Ad

Ad

3 April 2013

ມາຮູ້ຈັກກັບການປ່ຽນ ຄ.ສ ແລະ ພ.ສ ໃຫມ່ຕື່ມອີກ



ໂດຍ: ພີລາໜໍ່ຄຳ ດາຣາສັກ
        ປະຕິທິນສາກົນທີ່ຊາວໂລກ ສ່ວນໃຫຍ່ຮັບຮູ້ ແລະ ຢຶດຖືກັນ ມານີ້, ຖ້າຈະ ເວົ້າແລ້ວແມ່ນເກີດ ລຸນຫຼັງປະຕິທິນລາວ ເຮົາທີ່ຢຶດຖືກັນມາຕັ້ງແຕ່ບູຮານນະການ ເຖິງ 243 ປີ, ເພາະປະຕິທິນສາກົນທີ່ຫຼາຍໆປະເທດຍຶດຖືເອົານັ້ນແມ່ນມີກົກເຄົ້າ ມາຈາກສາສະ ໜາຄຣິສຕຽນ ( Chirstian) ເພາະ ເພິ່ນໄດ້ຢຶດຖືແລະເລີ່ມ ຕົ້ນນັບ ມາຕັ້ງແຕ່ວັນພະເຢຊູເກີດຈິ່ງເລີ່ມ ຕົ້ນເປັນ ຄ.ສ ເຊິ່ງແປມາຈາກ ຄຳວ່າຄຣິດຕະສັກ ກະລາດຄືການເລີ່ມຕົ້ນ ຄ.ສ ໃໝ່ ຖ້າໄລ່ ນັບມາແຕ່ວັນນັ້ນຮອດວັນນີ້ກໍພໍດີ 2012 ປີກັບ 90 ປາຍກວ່າມື້ແລ້ວ, ການເລີ່ມ ຕົ້ນປີໃໝ່ໃນສາ ສະໜາຄຣິສນັ້ນເກີດຂຶ້ນເມື່ອ ຊາວບາບີໄຣເນຍເລີ່ມຕົ້ນຄິດຄົ້ນ ຊອກ ຫາປະຕິທິນມາໃຊ້ໂດຍອາ ໄສຫຼັກເກນ ຂອງການໝູນວຽນ ປ່ຽນຮອບວັນເວລາເມື່ອຄົບ 12 ເດືອນຈິ່ງຖືວ່າເປັນ 1 ປີ, ເປັນ ການຄົບຮອບໝູນວຽນຂອງລະດູການຕາມ ທຳມະຊາດ, ເຊິ່ງໃນ ເວລາຕໍ່ມາຊາວເອຢິບ (ກະເລັກ) ແລະ ຊາວເຊມິຕິກໄດ້ ນຳເອົາປະຕິທິນຂອງຊາວບາບີໄຣເນຍ ມາດັດ
ແປງແກ້ໄຂຈົນມາເຖິງສະໄໝຂອງກະສັດຈຸນລຽດຣີຊາຣ໌ ປະມານ 46 ປີກ່ອນຄຣິດສຕະສັກກະລາດຄືກ່ອນວັນພະ ເຢຊູປະ ສູດ, ດັ່ງນັ້ນຕໍ່ມາໃນ 365 ວັນໃນ ທຸກໆ 4 ປີໃຫ້ເພີ່ມເດືອນທີ່ມີ 28 ວັນຂຶ້ນ ອີກ 1 ມື້ມາເປັນ 29 ວັນຄືເດືອນກຸມພານັ້ນເອງ ຫຼືເພິ່ນເອີ້ນວ່າ:ອະທິກະສຸລະທິນ, ແຕ່ ເມື່ອໄດ້ຕື່ມ 1 ມື້ໃຫ້ເດືອນກຸມ ພາໃນ ທຸກໆ 4 ປີ ແລ້ວແຕ່ປະຕິ ທິນຍັງບໍ່ຕົງກັບລະດູ ການອີກ, ຈົນມາຮອດປີ ພ.ສ 2125 ຫຼືກົງ ກັບປີ ຄ.ສ 1582 ປະມານ 427 ປີຄືນຫຼັງຈິ່ງເປັນປີເລີ່ມຕົ້ນປີໃໝ່ ໃນຄຣິສສັກ ກະລາດທີ່ຖືກຕ້ອງ (ເຊິ່ງຕ່າງຈາກການປ່ຽນພຸດທະສັກກະລາດ ໃໝ່ຂອງຊາວ ພຸດທະສາກະນິກະຊົນເຊິ່ງມີຫຼາຍປະ ເທດໄດ້ ຢຶດຖືມາລວມທັງປະເທດລາວຂອງເຮົາ. ການປ່ຽນພຸດ ທະສັກກະລາດໃໝ່ ຊອງຊາວພຸດນັ້ນເພິ່ນໄດ້ເລີ່ມຕົ້ນນັບເອົາວັນທີ່ພະສັມມາສັມພຸດທະເຈົ້າໄດ້ດັບ ຂັນປະລິນິບພານເຊິ່ງເປັນມື້ທຳ ອິດຂອງການ ເລີ່ມຕົ້ນພຸດທະສັກກະລາດເຊິ່ງມາຮອດປີນີ້ກໍພໍດີ 2555 ປີກັບ 221 ມື້ຍ້ອນປະຕິທິນລາວເຊິ່ງຢຶດຖືພຸດທະສັກກະຣາດ ຮ່ວມກັບຄຣິສຕະຈັກກະລາດຮ່ວມກັນທັງ ພ.