Ad

Ad

3 April 2013

ອົງການປະກັນສັງຄົມຈະສູ້ຊົນເຮັດຫນ້າທີ່ຂອງຕົນໃຫ້ດີກວ່າເກົ່າ



     ໃນວັນທີ 29 ມີນາຜ່ານມາ, ອົງການປະກັນສັງຄົມ (ອປສ) ໄດ້ ໄຂກອງປະຊຸມຕີລາຄາການຈັດ ຕັ້ງປະຕິບັດວຽກງານປະ ກັນສັງຄົມໄລຍະ 6 ເດືອນຕົ້ນປີ ສົກປີ 2012-2013 ຂຶ້ນຢູ່ໂຮງແຮມລ້ານຊ້າງ ໂດຍການເປັນປະທານຂອງ ທ່ານ ປະສົງ ວົງ ຄຳຈັນຜູ້ອຳນວຍການອົງການປະກັນສັງຄົມ (ອປສ) ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບສະພາບການຈັດ ຕັ້ງ ປະຕິບັດວຽກງານປະກັນສັງຄົມທົ່ວປະເທດໃນໄລຍະຜ່ານມາ. ກອງປະຊຸມໄດ້ ກຳນົດແຜນການຈັດຕັ້ງປະຕິບັດ ກິດຈະກຳໃນ ໄລຍະ 6 ເດືອນທ້າຍ ປີ ໃຫ້ແທດເໝາະກັບສະພາບຕົວ ຈິງ ແລະ ຕອບສະໜອງຄວາມ ຕ້ອງການຂອງທຸກພາກສ່ວນ ແຕ່ ສູນກາງຮອດທ້ອງຖິ່ນຢ່າງເປັນ ເອກະພາບກັນ ຄືຈະສູ້ຊົນໃນການ ຂົນຂວາຍໃຫ້ຜູ້ອອກແຮງງານ ເຂົ້າສູ່ລະບົບ ອປສ ໃຫ້ໄດ້ ທັງໝົດ 8 ພັນກວ່າຄົນ ແລະ ສູ້ຊົນຮັບຜູ້ ສືບຕໍ່ປະກັນຕົນແບບສະໝັກໃຈ ໃຫ້ໄດ້ 153 ຄົນ, ຈະຂຶ້ນທະບຽນ ວິສາຫະກິດ ເຂົ້າໃໝ່ 94 ແຫ່ງ ແລະ ຮັບວິສາຫະກິດທີ່ຈະມາ ຈ່າຍໃໝ່ 102 ແຫ່ງ; ສູ້ຊົນສ້າງ ແຜນລາຍຮັບໃຫ້ໄດ້ 64 ຕື້ກວ່າ ກີບ ໃນນີ້ ສູ້ຊົນລາຍຮັບເງິນສົມ ທົບໃຫ້ໄດ້ 44 ຕື້ກວ່າກີບ ແລະ ຈາກການລົງທຶນໃຫ້ໄດ້ 19 ຕື້ ກວ່າກີບ ແລະ ຄາດຄະເນລາຍ ຈ່າຍທັງ ໝົດບໍ່ໃຫ້ເກີນ 17 ຕື້ກວ່າ ກີບ; ຄາດຄະເນການພິຈາລະນາ ການຈ່າຍເງິນອຸດໜູນຕ່າງໆທັງໝົດ 4 ພັນກວ່າຄົນ ລວມ 8 ພັນ
ກວ່າເທື່ອຈ່າຍ (ໃນນີ້ ມີອຸດໜູນ ໄລຍະສັ້ນ 2 ພັນກວ່າຄົນ ເປັນ 4 ພັນກວ່າເທື່ອຈ່າຍ, ອຸດໜູນອຸປະ ຕິເຫດແຮງງານ ແລະ ພະຍາດ ອາຊີບ 147 ຄົນ ເປັນ 265 ເທື່ອ ຈ່າຍ ແລະ ອຸດໜູນໄລຍະຍາວ 2.240 ຄົນ); ຄາດຄະເນໂຕເລກ ຜູ້ເກີດສິດປິ່ນ ປົວໃນລະບົບປະກັນສັງຄົມ 1 ແສນກວ່າຄົນ (ໃນນີ້ ຜູ້ ປະກັນຕົນ 66 