ກອງປະຊຸມທົບທວນຄືນ 10 ປີ ການປະຕິບັດແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ,
ປະເທດພວມພັດທະ ນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດທາງຜ່ານສູ່ທະເລ
“ອານມາຕີ” ໄດ້ມີຂຶ້ນໃນວັນທີ 5 ມີນານີ້ ຢູ່ໂຮງແຮມລາວພລາຊາ ນະຄອນ ຫລວງວຽງຈັນ
ໂດຍການເປັນປະທານຂອງທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ,
ທ່ານນາງ ໂນລີນ ເຮເຊີ ຮອງເລຂາທິການໃຫຍ່ອົງການ ສປຊ, ຫົວໜ້າຄະນະກຳມາທິ ການເສດຖະກິດ-ສັງຄົມ
ສປຊ ສຳລັບພາກພື້ນອາຊີ-ປາຊີຟິກ, ທ່ານ ກວນ ຈັນດຣາ ອາຈາເຣຍ ຮອງເລຂາທິການໃຫຍ່ອົງການ
ສປຊ, ຜູ້ຕາງໜ້າຂັ້ນສູງສຳລັບປະເທດດ້ອຍພັດທະນາ, ປະເທດພວມພັດທະນາທີ່ບໍ່ມີຊາຍແດນ
ຕິດທະເລ ແລະ ປະເທດພວມພັດທະນາເກາະດອນນ້ອຍ ແລະ ມີຜູ້ແທນຈາກປະເທດຕ່າງໆເຂົ້າຮ່ວມປະມານ
300 ທ່ານ.
ທ່ານຮອງນາຍົກລັດຖະມົນຕີ ດຣ. ທອງລຸນ ສີສຸລິດ
ກ່າວໄຂກອງປະຊຸມວ່າ: ຕະຫລອດໄລຍະຫລາຍທົດສະວັດຜ່ານມາ, ສະ ຖານະພາບບໍ່ມີຊາຍແດນຕິດທະເລໄດ້ຖືກຮັບຮູ້ວ່າເປັນສິ່ງທ້າທາຍພິເສດທີ່ປະເທດບໍ່ມີຊາຍແດນຕິດທະເລຜະເຊີນຢູ່.
ພ້ອມດຽວກັນນີ້, ໃນຕົ້ນຊຸມປີ 1970 ອົງການສະຫະປະຊາຊາດ ໄດ້ຮັບຮູ້ວ່າ: ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລມີຄວາມເສຍປຽບ
ຍ້ອນທີ່ຕັ້ງພູມສາດຂອງຕົນ ແລະ ມີຄວາມຈຳເປັນຕ້ອງໄດ້ຮັບການຮ່ວມມືຈາກສາກົນ.
ປັດໄຈຕົ້ນຕໍຂອງຄວາມເສຍປຽບດັ່ງກ່າວແມ່ນຄວາມຫ່າງໄກຈາກຕະຫລາດໂລກ, ບໍ່ມີຄວາມສະດວກໃນດ້ານລະບຽບຂັ້ນຕອນການຂົນສົ່ງຜ່ານແດນ
ແລະ ລະບົບໂຄງລ່າງບໍ່ໄດ້ຮັບການພັດທະນາ. ຄວາມເສຍປຽບດັ່ງກ່າວນີ້ຍິ່ງຈະທະວີຄູນຂຶ້ນ
ຖ້າວ່າປະເທດເຫລົ່ານີ້ໄດ້ຮັບຜົນກະທົບຈາກບັນຫາໄພພິບັດຕ່າງໆອີກເຊັ່ນ: ໄພພິບັດທຳມະຊາດ,
ການປ່ຽນແປງດິນຟ້າອາກາດ ແລະ ວິກິດການດ້ານເສດຖະກິດໂລກ. ແຕ່ເຖິງຢ່າງໃດກໍຕາມ,
ສິ່ງທ້າທາຍ ແລະ ບັນຫາດັ່ງກ່າວນີ້ ອາດສາມາດບັນເທົາລົງ ແລະ ຖືກແກ້ໄຂຢ່າງມີປະສິດທິຜົນໄດ້
ຖ້າຫາກມີການຮ່ວມມືອັນແທ້ຈິງ ແລະ ກວ້າງຂວາງລະຫວ່າງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ,
ປະເທດທາງຜ່ານ ແລະ ຄູ່ຮ່ວມມືເພື່ອການພັດທະ ນາ. ສະນັ້ນ, ການຈັດຕັ້ງປະຕິບັດແຜນດຳເນີນງານອານມາຕີ
ຈຶ່ງກາຍເປັນສິ່ງທົດສອບທີ່ຈະແຈ້ງ ວ່າ: ປະຊາຄົມໂລກໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາ
ແລະ ສິ່ງທ້າທາຍຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໄດ້ແນວໃດ.
