Ad

Ad

6 March 2013

ນ້ຳປະປາເລ່ັ່ງປ່ຽນທໍ່ນ້ຳ ເກົ່າໃນຕົວເມືອງເພື່ອຫລຸດຜ່ອນບັນຫານ້ຳສູນເສຍ



       ລັດ​ວິ​ສາ​ຫະກິດ​ນ້ຳປະປາ​ນະຄອນ ຫລວງ​ວຽງ​ຈັນ ພວມ​ເລັ່ງດຳ​ເນີນ​ການ​ປ່ຽນ​ຖ່າຍ​ທໍ່​ນ້ຳປະປາ​ໃໝ່​ຕົວ​ເມືອງ​ຕ່າງໆຂອງ​ນະຄອນຫລວງ​ວຽງ​ຈັນ, ຫລັງ​ຈາກ​ຫລາຍ​ປີຜ່ານມາ ລັດ​ຕ້ອງ​ເສຍ​ເງິນ​ເປັນ​ຈຳນວນ​ຫລາຍ ຍ້ອນ​ບັນຫານ້ຳປະປາ​ຮົ່ວ​ໄຫລ ​ເຊິ່ງ​ເກີດ​ຈາກ​​ທໍ່​ນ້ຳເກົ່າ​ມີ​ອາຍຸ​ໃຊ້ງານຫລາຍ​ປີ.
        ທ່ານ ສີສະ​ໝອນ ກົງ​ມະນີ ຫົວໜ້າ​ໂຄງການ​ຂະຫຍາຍ​ຕາໜ່າງສະໜອງ​ນ້ຳປະປາ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະ ນາ ​ໃນ​ວັນ​ທີ 4 ມີນາ​ນີ້ວ່າ: ລັດ​ວິ​ສາ​ຫະ ກິດ​ນ້ຳປະປາ​ລາວ ​ໄດ້​ຮັບ​ທຶນ​ຈາກ​ອົງ ການ​ຝຣັ່ງ​ເພື່ອ​ການ​ພັດທະນາ (AFD) ​ເພື່ອ​ຂະຫຍາຍ​ຕາໜ່າງແລະ ຍົກ​ລະດັບ​ຄຸນ​ນະພາ​ບນ້ຳ ປະປາ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ໄລຍະ​ທຳ​ອິດ​ເລີ່​ມ​ແຕ່​ປີ 2000-2005 ​ແມ່ນ​ການ​ສ້າງ​ອ່າງ​ເກັບ​ນ້ຳຂະໜາດ 1.000 ​ແມັດ​ກ້ອນ, ຂະຫຍາຍ​ທໍ່ສົ່ງໃນໄລຍະ ຍາວ 100 ກິ​ໂລ​ແມັດ, ກໍ່ສ້າງ​ເຮືອນ​ໂປ້​ມຊຸກ​ສົ່ງ​ນ້ຳຢູ່​ເມືອງ​ນາ​ຊາຍ​ທອງ ​ແລະ ​ເອົາ​ກົງ​ເຕີນ້ຳ​ເຂົ້າ​ເຮືອນ​ປະມານ 3.500 ກົງ​ເຕີ ​ໃນ 8 ​ເຂດ​ຂອງ 5 ​​ເມືອງ ​ມີມູນ​ຄ່າ​ປະມານ 6,5 ລ້ານ​ເອີ​ໂຣ ​ແລະ ​ໄລ ຍະ​ສອງ ​ແມ່ນ​ເລີ່​ມ​ແຕ່​ປີ 2007- 2009 ​ໂດຍ​ໄດ້​ຮັບ​ການ​