ພັນກວ່າຄົນ, ຄູ່ສົມ ລົດ 31 ພັນກວ່າຄົນ ແລະ ລູກອາ ຍຸໜ້ອຍກວ່າ 18 ປີ 41 ພັນກວ່າ ຄົນ) ແລະ ຄາດຄະເນການສະ ໜອງບໍລິການປະກັນສຸຂະພາ ບໃຫ້ສະມາຊິກດັ່ງນີ້: ກວດ ເຂດນອກປະມານ 42 ພັນກວ່ ເທື່ອ, ຄົນເຈັບສຸກເສີນ 7 ພັນກວ່າເທື່ອ ແລະ ຄົນເຈັບນອນ 3 ພັນກວ່າ ກໍລະນີ ແລະ ອຸປະ ຕິເຫດແຮງງານ 51 ກໍລະນີ.
    ນອກຈາກນີ້, ກອງປະຊຸມໄດ້ ຄົ້ນຄວ້າສ້າງແຜນການປະຈຳ ສົກປີ 2013-2014 ຢ່າງຕັ້ງໜ້າ ເຊິ່ງທັງໝົດເຫລົ່ານັ້ນເພື່ອ ເປັນການພັດທະນາວຽກງານປະກັນ ສັງຄົມໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
    ໃນຕອນທ້າຍກອງປະຊຸມ, ຜູ້ ອຳນວຍການອົງການປະກັນສັງຄົມ ໄດ້ມີຄຳເຫັນໂອ້ລົມຄະນະ ພະແນກ ແລະ ຫົວໜ້າ ຫ້ອງການສາຂາ ອປສ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້ ໂດຍໄດ້ເນັ້ນ ວ່າ: ຖ້າເຮົາຢາກບັນລຸຕາມແຜນທີ່ວາງໄວ້ນັ້ນ, ກ່ອນອື່ນໝົດຕ້ອງໄດ້ເອົາ ເນື້ອໃນຈິດໃຈຂອງກອງປະຊຸມ ໄປເຜີຍແຜ່ໃຫ້ພະ ນັກງານຂອງ ຕົນໃນແຕ່ລະທ້ອງຖິ່ນຮັບຊາບ ແລະ ພ້ອມກັນຄົ້ນຄວ້າແຜນ ການໃຫ້ລະອຽດ ເພື່ອສອດຄ່ອງກັບສະພາບການ  ໂຕຈິງ, ຍາດແຍ່ງເອົາການຊີ້ນຳ-ນຳພາຈາກ ການນຳພາຍໃນແຂວງຂອງຕົນ ເປັນຕົ້ນພະແນກແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ພະ ແນກການອື່ນໆທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ. ອີກບັນຫາໜຶ່ງ ທີ່ສຳຄັນ ແມ່ນການນຳໃຊ້ບາດ ກ້າວ 4 ບຸກ ທະລຸ ແລະ ເອົາວຽກ ງານປະກັນສັງຄົມພາກວິສາຫະ ກິດ ຕາມດຳລັດເລກທີ 207/ນຍ ເຂົ້າສອດຫ້ອຍກັບຂະບວນການ 3 ສ້າງຢ່າງມີການເລືອກເຟັ້ນ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາວຽກງານປະກັນສັງ ຄົມ ກໍຄືການພັດທະນາທ້ອງຖິ່ນ ຂອງຕົນເອງໃຫ້ມີຄວາມຈະເລີນ ຂຶ້ນໄປເລື້ອຍໆ.

No comments:

Post a Comment