Ad

Ad

8 August 2014

ເມືອງຈຳພອນ ແລະ ເມືອງຊະນະສົມບູນໄດ້ຣັບຜົນກະທົບຫລາຍສົມຄວນຈາກໄພນ້ຳຖ້ວມ



     ປັດຈຸບັນເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງໜັກ ເນື່ອງຈາກເກີດມີຝົນຕົກໜັກຕິດຕໍ່ກັນຫລາຍວັນເຮັດໃຫ້ນ້ຳເຊຈຳພອນ ຍຶ່ງຂຶ້ນຢ່າງ ໄວວາ ເຊິ່ງໃນວັນທີ 6 ສິງຫານີ້ ເວລາ 10:00 ໂມງລະດັບນ້ຳເຊແທກໄດ້ 8,23 ແມັດເຮັດໃຫ້ນ້ຳເຊລົ້ນຝັ່ງໄຫລເຂົ້າຖ້ວມເນື້ອທີ່ການຜະລິດ, ເຮືອນຊານບ້ານ ຊ່ອງຂອງປະຊາຊົນຈຳນວນຫລາຍບ້ານ ແລະ ເສັ້ນທາງຄົມມະນາຄົມຫລາຍ ເສັ້ນແມ່ນຖືກຕັດຂາດ ເປັນຕົ້ນເສັ້ນທາງແຕ່ແກ້ງກອກຫາຕາແຫລວ ແລະ ເມືອງ ຊົນນະບູລີ ແມ່ນພົບຄວາມຫຍຸ້ງຍາກ, ລະດັບນ້ຳຖ້ວມເສັ້ນທາງດັ່ງກ່າວເກືອບ 40 ຊັງຕີ ແມັດ, ລົດຈັກບໍ່ສາມາດທຽວໄປ ມາໄດ້ຕ້ອງໄດ້ໃຊ້ເຮືອເປັນພາຫະນະ.
     ທ່ານ ສີທົນ ນັນທະລາດ ເຈົ້າເມືອງຈຳພອນ ໃຫ້ສຳພາດວ່າ: ໄພນ້ຳຖ້ວມຄັ້ງນີ້ແມ່ນເປັນເທື່ອທີ 3 ແລ້ວ, ຈາກການຕິດ ຕາມໄພນ້ຳຖ້ວມຄັ້ງນີ້ອາດຈະເພີ່ມຂຶ້ນເປັນວົງກວ້າງ ເນື່ອງຈາກຝົນຍັງສືບຕໍ່ຕົກບວກກັບນ້ຳເຊຈຳພອນຖືກນ້ຳເຊບັ້ງຫຽງຍູ້ ເຮັດໃຫ້ເກີດມີ ນ້ຳໄຫລຊ້າ ແລະ ຄາດວ່າໄພນ້ຳ ຖ້ວມອາດຈະແກ່ຍາວຫລາຍວັນຂຶ້ນຕື່ມ. ຈາກຂໍ້ມູນໃນເບື້ອງຕົ້ນ ໃຫ້ຮູ້ວ່າ:
ເນື້ອທີ່ການຜະລິດຂອງປະຊາຊົນຖືກເສຍຫາຍປະມານ 70-80%, ໃນນັ້ນມີເນື້ອທີ່ນາຖືກຖ້ວມຈຳນວນເກືອບ 4 ພັນເຮັກ ຕາໃນຈຳນວນ 60 ບ້ານ ຢູ່ເຂດ ໂພນມ່ວງ, ບ້ານດົງເຜິ້ງທົ່ງ, ສະ ຄືນໃຕ້, ໂນນສີທັນ, ແກ້ງປູນ, ເພຍກ່າ, ລຳເທນ, ສະຄືນ ເໜືອ, ວັງເມົາ ແລະ ບ້ານອື່ນໆ. ປັດຈຸບັນ ອຳນາດການປົກຄອງໄດ້ສົມ ທົບກັບປະຊາຊົນ ພ້ອມກັນຍົກຍ້າຍສັດລ້ຽງປະ ເພດຕ່າງໆໄປໄວ້ບ່ອນສູງເປັນທີ່ຮຽບຮ້ອຍແລ້ວ. ຕໍ່ກັບສະພາບນ້ຳຖ້ວມ, ທ່ານເຈົ້າເມືອງ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມສະພາບນ້ຳຖ້ວມ ໂດຍນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ເຊັ່ນ: ນ້ຳດື່ມ ແລະ ຢາປົວພະຍາດ ໄປແຈກຢາຍໃຫ້ປະຊາຊົນ ແລ້ວຈຳນວນໜຶ່ງ.
