Ad

Ad

2 April 2013

ກອງປະຊຸມຫ້ອງການສະມາຄົມສາກົນບັນດາເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ ຄັ້ງທີ 75 ໄຂຂຶ້ນຢູ່ວຽງຈັນ



            ກອງປະຊຸມຫ້ອງການສະມາຄົມສາກົນບັນດາເຈົ້າຄອງນະຄອນ,ຜູ້ຮັບຜິດ ຊອບນະຄອນຫລວງ ແລະ ເທສະບານ ທີ່ນຳໃຊ້ພາສາຝຣັ່ງຄັ້ງທີ 75 ໄດ້ໄຂຂຶ້ນ ຢ່າງ ເປັນທາງການໃນວັນ ທີ 1 ເມສາ 2013 ຢູ່ໂຮງແຮມດອນຈັນພາເລດ ນະຄອນ ຫລວງວຽງຈັນ ໂດຍມີທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫລວງວຽງຈັນ ສປປ ລາວ,ທ່ານ ແບກຕຣັງ ເດີລາໂນຍ ເຈົ້າຄອງນະຄອນຫລວງປາຣີ ປະເທດຝຣັ່ງ,  ປະທານສະມາຄົມບັນດາ ເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF),  ມີບັນດາສະມາຊິກຫ້ອງການ AIMF ພ້ອມດ້ວການນຳນະຄອນຫລວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
          ທ່ານ ສຸກັນ ມະຫາລາດ ໄດ້ກ່າວບາງຕອນໃນໂອກາດໄຂກອງປະຊຸມ ວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດທີ່ໄດ້ຄຽງບ່າ ຄຽງໄຫລ່ກັບບັນດາທ່ານເພື່ອຮ່ວມເຮັດວຽກ ແລະ ຄົ້ນຄວ້ານະໂຍບາຍການພັດທະນາໃນກອງປະຊຸມຫ້ອງການສະມາຄົມສາ ກົນບັນດາເຈົ້າຄອງນະຄອນທີ່ນຳໃຊ້ສາພາຝຣັ່ງໃຫ້ມີບົດບາດເດັ່ນ ຂຶ້ນໃນເວທີສາກົນ,ຖືເປັນກຽດ ແລະ ໂຊກດີ ທີ່ໄດ້ເຄື່ອນ ໄຫວຄຽງບ່າຄຽງໄຫລ່ກັບບັນດາເຈົ້າ ຄອງຟຣັງໂກໂຟນີ ໃນການຮ່ຳຮຽນເອົາບົດຮຽນໃໝ່ທີ່ມີຜົນສຳເລັດ ແລະ ແນວຄິດລິ ເລີ່ມໄຂ ປະຕູສູ່ສາກົນ ແລະ ບົດຮຽນອັນປະເສີດໃນຍຸກໂລກາພິວັດຄືດັ່ງ ທີ່ເຮົາໄດ້ຮູ້ດີວ່າຫ້ອງການສະມາຄົມສາກົນບັນດາ
ເຈົ້າຄອງນະຄອນແມ່ນມີບົດບາດສຳຄັນໃນເວທີສາກົນເປັນຕົ້ນແມ່ນການ ແລກ ຽນບົດຮຽນພັດທະນາ ຕົວເມືອງໃນປະເທດ ທີ່ຈະເລີນແລ້ວກັບຕົວເມືອງປະເທດທີ່ພວມພັດທະນາ ຊຶ່ງໃນໄລຍະຜ່ານມາ ນັບແຕ່ນະຄອນຫລວງວຽງຈັນ ໄດ້ເປັນສະມາ ຊິກ (ແຕ່ປີ 1992) ກໍໄດ້ອອກເຫື່ອເທແຮງ ເພື່ອປະ ຕິບັດພັນທະຂອງຕົນໄດ້ຢ່າງສົມ ກຽດ ແລະ ຍາດແຍ່ງໂຄງການພັດທະ ນາແບບຍືນຍົງ ເຊິ່ງມາ ຮອດປັດຈຸບັນມີປະຊາ ກອນໃນ ນະຄອນຫລວງວຽງຈັນ ປະມານ 17.000 ຄົນ ໄດ້ຮັບການສະໜອງ ນ້ຳປະປາ ແລະ ໂຮງຮຽນ ມສ ວຽງຈັນ ກໍໄດ້ມີຫ້ອງທົດສອບ ການຮຽນພາສາຝຣັ່ງອີກດ້ວຍ. ສຳລັບ 5 ບ້ານ ຢູ່ຊານເມືອງ ຂອງນະຄອນຫລວງວຽງຈັນ ກໍ ໄດ້ມີນ້ຳດື່ມສະອາດ ເຊິ່ງ ເຂົາ ເຈົ້າໄດ້ມີຄວາມດີໃຈ ແລະ ຮູ້ບຸນ ຄຸນຕໍ່ການຊ່ວຍເຫລືອຂອງ AIMF ເພາະເປັນການແກ້ໄຂຊີ ວິດການເປັນຢູ່ເພື່ອຫລຸດພົ້ນ ອອກຈາກຄວາມທຸກຍາກຕາມ ນະໂຍບາຍຂອງລັດຖະບານ. ອີກ ປະການໜຶ່ງກໍເພື່ອບັນລຸເປົ້າ ໝາຍສະຫັດສະວັດແຫ່ງການ ພັດທະນາ.
            ເຈົ້າຄອງນະຄອນຫລວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ ສືບຕໍ່ເພີ່ມທະວີຊ່ວຍເຫລືອນະຄອນຫລວງວຽງຈັນໃນຂະ ແໜງນ້ຳ, ບຳບັດນ້ຳເປື້ອນ  ແລະ ການປ້ອງກັນມໍລະດົກ ເຊິ່ງເປັນແຫລ່ງກຳເນີດຂອງສັນຕິພາບການພັດທະນາ ແລະການຂະ ຫຍາຍໂຄງການຂຶ້ນທະບຽນ ບ້ານ ເຊິ່ງແມ່ນຄວາມຈຳເປັນພາວະວິໄສ ເພື່ອເພີ່ມລາຍຮັບທາງການເງິນກຸ້ມຕົນເອງໃນການໃຊ້ ຈ່າຍເຮັດໃຫ້ນະຄອນຫລວງວຽງຈັນ ເປັນເມືອງທີ່ສະຫງົບສຸກ, ສະອາດ, ສີຂຽວ, ສຸຂະພາບ ແລະ ພັດທະນາທີ່ຍືນຍົງ.
            ໃນຕອນຄ່ຳຂອງວັນດຽວ ກັນນີ້,ທ່ານ ແບກຕຣັງ ເດີລາ ໂນຍ ເຈົ້າຄອງນະຄອນຫລວງປາຣີ, ປະທານສະມາຄົມ ບັນດາເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ ກໍໄດ້ໃຫ້ກຽດຈັດງານລ້ຽງ ຮັບຮອງບັນດາຜູ້ແທນສະມາຊິກຫ້ອງການສະມາຄົມ ບັນດາເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງທີ່ໄດ້ເດີນທາງມາເຂົ້າ ຮ່ວມກອງກອງປະຊຸມ AIMF ຄັ້ງ ທີ 75 ຢູ່ໂຮງແຮມດອນ ຈັນພາເລດນະຄອນຫລວງວຽງຈັນ.

No comments:

Post a Comment