Ad

Ad

8 August 2014

ສານຂອງທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນື່ອງໃນໂອກາດ​ວັນ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 47 ປີ ແລະ ວັນ ສປປ ລາວ ​ເຂົ້າ​ອາ​ຊຽນຄົບຮອບ 17 ປີ



    ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ອ່ານ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍໃນ​ໂອກາດ​ວັນ​ຄົບ​ຮອບ 47 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ ( 8 ສິງ ຫາ 1967-8 ສິງຫາ2014)​ ​ແລະ ວັນຄົບຮອບ 17 ປີ ສປປ ລາວ ເຂົ້າ​ອາ​ຊຽນ (23 ກໍລະກົດ 1997-23 ກໍລະກົດ 2014) ​ເຊິ່ງມີ​ເນື້ອ​ໃນສຳຄັນວ່າ: ອາ​ຊຽນ​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ລະ ຫວ່າງ​ລັດຖະບານທີ່​ປະສົບ​ຜົນ​ສຳ​ເລັດ ​ແລະ ​ໄດ້​ຖືກ​ຮັບ​ຮູ້ ​ແລະ ໃຫ້​ຄວາມ​ສຳຄັນ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ແລະ ຜົນ​ສຳ​ເລັດອັນ​ສຳຄັນ​ທີ່​ອາ​ຊຽນຍາດ​ມາ​ໄດ້​ໃນ​ໄລຍະ​ 47 ປີ ສະ​ແດງ​ອອກ​ຄື: ດ້ານ​ການ​ເມືອງ-ຄວາມ​ໝັ້ນຄົງ, ອາ​ຊຽນ​ເປັນ​ພາກ​ພື້ນ​ໜຶ່ງ​ໂດຍ​ລວມ​ແລ້ວ​ມີ​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ ເຊິ່ງ​ເປັນ​ໝາກຜົນແຫ່ງ​ການ​ຮ່ວມ​ມື​ກັນ​ພາຍ​ໃນ​ອາ​ຊຽນ ​ແລະ ລະຫວ່າງອາ​ຊຽນກັບ​ຄູ່​ຮ່ວມ​ມື​ພາຍ​ນອກບົນ​ພື້ນຖານຫລັກການ​ທີ່​ອາ​ຊຽນສ້າງ​ຂຶ້ນ
        ດ້ານ​ເສດຖະກິດ​ເຫັນ​ວ່າເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຂອງ​ອາ​ຊຽນ ​ໂດຍ​ລວມສືບ​ຕໍ່​​ຂະ ຫຍາຍຕົວ​ສູງ ​ແລະ ໝັ້ນ​ທ່ຽງ​ ເຊິ່ງ​ແມ່ນ​ຜົນ​ແຫ່ງ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັນ​ດ້ານ​ເສດຖະກິດ​ພາຍ​ໃນ​ອາ​ຊຽນ ​ແລະ ລະ
ຫວ່າງ​ອາ​ຊຽນກັບ​ພາຍ​ນອກ. ສິ່ງ​ດັ່ງກ່າວ​ເປັນ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ບັນລຸ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015 ກໍ​ຄື​ການ​ສ້າງ​ອາ​ຊຽນ​ໃຫ້​ເປັນ​ຕະຫລາດ ​ແລະ ຖານ​ການ​ຜະລິດ​ໜຶ່ງ​ດຽວ, ເປັນ​ເຂດ​ເສດຖະກິດທີ່​ສາມາດ​ແຂ່ງຂັນ, ມີ​ການ​ພັດທະນາທີ່​ເທົ່າ​ທຽມ​ກັນ ​ແລະ ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ.​
      ດ້ານ​ວັດທະນະ​ທຳ​ສັງຄົມ, ເຖິງ​ວ່າ​ອາ​ຊຽນມີ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ວັດທະນະ​ທຳ, ພາສາ ​ແລະ ສາສະໜາ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ, ແຕ່​ອາ​ຊຽນກໍ​ມີ​ຄວາມ​ກົມກຽວ​ກັນ ​ແລະ ສາ ມັກຄີ​ກັນ​ຍ້ອນ​ມີ​ການ​ເຄົາລົບ​ນັບ ຖື​ເຊິ່ງກັນ ​ແລະ ກັນ, ເຊິ່ງ​ເປັນ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ເອື້ອ​ອຳ ນວຍ​ໃຫ້​ແກ່​ຂະ​ບວນການ​ສ້າງ ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ເປັນ​ສັງຄົມ​ທີ່​ໂອບ​ເອື້ອ​ອາລີ,​ ເຂົ້າ​ໃຈ, ຮັບ​ຮູ້ ແລະ ສົ່ງ​ເສີມ​ຄວາມ​ເປັນ​ເອກະ ລັກ​ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ, ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ອາ​ຊຽນ, ມີ​ນ້ຳ​ໃຈ​ສາມັກຄີ​ອັນ​ໜຶ່ງ​ອັນ​ດຽວ​ໃນ​ທ່າມກາງ​ຄວາມ​ຫລາກ​ຫລາຍ ​ແລະ ພັດທະນາ​ຄົນ​​ໃຫ້​ມີຄວາມ​ຮູ້​ຄວາມ​ສາມາດ ​ແລະ ມີ​ສຸຂະພາບ​ແຂງ​ແຮງ.