ຕະຫລອດໄລຍະ 10 ປີຜ່ານ ມາ, ພວກເຮົາສາມາດບັນລຸຜົນ
ສຳເລັດໃນຫລາຍໆດ້ານໃນການແກ້ໄຂຄວາມຕ້ອງການພິເສດ ແລະ ບັນຫາສະເພາະຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ.
ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫລາຍສິ່ງຫລາຍຢ່າງທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ
ເພາະປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລຍັງຕ້ອງຜະເຊີນກັບສິ່ງທ້າທາຍຕ່າງໆ
ໃນການເຊື່ອມໂຍງເຂົ້າກັບລະບົບເສດຖະ ກິດ ແລະ ການຄ້າຂອງພາກພື້ນ ແລະ ສາກົນ
ເນື່ອງຈາກວ່າ ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດແຜນດຳເນີນງານອານມາຕີຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ
ແມ່ນໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກຄວາມອ່ອນໄຫວຂອງໂຄງສ້າງເສດຖະກິດຂອງປະເທດເຫລົ່ານັ້ນ
ຕໍ່ສະພາບການຜັນແປຂອງລະບົບເສດຖະກິດໂລກທີ່ເກີດຂຶ້ນໃນຫວ່າງບໍ່ດົນມານີ້.ສະພາບເສດຖະກິດໂລກ
ແລະ ພາກພື້ນໄດ້ມີການປ່ຽນແປງຢ່າງຫລວງຫລາຍ ໃນຊຸມປີຜ່ານມາອັນໄດ້ເຮັດໃຫ້ໝາກຜົນຂອງການຂະຫຍາຍຕົວທາງເສດຖະກິດຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໃນທົດສະວັດຜ່ານມາ
ຕົກຢູ່ໃນສະພາບທີ່ຖືກຂົ່ມຂູ່ ແລະ ໄດ້ຮັບຜົນກະທົບຢ່າງຫລວງ ຫລາຍ. ທັງນີ້ກໍຍ້ອນວິກິດການດ້ານອາຫານ,
ນ້ຳມັນ ແລະ ການເງິນໂລກ ທີ່ເກີດຂຶ້ນຢ່າງລຽນຕິດໃນບໍ່ດົນມານີ້. ດ້ວຍເຫດນີ້,
ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລຫລາຍປະເທດ ຈຶ່ງບໍ່ສາມາດບັນລຸໄດ້ເປົ້າໝາຍຕ່າງໆດ້ານສັງຄົມ
ລວມທັງເປົ້າ ໝາຍສະຫັດສະວັດເພື່ອການພັດ ທະນາ. ໃນຂະນະດຽວກັນ ກໍມີຫລາຍປະເທດຍັງໄດ້ຮັບຜົນກະ
ທົບຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ບັນຫາການກາຍເປັນທະເລຊາຍ ແລະ
ການເສື່ອມໂຊມຂອງດິນ.
