈອັນດີລະຫວ່າງ ສອງປະເທດໃຫ້ເລິກເຊິ່ງແໜ້ນ ແຟ້ນຂຶ້ນ.

No comments:

Post a Comment