ຊ່ວຍ​ເຫລືອ​ທຶນ​ຈາກ​ອົງການ AFD ​ເຊັ່ນ​ດຽວ​ກັນ ມູນ​ຄ່າ​ປະມານ 5,5 ລ້ານ​ເອີ​ໂຣ ​ເພື່ອ​ປະຕິບັດ​ການ​ວາງ​ທໍ່​ນ້ຳປະປາ​ໃໝ່​ທີ່​ມີ​ຄວາມ​ຍາວ​ປະມານ 105 ກິ​ໂລ​ແມັດ, ຈັດ​ຊື້ອຸປະກອນ​ສ້ອມ​ແປງ​ຮັກສາ​ລະ ບົບ​ທໍ່​ນ້ຳ, ປັບປຸງ​ລະບົບ​ວຽກ​ບໍລິ ຫານ ​ແລະ ຫລຸດຜ່ອນ​ບັນຫານ້ຳ ສູນ​ເສຍ.
         ທ່ານ ສີສະ​ໝອນ ກ່າວ​ວ່າ: ສຳລັບ​ວຽກ​ງານ​ຫລຸດຜ່ອນບັນ ຫານ້ຳສູນ​ເສຍ​ແມ່ນ​ການ​ປ່ຽນ​ຖ່າຍ​ທໍ່​ນ້ຳປະປາ​ເກົ່າ​ທີ່​ມີ​ຄວາມ​ຍາວ 105 ກິ​ໂລ​ແມັດ ​ໂດຍ​ໄລຍະ​ທຳ​ອິດ​ແມ່ນ​ສຳ​ເລັດ​ການ​ປ່ຽນ​ຖ່າຍ​ທໍ່ໄລຍະ 37 ກິ​ໂລ​ແມັດ ​ໃນ​ທ້າຍ​ປີ 2012 ​ແລະ ປັດຈຸບັນພວມ ​ເລັ່ງປ່ຽນ​ຖ່າຍ​ທໍ່​ໃໝ່ຍາວ 26 ກິ​ໂລ​ແມັດ ​ແລະ ປ່ຽນ​ກົງ​ເຕີ້​ແທກ​ນ້ຳປະປາ 9 ພັນ​ກວ່າ​ໜ່ວຍ ​ໃຫ້​ສຳ​ເລັດ​ໃນ​ປີ 2013. ນອກຈາກ​ນີ້ ນະຄອນຫລວງ​ວຽງ​ຈັນ​ຍັງ​ມີ​ຄວາມ​ຕ້ອງການ​ປ່ຽນ​ທໍ່​ນ້ຳປະ ປາ​ໃໝ່​ແທນ​ທໍ່​ເກົ່າ​ຫລາຍ​ກວ່າ 200 ກວ່າ​ກິ​ໂລ​ແມັດ ​ໃຫ້​ສຳ​ເລັດ​ໂດຍ​ໄວ, ​ແຕ່​ຍັງຂາດທຶນ​ຮອນ​ມາ​ປະຕິບັດ. ​ແຕ່​ແນວ​ໃດ​ກໍ​ຕາມ, ລັດ ຖະບານ ກໍ​ພະຍາຍາມ​ຊອກ​ວິທີ​ແກ້​ໄຂ ​ເພາະວ່າ​ທໍ່​ທີ່​ນຳ​ໃຊ້​ໃນ​ປັດ ຈຸບັນ​ມີ​ອາ​ຍຸ​ໃຊ້​ງານ​ຫລາຍ​ສິບ​ປີ​ແລ້ວ ຈຶ່ງ​ເຮັດ​ໃຫ້​ທໍ່​ມີ​ສະພາບ​ຊຸດ​ໂຊມ ​​ແລະ ​ເກດ​ບັນຫານ້ຳຮົ່ວ​ໄຫລ​ຢ່າງ​ຫລວງຫລາຍ​ໃນ​ແຕ່​ລະ​ວັນ ​ເຊິ່ງ​ເຮັດ​ໃຫ້​ລັດ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ເປັນ​ຈຳນວນ​ບໍ່​ໜ້ອຍ​ໃນ​ແຕ່ລະ​ປີ.

No comments:

Post a Comment