ການຂາດການເຂົ້າຮ່ວມ ແລະ ການປະກອບສ່ວນຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໃນການຄຸ້ມຄອງ
ແລະ ບໍລິຫານລະບົບ ກໍຄືວິວັດທະນາການຂອງເສດຖະກິດໂລກນັ້ນ ເປັນການຮັດແຄບຄວາມເອົາໃຈໃສ່ຂອງສາກົນຕໍ່ບັນຫາຂອງປະເທດເຫລົ່ານີ້.
ການຂະຫຍາຍຕົວດ້ານເສດຖະກິດ ແລະ ສົ່ງອອກຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລຢູ່ພາກພື້ນອາ
ຊີ ແລະ ເອີຣົບ ໃນຊຸມປີຜ່ານມາ, ເວົ້າລວມແມ່ນມີລັກສະນະຂຶ້ນໆລົງໆ ຍ້ອນໄດ້ຮັບຜົນກະທົບຈາກວິກິດການຂອງເສດຖະກິດໂລກ.
ເຖິງວ່າເສດຖະກິດຂອງເຂົາເຈົ້າ ຈະມີການຂະຫຍາຍຕົວຢ່າງເຫັນໄດ້ແຈ້ງ ນັບແຕ່ປີ
2003 ເປັນຕົ້ນ ມາກໍຕາມ, ປະເທດພວມພັດທະ ນາທີ່ບໍ່ມີຊາຍແດນຕິດທະເລ ກໍຍັງສືບຕໍ່ຕົກຢູ່ໃນສະພາບທີ່ຖືກຈຳກັດຮັດແຄບໃນລະບົບການຄ້າໂລກ
ອັນໄດ້ເຮັດໃຫ້ເຂົາເຈົ້າບໍ່ສາ ມາດໄດ້ຮັບຜົນປະໂຫຍດຈາກລະ ບົບໂລກາພິວັດ
ແລະ ນຳໃຊ້ລະ ບົບການຄ້າເປັນເຄື່ອງມືສຳລັບບັນລຸຈຸດປະສົງເປົ້າໝາຍດ້ານການພັດທະນາຂອງຕົນ.
ຕະ ຫລອດທົດສະວັດຜ່ານມາ, ການສົ່ງອອກສິນຄ້າຂອງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໃນລະບົບການຄ້າໂລກ
ກວມເອົາພຽງປະມານ 0,8% ຂອງການສົ່ງອອກໃນໂລກ ແລະ ການບໍລິການພຽງແຕ່ 0,5%. ດ້ວຍເຫດນີ້,
ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ ຈຶ່ງຍັງຈະຕ້ອງຜະເຊີນກັບສິ່ງທ້າທາຍຫລວງຫລາຍໃນການຂຸດຄົ້ນທ່າແຮງຈາກການເຊື່ອມໂຍງເສດຖະ
ກິດພາກພື້ນ ໂດຍສະເພາະການຄ້າ ແລະ ການລົງທຶນໂດຍກົງຈາກຕ່າງປະເທດໃນພາກພື້ນທີ່ເພີ່ມສູງຂຶ້ນ
ກໍຄືການເຊື່ອມໂຍງຂອງເຄືອຂ່າຍທາງດ້ານການຂົນສົ່ງ, ພະລັງງານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.
ພ້ອມດຽວກັນ ນີ້, ການສ້າງຂໍ້ຕົກລົງ ແລະ ສັນ ຍາກ່ຽວກັບສິດທິພິເສດດ້ານການຄ້າຫລາຍໆສະບັບກໍຍັງບໍ່ທັນນຳໄປສູ່ການເປີດໂອກາດທີ່ແທ້ຈິງໃຫ້ແກ່ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໃນການເຂົ້າເຖິງຕະຫລາດ
ແລະ ຂອບການຄ້າໃໝ່ ລະຫວ່າງປະເທດພວມັດທະນານຳກັນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າ
ມີຄວາມຍິນດີແຈ້ງໃຫ້ກອງປະຊຸມຊາບວ່າ: ສປປ ລາວ ໄດ້ເຂົ້າເປັນສະມາຊິກໃໝ່ຫລ້າສຸດຂອງອົງການການຄ້າໂລກໃນເດືອນກຸມພາ
2013 ຜ່ານມານີ້ ແລະ ຫວັງວ່າຈະສາ ມາດຍາດແຍ່ງຜົນປະໂຫຍດຈຳ ນວນໜຶ່ງຈາກການເປັນສະມາ
ຊິກນຳກັນ.