       ໃນ​ການ​ຮ່ວມມື​ພາຍ​ນອກ, ອາ​ຊຽນ​ໄດ້​ສືບ​ຕໍ່​ປະຕິບັດ​ນະ​ໂຍ ບາຍ​ເປີດ​ກວ້າງ​ສູ່​ພາຍ​ນອກ ຂອງ​ຕົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍດວ້ຍການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ພາຍ​ນອກ​ເປັນ​ຕົ້ນ​ແມ່ນ​ກັບ​ຄູ່​ເຈລະຈາ​ໂດຍ​ຜ່ານ​ກົນ​ໄກ​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ ເລີ່​ມຄື ອາ​ຊຽນ+1, ອາ​ຊຽນ+3 (ສປ ຈີນ, ຍີ່​ປຸ່ນ ​ແລະ ສ.​ເກົາຫລີ) ​ເວທີ​ພາກ​ພື້ນ​ອາ​ຊຽນ (ມີ​ປະ​ ເທດ​ເຂົ້າ​ຮ່ວມ 27 ປະ​ເທດ) ກອງ​ປະຊຸມ​ລັດຖະມົນຕີປ້ອງ​ກັນ​ປະເທດອາ​ຊຽນບວກ ( ມີ​ປະ​ເທດ ເຂົ້າ​ຮ່ວມ 18 ປະ​ເທດ) ນັບ​ມື້​ນັບ​ເຕີບ​ໃຫຍ່ຂະ ຫຍາຍຕົວທີ່​ໄດ້​ນຳ​ຜົນ​ປະ​ໂຫຍ​ດມາ​ສູ່​ອາ​ຊຽນ ກໍ​ຄື​ຄູ່ຮ່ວມ​ມື​ຂອງ​ຕົນ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງທຶນ ແລະ ການ ທ່ອງທ່ຽວພ້ອມ​ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ລວມແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດ ທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.
     ຕະຫລອດ​ໄລຍະ 17 ປີທີ່​ສາທາລະນະ​ລັດ ​ປະຊາທິປະ​ໄຕ ປະຊາຊົນ​ລາວ​,​ ໄດ້​ເຂົ້າ​ເປັນ​ສະ ມາຊິກ​ອາ​ຊຽນ, ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ສຳລັບ​ພາຍ​ໃນ​ຂອງ ສປປ ລາວ ​​ກໍ​ໄດ້​ເອົາ​ໃຈ​ໃສ່​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ລັດຖະບານ ສະບັບ ​ເລກທີ 04/ລບ, ລົງ​ວັນ​ທີ 30 ​ເມສາ 2013 ​ເພື່ອ​ກະກຽມ ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງ​ໆ​ໃນ​ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ທີ່​ປະກອບ​ດ້ວຍ 5 ​ແຜນ​ວຽກ​ຕົ້ນຕໍ​ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ດັ່ງ​ນີ້: 1.ສ້າງ​ຄວາມ​ເຂົ້າ​ໃຈ​ໃຫ້​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນບັນ ດາ​ກະຊວງ ​ແລະ ຂະ​ແໜງ​ການ​ຕ່າງໆ​, ໄດ້​ຈັດ​ກອງ​ປະຊຸມ​ເຜີ​ຍ​ແຜ່ວຽກ​ງານ​ໃຫ້​ບັນດາ​ແຂວງ ແລະ ອ້ອມ​ຂ້າງ​ນະຄອນຫລວງ ແລະ ​​ຢູ່​ບັນດາ​ອົງການຈັດ​ຕັ້ງ​ທັງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ, ລວມທັງ​ສະ​ຖາ​ບັນ​ການສຶກສາ. ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້​ມີ​ໂຄ ສະນາ​ເຜີຍ​ແຜ່​ທາງ​ສື່​ມວນ​ຊົນ​ຢ່າງ​ກວ້າງ​ຂວາງ​ດ້ວຍ​ຮູບ ຫລາຍ​ຮູບ​ແບບ​ ​ແລະ ອຸດົມສົມ ບູນ​ພໍ​ສົມ​ຄວນ. 2.