Ad

Ad

11 August 2014

ລາວໂທລະຄົມຮັບສະມາຊິກກຳມະບານຊຸດທີ 1



    ໃນວັນທີ 8 ສິງຫານີ້, ບໍລິສັດລາວໂທລະຄົມ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າຈຳນວນ 147 ຄົນ ເຂົ້າເປັນສະມາ ຊິກກຳມະບານໃໝ່ຊຸດທີ 1 ເພື່ອ ເຄື່ອນໄຫວຢູ່ກຳມະບານຮາກ ຖານຂອງບໍລິສັດດັ່ງກ່າວໂດຍ ການເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຄະນະພັກ, ປະທານສະຫະພັນກຳມະບານ, ຫົວໜ້າຝ່າຍປະຕິບັດການ ແລະ ພັດທະນາເຄືອຂ່າຍລາວ ໂທລະຄົມ, ມີບັນດາເລຂາຊາວໜຸ່ມ, ປະທານສະຫະພັນແມ່ຍິງ ແລະ ສະມາຊິກກຳມະບານເຂົ້າຮ່ວມ.
     ການຮັບເອົາສະມາຊິກກຳມະບານໃໝ່ຄັ້ງນີ້, ແມ່ນປະຕິບັດຕາມຂໍ້ຕົກລົງຂອງປະທານສະ ຫະພັນກຳມະບານກະຊວງໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກ ກຳມະບານໃໝ່, ອີງຕາມກົດລະບຽບຂອງສະຫະພັນກຳມະບານລາວ ແລະ ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ປທສ ຄັ້ງ ວັນທີ 19 ມິຖຸນາ 2014. ໂອກາດ ດັ່ງກ່າວ ທ່ານ ສຸພົນ ຈັນທະ ວີໄຊ  ກໍໄດ້ໂອ້ລົມຕໍ່ສະມາຊິກກຳມະບານໃໝ່ໂດຍໄດ້ເນັ້ນກ່ຽວກັບ ພາລະບົດບາດ, ສິດ, ໜ້າທີ່ ແລະ ຜົນປະໂຫຍດຂອງສະ
ມາຊິກກຳມະບານ ແລະ ການເຂົ້າຮ່ວມ ບັ້ນນຳເນີນຊີວິດການເມືອງຂອງສະມາຊິກກຳມະບານພ້ອມທັງຮຽກຮ້ອງໃຫ້ສະມາ ຊິກກຳມະບານທຸກຄົນເອົາໃຈໃສ່ຍົກລະດັບ ຄວາມຮູ້ວິຊາສະເພາະ ແລະ ພາ ສາຕ່າງປະເທດເພື່ອນຳມາໝູນ ໃຊ້ເຂົ້າໃນໜ້າທີ່ ວຽກງານຕົນໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນດີຂຶ້ນກວ່າເກົ່າພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນຂໍ້ຫ້າມ ແລະ ກົດລະບຽບ ເພື່ອເຕືອນສະຕິການເຄື່ອນໄຫວວຽກງານຂອງສະມາຊິກກຳມະບານໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການທີ່ສູນກາງສະ ຫະພັນກຳມະບານວາງ ໄວ້.

No comments:

Post a Comment