Ad

Ad

6 March 2013

ທະນາຄານອຸດສາຫະກຳ ແລະ ການຄ້າ ສປ ຈີນ(ICBC) ສູນຊຳລະສະສາງເງິນຢວນຢູ່ລາວ



           ໃນ​ໂອກາດ​ທີ່​ທ່ານ ລົວ​ສີ ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາ ຄານ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປ ຈີນ (ICBC) ​​ໄດ້​ເຂົ້າພົບ​ປະ ​ແລະ ​ແຈ້ງ​ຄວາມ​ປະສົງ​ໃຫ້​ທ່ານ ຄຳ​ວົງ ທິບ​ພະ​ວົງ ຮອງ​ເລ ຂາ​ຄະນະ​ພັກ, ຮອງ​ຜູ້​ວ່າການ​ທະ ນາຄານ ​ແຫ່ງ ສປປ ລາວ ເມື່ອ ທ້າຍ ເດືອນກຸມພາຜ່ານມາ ໃຫ້ ຮັບ​ຊາບ​ກ່ຽວ​ກັບ ICBC ​ໄດ້​ຮັບ​ການ​ອະນຸຍາດ​ເປັນ​ຕົວ​ແທນ​ໃນ​ການ​ຊຳລະ​ສະ​ສາງ​ເງິນ​ຢວນ (ສູນ​ຊຳລະ​ສະ​ສາງ​ເງິນ​ຢວນ) ຢູ່​ ສປປ ລາວ ​ເພື່ອ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ-ການ​ລົງທຶນ ​ແລະ ການ​ຊຳລະ​ສະ​ສາງ​ລະຫວ່າງ​ສອງ​ປະ​ເທດ ລາວ-ຈີນ ​ເພື່ອສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ສະ​ຖາ​ບັນ​ການ​ເງິນ​ໃນ ສປປ ລາວ ​ແລະ ​ໃນ​ອະນາຄົດ​ມໍ່ໆ​ນີ້, ICBC ຈະ​ຍົກ​ລະດັບ​ຈາກ​ສາຂາ​ນະຄອນຫລວງ​ວຽງ​ຈັນ​ຂຶ້ນ​ເປັນ​ທະນາຄານ​ລູກ. ນອກ​ນີ້ ກໍ​ຈະ​ມີ​ການ​ຊື້ຮຸ້ນ​ທະນາຄານ​ໃດ​ໜຶ່ງ​ໃນ ສປປ ລາວ ໂດຍການ​ຮ່ວມ​ມື​ກັບ​​ສະ​ຖາ​ບັນ​ການ​ເງິນຕ່າງໆ ແລະ ຈະຈັດ​ເຝິກອົບຮົມ​ໃຫ້​ບັນດາ​ຜູ້​ບໍລິຫານ​ທະນາຄານ​ທຸລະ​ກິດ ​ແລະ ທະນາຄານ​ກາງຂອງ​ລາວ ທັງ​ບົດຮຽນ ແລະ ປະສົບ​ການຕ່າງໆ​ກ່ຽວ​ກັບ​​ການ​ບໍລິການ​ດ້ານ​ທະນາຄານ.

       ​ຮອງ​ຜູ້​ວ່າການ​ທະນາ ຄານ​ແຫ່ງ ສປປ ລາວ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່ ICBC ທີ່​ໄດ້​ຕັດສິນ​ໃຈ​ລົງທຶນ (ສ້າງສາ​ຂາ) ຢູ່ ສປປ ລາວ ​ເຊິ່ງ​ໃນ​ໄລຍະ​ໜຶ່ງ​ປີກ​ວ່າ​ຜ່ານ​ມາ, ICBC ສາຂາ​ນະຄອນ ຫລວງ​ວຽງ​ຈັນ ສາມາດ​ສ້າງ​ໄດ້ ຜົນ​ງານ​ຢ່າງ​ຫລວງຫລາຍ ປະກອບສ່ວນ​ສະໜອງ​ແຫ​ລ່ງທຶນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ​ລາວ ​ໂດຍ​ສະ​ເພາະ​ການ​ສະໜອງ​ທຶນ​ໃຫ້​ແກ່​ພາກ​ລັດ ​ແລະ ​ເອກະ​ຊົນ​ ເພື່ອນຳ ໃຊ້ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ກະກຽມ​ໃຫ້​ແກ່​ກອງ​ປະ ຊຸມ​ສຸດ​ຍອດ​ ອາຊີ-​ເອີຣົບ ຄັ້ງທີ IX ຜ່ານ​ມາ, ການ​ຊື້-ຂາຍ​ພັນທະ ບັດ ​ແລະ ວຽກ​ງານ​ອື່ນໆ​ອີກ​ຈຳ ນວນໜຶ່ງ.
     ICBC ​ເປັນ​ທະນາຄານ​ທີ່​ມີ​ປະ ສົບ​ການ​ສູງ​ໃນ​ການ​ບໍລິການ​ລູກ​ຄ້າ ​ໂດຍ​ຜະລິດ​ຕະພັນ​ທີ່​ຫລາກ​ຫລາຍ, ກາຍ​ເປັນ​ທະນາຄານ​ທີ່​ມີ​ຊັບ​ສິນ-​ເງິນ​ຝາກ-ກຳ​ໄລ​ຫລາຍ​ທີ່​ສຸດ, ມີ​ມູນ​ຄ່າ​ຂອງ​ຫຸ້ນ​ສູງ​ທີ່​ສຸດ. ປັດຈຸບັນ ICBC ມີ​ປະມານ 400 ສາຂາ​ຢູ່​ໃນ 39 ປະ​ເທດ​ຂອງ​ໂລກ ​ແລະ ສາມາດ​ເວົ້າ​ໄດ້​ວ່າ: ICBC ​ເປັນ​ທະນາຄານ​ທີ່​ໃຫຍ່​ໃນ ສປ ຈີນ ​ແລະ ​ໃນ​ໂລກນຳອີກ.
       ມື້ດຽວ​ກັນ, ທ່ານ​ຮອງ​ຜູ້​ວ່າ ການ​ທະນາຄານ​ແຫ່ງ ສປປ ລາວ ກໍ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ທ່ານ Tim Lindley ຫົວໜ້າ​ຝ່າຍ​ການ​ລົງທຶນ​ດ້ານ​ທະນາຄານ​ໃນ​ຂົງ​ເຂດ​ປະ​ເທດ​ອົດ​ສະຕຣາລີ ​ແລະ ນິວຊີ​ແລນ ​ເຊິ່ງຄະນະ​ດັ່ງກ່າວ​ມີ​ຄວາມ​ສົນ​ໃຈ​ຊອກ​ຮູ້​ຕະຫລາດ​ການ​ລົງ ທຶນ​ດ້ານ​ທະນາຄານ ​ແລະ ລະ ບຽບ​ຂັ້ນຕອນ​ຕ່າງໆ​ໃນ​ການ​ເຂົ້າ​ເຖິງ​ຕະຫລາດຢູ່ ສປປ ລາວ.

No comments:

Post a Comment