Ad

Ad

11 August 2014

ແປຜິດ ເປັນພິດ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ຕະຫລອດເດືອນກໍລະກົດ ຜ່ານມາ, ຄໍລຳ “ບັນຫາຈານແຍ່” ໄດ້ລົງເລິກສະເພາະ ແຕ່ເລື່ອງນາຍພາສາວ່າມັນມີຄວາມສຳ ຄັນ ແລະ ຈຳເປັນແນວໃດສຳລັບປະເທດ ພວກເຮົາໃນຍຸກເຊື່ອມ ໂຍງກັບພາກພື້ນ ແລະ ສາກົນນີ້. ມາມື້ນີ້, ຈານແຍ່ເຫັນວ່າ ຖ້າຢຸດຢູ່ພຽງສ່ຳນັ້ນ ມັນກໍຄົງຈະຕົກໃນ ສະພາບຄືກັບ “ກິນເຂົ້າແລ້ວພັດບໍ່ ທັນໄດ້ເອົາ ນ້ຳລ່ອງຄໍ” ອາດມີອາການແໜ້ນເອິກ ຫລື ດີບໍ່ດີອາດ ແຄ້ນອັກໆກໍເປັນໄດ້. ເລື່ອງ ທີ່ຍັງຢາກເວົ້ານັ້ນ ແມ່ນກ່ຽວກັບພາ ສາ ເຊິ່ງຖືວ່າເປັນອາວຸດ ຫລື ເຄື່ອງມືຫາກິນຕົ້ນ ຕໍຂອງນາຍພາສາ ຫລື ຜູ້ເຮັດໜ້າທີ່ແປພາສານັ້ນເອງ. ແຕ່ການຮຽນພາສາຕ່າງປະເທດ ໃຫ້ໄດ້ຢ່າງລ່ຽນໄຫລປານກັບຄົນ ເກີດກັບພາສາ ນັ້ນໆຄົງເປັນເລື່ອງຍາກປານກື່ງ ຄົກຂຶ້ນຈອມພູເບ້ຍ, ແຕ່ກໍມີບາງຄົນບອກວ່າ: “ມັນບໍ່ເກີນຄວາມ ພະຍາຍາມ” ຂອງຄົນເຮົາຂໍພຽງ ແຕ່ໃຫ້ຮູ້ສົມທົບລະຫວ່າງ ພອນສະຫວັນກັບພອນສະແຫວງ, ແຕ່ ກໍມີບາງຄົນສະລອກກອກຊອກ ຖາມ ວ່າ: “ຖ້າບໍ່ມີພອນສະຫວັນ ເດລະ ?” ເລື່ອງນີ້ ຈານແຍ່ຕອບຍາກເພາະອາຍຸຮອດປານນີ້ແລ້ວ ຕົນເອງຍັງບໍ່ແນ່ໃຈວ່າ: ໃນ ໂລກນີ້ມີ “ພອນສະຫວັນ” ແທ້ ຫລື ບໍ່?.

