Ad

Ad

11 August 2014

ປກສ ເມືອງສີສັດຕະນາກ ມອບລົດຈັກ 11 ຄັນ ໃຫ້ເຈົ້າຂອງເດີມ



        ໃນທ້າຍອາທິດຜ່ານມານີ້, ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີມອບລົດຈັກ ຈຳນວນ 11 ຄັນ ຄືນໃຫ້ຜູ້ເປັນເຈົ້າຂອງເດີມ, ພາຍຫຼັງເຈົ້າໜ້າທີ່ ສາມາດເກັບກູ້ມາໄດ້ຈາກກຸ່ມ ແກ໊ງລັກລົດຕ່າງໆ.
          ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ດັ່ງກ່າວໃຫ້ຮູ້ວ່າ: ລົດທີ່ນຳມາ ມອບເທື່ອນີ້ແມ່ນລົດທີ່ເຈົ້າໜ້າທີ່ ເກັບກູ້ຄືນມາໄດ້ຈາກກຸ່ມແກ໊ງ ລັກລົດ ຄື: ທ້າວ ໄມສີ ອາຍຸ 24 ປີ ປັດຈຸບັນຢູ່ບ້ານໄຜ່ລ້ອມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ຖືກກັກຕົວໃນວັນທີ 14 ພຶດສະພາ ຜ່ານມາ ແລະ ທ້າວ ເຍີທໍ່ ອາຍຸ 21 ປີ, ອາຊີບນັກ ສຶກສາຢູ່ບ້ານ ສີດຳດວນ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ຖືກກັກຕົວ ໃນວັນທີ 12 ມິຖຸນາ 2014 ພາຍຫຼັງຮ່ວມ ກັນລັກລົດຈັກປະເພດຮອນດາເວບແລ້ວນຳໄປຂາຍ ຢ່າງຜິດກົດໝາຍ.

No comments:

Post a Comment