Ad

Ad

28 August 2014

ໂຍທາຫ້າມລົດບັນທຸກໜັກເກີນ 3,5 ໂຕນແລ່ນຜ່ານເສັ້ນທາງໃໝ່ຫົວຂົວ-ຄຳສະຫວາດໃນໄລຍະເທເບຕົງ



    ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ຜູ້ຂັບຂີ່ລົດບັນທຸກປະເພດນ້ຳ ໜັກເກີນ 3,5 ໂຕນແລ່ນຜ່ານໃນເສັ້ນທາງ ແຕ່ສາມແຍກບ້ານຫົວຂົວຫາບ້ານຄຳສະຫວາດ ເມືອງໄຊ ເສດຖາ ໃນໄລຍະເທເບ ຕົງແຕ່ວັນທີ 22 ສິງຫາຫາ 22 ກັນຍາ 2014 ນີ້, ເພື່ອອຳນວຍຄວາມ ສະດວກໃຫ້ ແກ່ການກໍ່ສ້າງເສັ້ນທາງດັ່ງກ່າວສຳເລັດ ແລະ ແນະນຳໃຫ້ລົດບັນທຸກທີ່ມາແຕ່ເສັ້ນ ທາງບ້ານນາຄວາຍໃຫ້ລ້ຽວຊ້າຍໄປຕາມ ເສັ້ນທາງບ້ານຄຳ ສະຫວາດຫາບ້ານຊຽງດາ ແລະ ລ້ຽວຂວາເຂົ້າເສັ້ນທາງຕັດໃໝ່ ຂ້າມບຶງທາດຫລວງແລ້ວອອກສູ່ເສັ້ນທາງກຳແພງເມືອງ (T4), ສ່ວນລົດບັນທຸກທີ່ມາ ຈາກບ້ານຊຳເຄ້-ໂຊກນ້ອຍ ແມ່ນໃຫ້ລ້ຽວ ຂວາໄປຕາມເສັ້ນທາງໜອງ ໜ່ຽງແລ້ວຕັດອອກໃສ່ເສັ້ນທາງໄກສອນ ( ສີ່ແຍກຫໍ ປະຊຸມແຫ່ງຊາດ ) ແລະ ລົດບັນທຸກທີ່ມາ ຈາກເສັ້ນທາງດອນກອຍມີຈຸດປະສົງໄປເຂດບ້ານຊຳເຄ້, ໂຊກນ້ອຍແມ່ນໃຫ້ນຳໃຊ້ ເສັ້ນທາງກຳແພງເມືອງ (T4) ອອກໃສ່ ເສັ້ນທາງໄກສອນແລ້ວລ້ຽວເຂົ້າເສັ້ນທາງບ້ານໜອງໜ່ຽງ.

    ຫົວໜ້າຮັບຜິດຊອບໂຄງການ ກໍ່ສ້າງເສັ້ນທາງບ້ານຫົວຂົວ-ຄຳສະຫວາດໃຫ້ຮູ້ວ່າ: ໂຄງການກໍ່ ສ້າງເສັ້ນທາງດັ່ງກ່າວມີ ຄວາມຍາວ 7 ກິໂລແມັດ, ໃນນີ້ບໍລິສັດ ເອສເຄຊີ (SKC) ຮັບເໝົາກໍ່ສ້າງ ແຕ່ສາມແຍກຫົວຂົວຫາສາມ ແຍກບ້ານຄຳສະ ຫວາດມີຄວາມຍາວ 4 ກິໂລແມັດ, ປັດຈຸບັນ ການກໍສ້າງຄືບໜ້າພຽງ 20% ແລະ ອີກ 3 ກິໂລແມັດແຕ່ສາມ ແຍກບ້ານຄຳ ສະຫວາດ ຫານາຄວາຍການກໍ່ສ້າງມີຄວາມຄືບ ໜ້າປະມານ 50% ໂດຍແມ່ນບໍລິ ສັດກໍ່ສ້າງ ແລະ ຊຸກຍູ້ກະສິກຳ ເປັນຜູ້ຮັບ ເໝົາກໍ່ສ້າງ, ເປັນເສັ້ນທາງເບຕົງເສີມເຫລັກ, ໜ້າທາງກວ້າງ 15 ແມັດ, ມີລະບົບ ໄຟເຍືອງທາງ, ຮ່ອງລະບາຍນ້ຳ ແລະ ປ້າຍ ສັນຍານຈະລາ ຈອນຄົບຊຸດ ແລະ ຕາມສັນຍາສະບັບ ໃໝ່ທີ່ສອງບໍລິສັດໄດ້ລົງນາມກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນເມື່ອບໍ່ດົນມານີ້, ແມ່ນຈະໃຫ້ສຳເລັດການກໍ່ສ້າງໃນກາງເດືອນກັນຍາປີນີ້.

No comments:

Post a Comment