ສ້າງ​ກົນ​ໄກ ແລະ ປັບປຸງ​ລະບົບ​ປະສານ​ງານ ລະຫວ່າງຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ, ກະ​ຊວງ​ອຸດ​ສະຫະ​ກຳ ແລະ ການ​ຄ້າ​ ໄດ້​ອອກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່​ງຕັ້ງ​ພະນັກ ງານ ​ແລະ ຈຸດ​ປະສານ​ງານ​ອາ​ຊຽນ ​ເພື່ອ​ຮັບຜິດຊອບ​ວຽກ​ງານ​ເຊື່ອມ​ໂຍງ​ເສດຖະກິດ​ອາ​ຊຽນ ຂອງ ສປປ ລາວ, ສຳລັບ​ພາກ​ທຸລະ​ກິດ​ແມ່ນ​ໄດ້​ມອບ​ໃຫ້​ສະພາ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ແຫ່ງ​ຊາດ ​ເປັນ​ຈຸດປະສານ​ງານ​ລະດັບ​ຊາດ, 3. ຄົ້ນ​ຄວ້າ​​ໂຄງ ການ​ຜະລິດ​ສິນຄ້າ, ລາຍການ​ສິນຄ້າ ​ແລະ ລະບົບ​ການ​ບໍລິ ການ​ທີ່​ຕິດ​ພັນ​ກັບ​ທ່າ​ແຮງ​ຂອງ ສປປ ລາວ ​ເພື່ອ​ສາມາດ​ຄ້າຂາຍ ​ແລະ ​ແຂ່ງຂັນ​ໃນ​ຕະຫລາດ​ອາ​ຊຽນ, ກະຊວງ​ອຸດ​ສະຫະ ​ແລະ ການ​ຄ້າ ​ໂດຍ​ສົມທົບ​ກັບ​ອັງກາ​ນ ຈັດ​ຕັ້ງ​ສາກົນ​ຕ່າງໆ ​ໄດ້​ເຮັດ​ບົດ​ຄົ້ນ​ຄວ້າ​ກ່ຽວ​ກັບ​ລາຍການ​ສິນ ຄ້າ​ຍຸດ​ທະ​ສາດ ​ທີ່​ມີ​ທ່​າແຮງ​ໃນ​ການ​ສົ່ງ​ອອກ​ຂອງ ສປປ ລາວ​ໄປ​ຍັງ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ຄູ່​ເຈລະຈາ​ອາ​ຊຽນ ລວມ ທັງ​ເຮັດ​ບົດ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ເຂົ້າ​ຫາ​ຕະຫລາດຂອງ 6 ປະ​ເທດ​ຄູ່​ເຈລະຈາ​ອາ​ຊຽນ ​ແລະ ການ​ນຳ​ໃຊ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ ສປປ ລາວ ທີ່​ໄດ້​ຮັບ​ຈາກ​ບັນດາ​ປະ​ເທດ​ຄູ່​ເຈລະ ຈາ​ດັ່ງກ່າວ. 4 ບູລະນະ​ນິຕິ​ກຳ ແລະ ຂະ​ແໜງ​ການ​ຕ່າງໆ​ສຳລັບ​ການ​ສ້າງ​ຕັ້ງ ​ແລະ ດຳ​ເນີນ​ທຸລະ​ກິດ​ເພື່ອ​ໃຫ້​ພາກ​ທຸລະ​ກິດ​ປັບປຸງ​ຕົວ​ເອງ ​ແລະ ​ເພີ່ມ​ຄວາມ​ສາ ມາດ​ໃນ​ການ​ແຂ່ງຂັນ, ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ຕ່າງໆ​ ໄດ້​ມີ​ການ​ປັບປຸງ​ລະບຽບ​ການ ​ແລະ ກົດໝາຍ​ທີ່​ກ່ຽວຂ້ອງ​ຕົນ ​ເພື່ອ​ໃຫ້​ສອດ​ຄ່ອງ ​ແລະ ຮອງ​ຮັບ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຂອງ ສປປ ລາວ.5 ການ​ສ້າງ​ບຸກຄະລາ​ກອນ​ໃນ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ທີ່​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ກະຊວງ​ສຶກ ສາ​ທິການ ​ແລະ ກິລາ ສືບ​ຕໍ່​​ແຜນ ການ​ຍຸດ​ທະ​ສາດ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ໄລຍະ​ສອງ 2009-2015 ​ໂດຍ​ສຸມ​ໃສ່​ວຽກ​ງານ​ອາ​ຊິ​ວະ​ສຶກສາ​ຄື ການ​ຂະ ຫຍາຍ​ໂຮງຮຽນ​ວິຊາ​ຊີບ,​ ການ​ພັດທະນາ​ຄູ ​ແລະ ​ການ​ສຶກສາ​ຊັ້ນ​ສູງ ​ເພື່ອ​ໃຫ້​ຮັບປະກັນ​ຄຸນ​ນະ ພາ​ບ ​ແລະ ວຸດ​ທິການ​ສຶກສາ​ໃນ​ການ​ເຊື່ອມ​ໂຍງ.