      ຂະນະດຽວກັນ, ທ່ານ ສົມບູນ ເຮືອງວົງສາ ຮັກສາການເຈົ້າເມືອງຊະນະສົມບູນ ແຂວງຈຳ ປາສັກ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫລັງທີ່ມີຝົນຕົກຕິດຕໍ່ກັນເວລາຫລາຍວັນ ຄືເລີ່ມມາແຕ່ຕົ້ນ ເດືອນກໍລະກົດມາຮອດປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ບັນດາ ບ້ານທີ່ ຢູ່ລຽບແຄມແມ່ນ້ຳເຊໂດນ ແລະ ສາຂາຫ້ວຍຮ່ອງຈຳນວນໜຶ່ງ ຖືກນ້ຳຖ້ວມ ເຊິ່ງໃນນັ້ນມີ 29 ບ້ານ, 2 ພັນກວ່າຄອບ ຄົວ ແລະ ມີເນື້ອທີ່ນາປີ 3.967 ເຮັກຕາຖືກຖ້ວມ ຄາດວ່າເນື້ອທີ່ດັ່ງກ່າວອາດເສຍຫາຍທັງໝົດເນື່ອງຈາກວ່າເປັນເນື້ອທີ່ນາ ທີ່ປັກດຳໃໝ່ ແລະ ເປັນເນື້ອທີ່ຕ່ຳມີນ້ຳຖ້ວມຂັງແກ່ຍາວ.
     ເພື່ອເປັນການກະຕຸກຊຸກຍູ້ ແລະ ຫາຊ່ອງທາງໃນການແກ້ໄຂບັນເທົາທຸກຂອງປະຊາຊົນ, ວັນທີ 6 ສິງຫານີ້, ທ່ານ ສຸປານີ ສີ ລິປຸນໂຍ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມວິຊາການ ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງສົມທົບກັບເມືອງດັ່ງ ກ່າວເພື່ອຕິດຕາມກວດກາເບິ່ງຕົວຈິງຢູ່ເຂດບ້ານນາດ່ານ, ຄີລີ, ດອນແຊ ພ້ອມທັງຊຸກຍູ້ໃຫ້ອຳນາດການປົກຄອງບ້ານເອົາໃຈ ໃສ່ເຝົ້າລະວັງ, ການຍົກຍ້າຍຄອບຄົວປະຊາຊົນ, ສັດ ແລະ ວັດຖຸສິ່ງຂອງຕ່າງໆອອກຈາກເນື້ອທີ່ຕ່ຳໄປໄວ້ບ່ອນສູງ ແລະ ປອດ ໄພຈົນກວ່າສະພາບນ້ຳຈະຫລຸດລົງປົກກະຕິ. ພ້ອມນັ້ນ ກໍໄດ້ຈັດຕັ້ງຄະນະກຳມະການຕ້ານໄພພິບັດຂັ້ນແຂວງ, ເມືອງຕິດຕາມ ກວດກາຢ່າງໃກ້ຊິດ ແລະ ກະກຽມໃຫ້ການຊ່ວຍເຫລືອໃນດ້ານຕ່າງໆຕື່ມອີກ.












No comments:

Post a Comment