     ເລື່ອງການແປພາສານີ້ ຕ້ອງເຮັດຄືຢຽບເຮືອທັງສອງແຄມໃຫ້ດຸ່ນດ່ຽງກັນ, ຈະເດັ່ນແຕ່ພາສາ ຕ່າງປະເທດ ແຕ່ດ້ອຍພາ ສາແມ່ຕົນເອງນັ້ນຄົງເປັນໄປບໍ່ໄດ້ເດັດຂາດ, ກົງກັນຂ້າມ ຜູ້ທີ່ເກັ່ງພາສາແມ່ຕົນເອງກ່ອນນັ້ນຈະມັກມີທ່າ ອ່ຽງເກັ່ງພາສາຕ່າງ ປະເທດເພາະໜ້າທີ່ຂອງໄວຍາກອນບໍ່ວ່າຈະເປັນພາສາໃດກໍລ້ວນແລ້ວແຕ່ຄືກັນອ້ອຍຕ້ອຍ ຕ່າງແຕ່ການຈັດ ວາງ ແລະ ລະ ບຽບຂອງພາສາ ເທົ່ານັ້ນ. ໜ້າທີ່ຂອງຄຳນາມ, ກິລິຍາ, ຄຳວິເສດ, ສັບພະນາມ ແລະ ອື່ນໆ ເຮັດໜ້າທີ່ອັນດຽວ ກັນໃນທຸກໆ ພາສາ. ດັ່ງນັ້ນ ໃຜບໍ່ ເກັ່ງພາສາແມ່ຂອງຕົນເອງແລ້ວ ຢ່າຫວັງວ່າຈະເກັ່ງພາສາອື່ນ ແລະ ຢ່າຫວັງວ່າຈະເປັນນາຍພາ ສາທີ່ດີໄດ້. ຫວ່າງບໍ່ດົນມານີ້ ຈານແຍ່ພົບຂໍ້ຄວາມໜຶ່ງ ເຊິ່ງ ອ່ານແລ້ວງົງປານໄກ່ຕາແຕກ ນັ້ນຄືປະໂຫຍກທີ່ວ່າ: “ຂ້າທາດທີ່ ທັນສະໄໝ” ອ່ານແລ້ວຈານແຍ່ກໍ ເລີຍຕັ້ງຄຳຖາມຂຶ້ນວ່າ: ມັນເປັນ ຂ້າທາດແນວໃດ ? ຈຶ່ງເອີ້ນວ່າ: “ຂ້າທາດທີ່ທັນສະໄໝ ?” ຫລື ແມ່ນຂ້ າທາດທີ່ໃຊ້ເຕັກໂນໂລຊີ ສະໄໝໃໝ່ ຫລື ເຮັດວຽກກັບ ເຄື່ອງຈັກຊັ້ນບໍ ?... ສຸດທ້າຍຈຶ່ງ ໄປອ່ານພົບໃນພາສາອັງກິດທີ່ ວ່າ: “MODERN SLAVERY” ຈຶ່ງສະເດືອກຮູ້ວ່າ: ຄຳວ່າ “ຂ້າ ທາດທີ່ທັນສະໄໝ” ນັ້ນ ແມ່ນແປ ຈາກພາສາອັງກິດປະໂຫຍກ ນີ້ເອງ ແລະ ເປັນການແປຜິດຜ້ຽນຈາກຄວາມໝາຍຕົວຈິງຫລາຍ ໂພດ. ຄຳວ່າ: “MODERN SLAVERY” ນັ້ນຖ້າແປໃຫ້ ຖືກຄວາມໝາຍ ກໍແມ່ນ “ຂ້າທາດໃນ ຍຸກປັດຈຸບັນ” ຫລື “ຂ້າທາດໃນ ຍຸກສະໄໝໃໝ່” ແຕ່ຫາກບໍ່ແມ່ນ “ຂ້າທາດທີ່ທັນສະ ໄໝ” ນີ້ຄືຕົວຢ່າງນ້ອຍໆໜຶ່ງຂອງປະໂຫຍກທີ່ ແປຜິດຜ້ຽນ ແຕ່ພັດໄດ້ພິມລົງໃນ ໜັງສືພິມພາສາລາວຂອງພວກ ເຮົາເກືອບ ທຸກສະບັບທີ່ສະເໜີບົດນີ້. ນອກຈາກນີ້ ຍັງມີການແປຊື່ ອົງການຈັດຕັ້ງ, ວັນສຳຄັນຂອງ ສາກົນຈຳນວນຫລວງຫລາຍທີ່ ເມື່ອ ຟັງແລ້ວສິເຄືອງໆຫູເຊັ່ນ: ວັນປອດແຫ້ງໂລກ, ວັນກືກໜັງສື ໂລກ, ວັນຫ້ອງນ້ຳໂລກ, ວັນລ້າງ ມືໂລກ, ກົດໝາຍກໍ່ການຮ້າຍ. ເວລາອົງການ “Save Children Fund U.K” ຍັງເຄື່ອນໄຫວຢູ່ປະ ເທດພວກເຮົາ, ການແປຊື່ອົງການນີ້ເປັນພາສາລາວນັ້ນ ເວົ້າວ່າ: “ອົງການຊ່ວຍເຫລືອເດັກອັງກິດ” ຟັງແລ້ວຄືກັບວ່າອົງ ການນີ້ເຮັດໜ້າທີ່ຊ່ວຍເດັກອັງກິດ ແຕ່ເປັນຫຍັງມາຕັ້ງຢູ່ເມືອງ ລາວ ? ຖ້າແປໃຫ້ຖືກຄວາມໝາຍ ແທ້ໆກໍແມ່ນ “ກອງທຶນທັງກິດ ເພື່ອຊ່ວຍເຫລືອເດັກ” ສ່ວນຄຳ ວ່າ: ວັນປອດແຫ້ງໂລກ ແລະ ອື່ນໆນັ້ນ ເຮົາກໍຕ້ອງແປໃຫ້ໄດ້ ຄວາມໝາຍໃນພາສາລາວເຊັ່ນ: ວັນສາກົນເພື່ອຕ້ານພະຍາດວັນນະໂລກ, ວັນຕ້ານການ ກືກໜັງ ສື..., ວັນສາກົນເພື່ອສົ່ງເສີມການ ນຳໃຊ້ຫ້ອງນ້ຳ, ກົດໝາຍວ່າດ້ວຍການກໍ່ການຮ້າຍ ແລະ ອື່ນໆ ເພາະວ່າການແປ ເປັນພາສາລາວ ນີ້ແມ່ນເພື່ອໃຫ້ຄົນລາວເຂົ້າໃຈ. ດັ່ງນັ້ນ ການແປພາສາ ຫລື ເປັນນາຍພາສານັ້ນ ຈຶ່ງຕິດພັນກັບການຮອບຮູ້ ພາສາຕ່າງປະເທດທີ່ ກ່ຽວຂ້ອງ ແລະ ພາສາປະຈຳຊາດຂອງຕົນຢ່າງສົມດູນກັນອີ່ຫລີ.

No comments:

Post a Comment