     ນອກຈາກ​ນັ້ນ, ສປປ ລາວ​ເຮົາ​ກໍ​ໄດ້​ລົງທຶນ​ຢ່າງ​ຫລວງຫລາຍ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ກຳນົດ 8 ​ເສັ້ນທາງ​ເປັນ​​ເສັ້ນທາງ​ອາ​ຊຽນ ​ແລະ 4 ສະ ໜາມ​ບິນ​ເປັນ​ສະໜາມ​ບິນ​ອາ ຊຽນ. ມາ​ເຖິງ​ປັດຈຸບັນ, ບັນດາ​ຫົວໜ່ວຍ​ທຸລະ​ກິດ​ການ​ຂົນ​ສົ່ງ, ບໍລິສັດ​ຂົນ​ສົ່ງ​ສິນຄ້າ ​ແລະ ຂົນ​ສົ່ງ​ໂດຍສານ ​ແລະ ອື່ນໆ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເປັນ​ຕົ້ນ​ແມ່ນ​ບັນດາ​ຫົວ​ໜວ່ຍທຸລະ​ກິດ​ການ​ໂຮງ​ແຮມ, ​ເຮືອນ​ພັກ, ຮ້ານ​ອາຫານ, ສະຖານ​ທີ່​ບັນ​ເທິງ ​ແລະ ບໍລິສັດ​ທ່ອງ​ທ່ຽວ ​ເຊິ່ງທັງ​ໝົດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ສປປ ລາວ​ ໄດ້​ມີ​ພື້ນຖານ​ໂຄງ​ລ່າງ​ທີ່ສຳຄັນ ​ແລະ ຈໍ​າເປັນຈຳນວນ​ໜຶ່ງ​ທີ່​ເປ​ັນພື້ນຖານ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ແນ​ໃສ່​ສ້າງ​ໃຫ້ ສປປ ລາວ ກາຍ​ເປັນ​ປະ​ເທດ​ບໍລິການ​ທາງບົກ​ຂອງ​ພາກ​ພື້ນ​ ເພື່ອ​ໃຫ້​ແທດ​ເໝ​າະກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ ສປປ ລາວ ທີ່​ເປັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ທະ​ເລ.
           ການ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນຂອງ ສປປ ລາວ ກໍ​ຄື​ການ​ເຂົ້າ​ຮ່ວມ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປັດຈຸບັນ ແລະ ການ​ເຂົ້າຮ່ວມ​ຂອບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ, ພາກ​ພື້ນ ແລະ ສາກົນ​ອື່ນໆ ​ໄດ້​ປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ ຖະກິດ-ສັງຄົມຂອງ ສປປ ລາວ ໄດ້​ຊ່ວຍ​ໃຫ້​ບໍລິ​ມາດ ​ແລະ ມູນ​ຄ່າ​ການ​ຄ້າ, ການ​ລົງທຶນ, ນັກ​ທ່ອງ​ທ່ຽວ​ທ່ີ​ເຂົ້າ​ມາ​ທ່ຽວ​ປະ​ເທດ​ເຮົາ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ໄດ້​ສ້າງ​ວຽກ​​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​ອັນ​ໄດ້​ປະກອບ​ສ່ວນ​ສຳ ຄັນ​ເຂົ້າ​ໃນ​ການ​ລຶບ ລ້າງຄວາມທຸກ​ຍາກ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ໄດ້​ຮັບ​ການ​ປັບປຸງ​ຂຶ້ນ​ເທື່ອ​ລະ​ກ້າວ.
           ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແມ່ນ​ເປັນ​ຂະ​ບວນການ​ທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ ພາຍຫລັງ​ການ​ປະກາດ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດ ຖະກິດ​ອາ​ຊຽນ​ໃນ​ວັນ​ທີ 31 ທັນ ວາ 2015. ດັ່ງ​ນັ້ນ, ອາ​ຊຽນຈຶ່ງ​ໄດ້​ເລີ່​ມການ​ຮ່າງວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນຫລັງ​ປີ 2015 ​ເພື່ອ​ກຳ​ນົດທິດ​ທາງ​ເດີນ​ຂອງ​ຕົນ​ໃນ​ອະນາຄົດ. ສປປ ລາວ ​ເຫັນ​ວ່າ​ຫລັງ 2015,ອາ​ຊຽນຄວນ​ສືບ​ຕໍ່​ຮັດ​ແໜ້ນ​ການ​ສ້າງ​ປະຊາ​ຄົມ​ທີ່​ປະກອບ​ດ້ວຍ 3 ​ເສົາ​ຄ້ຳ​ຄື ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ, ເສດຖະກິດ ​ແລະ ວັດທະນະ​ທຳ- ສັງຄົມ. ອາ​ຊຽນຈະ​ໄດ້​ສືບ​ຕໍ່​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ລະ ຫວ່າງ​ລັດຖະບານ ​ແລະ ​ເປັນ​ປະ ຊາ​ຄົມ​ທີ່​ຢູ່​ຮ່ວມ​ກັນ​ໃນ​ສັນຕິພາບ ​ແລະ ຄວາມ​ກົມກຽວ​ໃນ​ທ່າມ ກາງ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ວັດທະນະ​ທຳ, ພາສາ ​ແລະ ສາສະໜາ ​ທັງ​ນີ້​ກໍ​ເພື່ອ​ສືບ​ຕໍ່​ຮ່ວມ​ມື​ກັນ​ເພື່ອ​ການ​ພັດທະນາ​ທັງ​ພາຍ​ໃນ​ອາ​ຊຽນ ​ແລະ​ ຂະຫຍາຍ​ການ​ຮ່ວມ​ມື​ກັບ​ພາຍ​ນອກບົນ​ພື້ນ ຖານ​ຫລັກການຂອງ​ອາ​ຊຽນ.
           ຜົນ​ສຳ​ເລັດ​ໃນ​ກາ​ນສ້າງ ສາ​ພັດທະນາຢ່າງຮອບດ້ານ ບວກ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນຢ່າງ​ຫ້າວຫັນ ​ແລະ ມີ​ປະສິດທິ​ຜົນ​ສູງ​ຂອງ ສປປ ລາວ ​ແມ່ນ​ຍ້ອນ​ການ​ຊີ້​ນຳ​ນຳພາ​ຢ່າງ​ໃກ້ຊິດ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ລັດຖະບານ, ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ ​ແລະ ​ເປັນ​ເຈົ້າ​ການ​ຂອງ​ພະນັກ ງານ, ທະຫານ, ຕຳຫລວດ, ນັກ ທຸລະ​ກິດ, ພໍ່ຄ້າ​ຊາວ​ຂາຍ ​ແລະ ປະຊາຊົນ​ລາວ​ທົ່ວ​ປະ​ເທດ ​ແລະ ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ຂອງ​ເພື່ອນ​ອາ​ຊຽນ, ບັນດາ​ຄູ່​ເຈລະຈາ​ອາ​ຊຽນ, ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ສະ​ນັ້ນ, ຂ້າພະ​ເຈົ້າ​ຂໍ​ຖື​ໂອກາດ​ນີ້​ຕາງໜ້າ​ລັດຖະບານ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ມາ​ຍັງ​ທຸກ​ພາກສ່ວນ​ຕໍ່​ການ​ປະກອບສ່ວນ​ອັນ​ສຳຄັນ​ດັ່ງກ່າວ.
           ​ໃນ​ປີ 2016, ສປປ ລາວ ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ປະ ທານ​ອາ​ຊຽນ​ເປັນຄັ້ງ​ທີ 2. ສະ​ນັ້ນ, ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ສ້າງ​ຄວາມ​ກຽມພ້ອມ​ໃນ​ທຸກ​ດ້ານ ​ເພື່ອ​ຮັບປະກັນ​ຜົນ​ສຳ​ເລັດ​ຂອງ​ການ​ເປັນ​ເຈົ້າພາບ ​ແລະ ປະທານ​ອາ​ຊຽນຄັ້ງ​ນີ້ ດັ່ງ​ທີ່​ເຄີຍ​ເຮັດ​ສຳ​ເລັດ​ມາ​ແລ້ວ​ໃນ​ການ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2004- 2005.

No comments:

Post a Comment