ທ່ານຮອງນາຍົກ ທອງລຸນ ກ່າວວ່າ: ໜຶ່ງໃນບູລິມະສິດອັນຮີບດ່ວນຂອງປະເທດພວມພັດ
ທະນາທີ່ບໍ່ມີຊາຍແດນຕິດທະເລແມ່ນການສ້າງລະບົບຂົນສົ່ງຜ່ານແດນທີ່ມີປະສິດທິພາບ
ອັນປະ ກອບມີການມີຄູ່ຮ່ວມທີ່ແທ້ຈິງລະຫວ່າງພາກລັດ ແລະ ເອກະຊົນ ແລະ ລະຫວ່າງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ,
ປະເທດທາງຜ່ານ ແລະ ຄູ່ຮ່ວມມືເພື່ອການພັດທະນາ ທັງໃນລະດັບຊາດ, ລະດັບອະນຸພາກ
ພື້ນ, ພາກພື້ນ ແລະ ສາກົນ ເພື່ອໃຫ້ການຮ່ວມມືປະສົບຜົນສຳເລັດ ການເປັນຄູ່ຮ່ວມຕ້ອງຢູ່ບົນພື້ນ
ຖານທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈາກການປະຕິບັດມາດຕະການສະເພາະພາຍໃຕ້ແຜນດຳເນີນງານອານມາຕີ.
ປັດໄຈ ຕົ້ນຕໍທີ່ຈະນຳໄປສູ່ຄວາມສຳເລັດແມ່ນການໃຫ້ການສະໜັບສະໜູນດ້ານການເງິນ
ແລະ ເຕັກນິກວິຊາການຈາກວົງຄະນາຍາດສາກົນ ລວມທັງສະຖາບັນການເງິນ ແລະ ການ
ພັດທະນາ ເພື່ອຊ່ວຍເຫລືອປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໃນການແກ້ໄຂບັນ
ຫາ ແລະ ຕອບສະໜອງຄວາມຕ້ອງການສະເພາະດ້ານການຂົນສົ່ງຜ່ານແດນຂອງຕົນ.
ລັດຖະບານລາວ ໄດ້ມີຄວາມມຸ່ງໝັ້ນຢ່າງແຮງກ້າໃນການຈັດ
ຕັ້ງປະຕິບັດແຜນດຳເນີນງານອານມາຕີໃຫ້ມີປະສິດທິຜົນ ໂດຍໄດ້ນຳເອົາເນື້ອໃນຈິດໃຈຂອງແຜນງານດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ.
ເສດຖະກິດແຫ່ງຊາດຂອງພວກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ
8% ຕໍ່ປີ, ການລົງທຶນໂດຍກົງຈາກຕ່າງປະເທດໄດ້ເພີ່ມຂຶ້ນຫລາຍກວ່າ 30% ແລະ ບັນລຸໄດ້ເປົ້າໝາຍການຫລຸດຜ່ອນຄວາມທຸກຍາກທີ່ໄດ້ກຳນົດໄວ້ໃນແຜນການ
5 ປີ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ການຂະ ຫຍາຍຕົວດັ່ງກ່າວນີ້ ໄດ້ເປັນພື້ນ ຖານອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາພາຍໃນປີ
2015 ແລະ ໄດ້ສ້າງເງື່ອນໄຂທີ່ອຳນວຍ ເພື່ອໃຫ້ປະເທດສາມາດຫລຸດພົ້ນ ອອກຈາກສະຖານະພາບຄວາມດ້ອຍພັດທະນາພາຍໃນປີ
2020. ການຄ້າລະຫວ່າງ ສປປ ລາວ ແລະ ຄູ່ການຄ້າຂອງຕົນ ຄາດວ່າຈະຂະຫຍາຍຕົວໄດ້ບົນພື້ນຖານການຮ່ວມມືດ້ານເສດຖະກິດທີ່ສະໜິດແໜ້ນພາຍໃຕ້ປະຊາຄົມເສດຖະກິດອາຊຽນ.
