Ad

Ad

7 March 2013

ບໍ່ແກ້ວ-ດຽນບຽນ ເພີ່ມທະວີການ ຮ່ວມມືວຽກງານປ້ອງກັນຄວາມສະຫງົບ



     ໃນວັນທີ 5 ມີນາ, ປກສ ແຂວງບໍ່ແກ້ວ ແລະ ປກສ ແຂວງ ດຽນບຽນ ສສ ຫວຽດນາມ ໄດ້ ພົບປະແລກປ່ຽນບົດ ຮຽນດ້ານ ວຽກງານປ້ອງກັນຄວາມສະ ຫງົບສຸກຂຶ້ນ ຢູ່ຮ້ານອາຫານແດນ ລາວຂອງແຂວງບໍ່ແກ້ວ. ເຂົ້າ ຮ່ວມຝ່າຍລາວມີທ່ານ ພັນໂທ ຫຸມແພງ ອິນທະຈັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ ແກ້ວ, ຝ່າຍ ສສ ຫວຽດນາມ ມີ ທ່ານ ພັນເອກ ຊຸ່ງອາຫົ່ງ ກຳມະການພັກແຂວງ, ຮອງຫົວໜ້າຄະນະສະພາແຫ່ງຊາດທັງເປັນຫົວໜ້າ ປກສ ແຂວງດຽນບຽນ ພ້ອມດ້ວຍຄະ ນະທັງສອງຝ່າຍ ເຂົ້າຮ່ວມ.
    ການພົບປະແລກປ່ຽນບົດຮຽນເທື່ອນີ້ເປັນເທື່ອທີ 5 ເຊິ່ງທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບລວມການຈັດຕັ້ງ ປະຕິບັດວຽກງານປ້ອງກັນຄວາມສະຫງົບເປັນຕົ້ນຈຸດພິເສດ-ທີ່ຕັ້ງຂອງແຂວງ, ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນແຂວງ, ບັນຫາຢາເສບຕິດ, ບັນຫາຂີ້ລັກ-ງັດແງະ, ບັນຫາຄົນເຂົ້າເມືອງຜິດກົດໝາຍ, ສະພາບຊາຍແດນ ລາວ-ໄທ, ລາວ-ມຽນມາ, ການຕ້ານ ແລະ ສະກັດກັ້ນປາກົດການຕ່າງໆທີ່ເກີດຂຶ້ນ ແລະ ບັນຫາອື່ນໆ. ໂອກາດນີ້ ທັງສອງຝ່າຍກໍໄດ້ພ້ອມກັນວາງ ທິດທາງແຜນການຮ່ວມມືປ້ອງກັນຄວາມສະຫງົບທາງການເມືອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະ ບຽບຮຽບຮ້ອຍຂອງສອງປະເທດເວົ້າລວມ, ເວົ້າສະເພາະແຂວງບໍ່ແກ້ວກັບແຂວງດຽນບຽນ. ພ້ອມກັນສືບຕໍ່ໜ້າທີ່ວຽກງານ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກການພົບປະແລກປ່ຽນບົດຮຽນເທື່ອນີ້ ນຳອີກ.

No comments:

Post a Comment