Ad

Ad

3 April 2013

ມີຜູ້ໂຊກດີຄົນທີສອງໄດ້ຮັບລາງວັນ 100 ລ້ານກີບກ້ອງຝາໂອອີຊິ



       ວັນທີ 29 ມີນາທີ່ຜ່ານມານີ້ ຢູ່ ຄິວລົດເມຕະຫລາດຂົວດິນ ນະຄອນຫລວງ ວຽງຈັນ ໄດ້ມີພິ ທີມອບເງິນຈຳນວນ 100 ລ້ານ ກີບ ໃຫ້ຜູ້ໂຊກດີທີ່ດື່ມໂອອີຊິແລ້ວ ພົບເຫັນລາງວັນຢູ່ກ້ອງຝາໃນ ໂຄງການ “ ເປີດປຸບຮັບປັບ” ຂອງຜະລິດຕະພັນເຄື່ອງ ດື່ມໂອອີ ຊິ ຜູ້ໂຊກດີຄືທ້າວ ສັນຕິສຸກ ວັນ ນະເດດ ອາຍຸ 35 ປີ, ອາຊີບຂັບ ລົດ ຢູ່ບ້ານໄຊສົມບູນ ເມືອງໄຊ ທານີ ນະຄອນ ຫລວງວຽງຈັນ, ເຊິ່ງເປັນຜູ້ໂຊກດີຄົນ ທີສອງທີ່ໄດ້ ຮັບລາງວັນໃຫຍ່ດັ່ງກ່າວ ໂດຍ ທ່ານ ສົມກຽດ ລາມມະສູດ ກຳ ມະ ການຜູ້ ຈັດການບໍລິສັດ ສະ ຫຍາມ ອິນເຕີເນຊັນແນລ ປະ ເທດລາວ ຈຳກັດ ແລະ ທ່ານ ນາງຄັດສະນັນ ມາໂນດນະຣຶມົນ ຜູ້ອຳ ນວຍການພັດທະນາທຸລະ ກິດການຂາຍເຄື່ອງດື່ມໂອອີຊິ ແຫ່ງປະເທດໄທ.       ການຖືກລາງວັນຄັ້ງນີ້ ແມ່ນຄົນທີ 11 ທີ່ໄດ້ ຮັບລາງວັນ ກ້ອງຝາໂອອີຊິ ໂດຍລາງວັນທັງ ຫມົດໃນໂຄງການມີເງິນສົດ 100 ລ້ານກີບ ຈຳນວນ 3 ລາງວັນ, ເງິນສົດ 10 ລ້ານ ກີບ ຈຳນວນ 33 ລາງວັນ ແລະ ດື່ມໂອອີຊິລ້າໆຈຳ ນວນຫລາຍກວ່າ 3 ແສນລາງ ວັນ ລວມມີມູນຄ່າເຖິງ 3 ຕື້ກວ່າ ກີບ ເຊິ່ງ ເມື່ອບໍ່ດົນມານີ້ ຜູ້ໂຊກ ດີຖືກລາງວັນ 100 ລ້ານກີບ ເປັນ ຜູ້ທຳອິດຢູ່ແຂວງຈຳປາສັກ ພາຍ ຫລັງໂຄງການດັ່ງກ່າວເລີ່ມຕົ້ນ ມາແຕ່ເດືອນມັງກອນ 2013 ນີ້ ເທົ່ານັ້ນ.

No comments:

Post a Comment