ເພື່ອສົ່ງເສີມການຄ້າ, ແຕ່ລະປະເທດໃນພາກ ພື້ນພວມດຳເນີນການເຈລະຈາ ເພື່ອຫລຸດຜ່ອນຄ່າບໍລິການຢູ່ຈຸດຜ່ານແດນຕ່າງໆ
ແລະ ສ້າງລະ ບຽບການຄ້າ ແລະ ການລົງທຶນ ສຳລັບນັກລົງທຶນຕ່າງປະເທດໃຫ້ມີຄວາມກະຈ່າງແຈ້ງ.
ພ້ອມກັນ ນັ້ນ,ກໍຄາດວ່າການລົງທຶນສອງສົ້ນຈະຂະຫຍາຍຕົວຍ້ອນນັກລົງທຶນເຫັນວ່າມີຄວາມສະດວກຍິ່ງຂຶ້ນໃນການເຄື່ອນຍ້າຍແຮງງານ
ແລະ ວັດຖຸດິບ ພາຍໃຕ້ປະ ຊາຄົມເສດຖະກິດອາຊຽນ.
ຕະຫລອດໄລຍະ 10 ປີຜ່ານ ມາ ໄດ້ມີສິ່ງທ້າທາຍ
ແລະ ກາລະໂອກາດອັນໃໝ່ຫລາຍອັນເກີດຂຶ້ນ ເຊິ່ງປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລບໍ່ສາມາດມອງເຫັນໄດ້
ໃນໄລຍະທີ່ອົງການ ສປຊ ໄດ້ຮັບຮອງເອົາແຜນດຳເນີນງານ ອານມາຕີ ສຳລັບປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ
ໃນປີ 2003. ສະ ນັ້ນ, ການກຳນົດຂົງເຂດການພັດທະນາອັນໃໝ່ຂອງສາກົນທີ່ຈະຖືກຮັບຮອງເອົາໃນຕໍ່ໜ້າ
ໂດຍສະເພາະໃນຂະບວນການສ້າງເປົ້າໝາຍການພັດທະນາພາຍຫລັງປີ 2015 ກໍຄືເປົ້າໝາຍການພັດທະນາແບບຍືນຍົງນັ້ນ
ຕ້ອງສຸມໃສ່ການແກ້ໄຂບັນຫາຂອງປະເທດທີ່ມີເງື່ອນໄຂພິເສດ ໂດຍສະເພາະປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລ.
ວິກິດການ 3 ດ້ານທີ່ເກີດຂຶ້ນຫວ່າງບໍ່ດົນມາ ນີ້ ແລະ ຜົນກະທົບທີ່ເພີ່ມຂຶ້ນຈາກການປ່ຽນແປງດິນຟ້າອາກາດ
ຍິ່ງເຮັດໃຫ້ຄວາມອ່ອນໄຫວຂອງປະເທດທີ່ມີຄວາມຕ້ອງການພິເສດເຊັ່ນ: ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ການເປັນຄູ່ຮ່ວມສາກົນດ້ານການພັດ ທະນາອັນໃໝ່ ຕ້ອງໃຫ້ຖືເອົາປະເທດເຫລົ່ານີ້ເປັນບູລິມະສິດໃນການສະໜັບສະໜູນ
ແລະ ຊ່ວຍເຫລືອເຂົາເຈົ້າໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກໍຄືຄວາມເຂັ້ມແຂງຂອງຕົນໃນການພັດທະ
ນາແບບຍືນຍົງໃນໄລຍະຍາວ.
No comments:
Post a Comment