ສ ແລະ ຄ.ສ ແຕ່ສ່ວນໃຫຍ່ໃນວົງລັດຖະການລາວແມ່ນຈະໃຊ້ປະຕິທິນສາ ກົນຫຼາຍກວ່າຄື:ຄຣິສຕະຈັກກະລາດ(ຄ.ສ) ແຕ່ຫາກເຮົາມາສັງເກດ ເບິ່ງຕົວຈິງຂອງປະຕິທິນລາວໃນປັດຈຸບັນແລ້ວເຊິ່ງ ແຕ່ ລະສຳນັກງານອົງການເຮັດປະຕິທິນອອກມາຍັງມີການຄາດເຄື່ອນລະ ຫວ່າງປະຕິທິນສາກົນ (ຄ.ສ) ແລະ ປະຕິທິນລາວ (ພ.ສ) ໂດຍ ສະເພາະຢູ່ບາງທ້ອງຖິ່ນການກຳນົດຫຼືຂຽນບົດຂ່າວບຸນຕາມແຕ່ ລະບ້ານແຕ່ລະວັດຍັງມີການ ຄາດເຄື່ອນສຳ ລັບວັນສົງການປີໃໝ່ລາວໃນປີນີ້ຈະຖືກກຳນົດຂຶ້ນຕາມປະຕິທິນພຸດທະສັກກະລາດຄືວັນທີ 14, 15, 16 ເດືອນເມສາປີ 2013 ເຊິ່ງກົງກັບຂຶ້ນ 4 ຄ່ຳເດືອນ 5 ເປັນວັນສັງຂານລ່ວງ, ຂຶ້ນ 5 ຄ່ຳເດືອນ 5 ເປັນມື້ວັນເນົາ ແລະ ຂຶ້ນ 6 ຄ່ຳເດືອນ 5 ເປັນມື້ສັງ ຂານຂຶ້ນແຕ່ຕາມປະຕິທິນພຸດທະສັກກະລາດທີ່ຊາວລາວເຮົາຢຶດຖືມາແຕ່ບູຮານນັ້ນການປ່ຽນເປັນສັກກະລາດ ໃໝ່ນັ້ນແມ່ນ ຍັງບໍ່ທັນ ໄດ້ປ່ຽນຈາກປີມະໂລງມາເປັນປີມະເສັງເທື່ອຈົນຮອດເດືອນ 6 ເພັງຄືໃນວັນທີ 24 ພຶດສະພາ 2013 (ວັນວິສາຂະ ບູຊາ) ເຊິ່ງກົງ ກັບເພັງ15ຄ່ຳເດືອນ6ປະຕິທິນ ລາວຈິ່ງປ່ຽນມາເປັນປີມະເສັງ 2556  ເຊິ່ງວັນມະຫາສົງການປີ ນີ້ກົງກັບວັນອາ ທິດທີ 14 ເມສາ 2013 ນາງສົງການປີນີ້ຊື່ວ່າ: ນາງ ມະໂຫທອນ ເທວີຊົງພາ    ຫຸຣັດທັດ ດອກສາມຫາວ (ດອກ ຜັກຕົບ) ປະດັບກາຍໂດຍອາ ພອນແກ້ວນິນຣັດ, ພັກສາຫານ ຊີ້ນຊາຍ (ສະເຫວີຍຊີ້ນຊາຍ ເປັນອາຫານ) ພະຫັດຂວາ (ມື ຂວາ) ຖືກົງ ຈັກ, ພະຫັດຊ້າຍ (ມື ຊ້າຍ) ຖືຕີສູນ (ຫອກສາມງ່າມ) ຂີ່ (ນົກຍູງ) ເປັນພາຫະນະ. ປີນີ້ ເກນພິຮຸນວັນສຸກເປັນອະທບໍດີ ຝົນບັນດານໃຫ້ຕົກ 600 ຫ່າ, ຕົກ ໃນຈັກກະວານ 240 ຫ່າ, ຕົກໃນ ປ່າຫິມະພານ 180 ຫ່າ, ຕົກໃນ ມະຫາສະມຸດ 120 ຫ່າ, ຕົກໃນ ໂລກມະນຸດ 60 ຫ່າຈະມີນ້ຳ ຖ້ວມ,  ເກນທັນຍາຫານໄຮ່ນາ ຈະເກັບກ່ຽວໄດ້ 1 ສ່ວນ, ເສຍ 10 ສ່ວນຈະເຮັດໃຫ້ ເຂົ້າປາອາຫານມີ​ລາຄາແພງຂຶ້ນຫລາຍ.

No comments:

Post a Comment