Ad

Ad

3 April 2013

ນະຄອນຫລວງວຽງຈັນຫ້າມບໍ່ໃຫ້ລົດຮັບສົ່ງສິນຄ້າຈອດຊະຊາຍຕາມເສັ້ນທາງໃນໂມງລັດຖະການ



    ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງ ຈັນໄດ້ອອກແຈ້ງການເ ຖິງຜູ້ປະກອບການ, ບໍລິສັດ ແລະ ຮ້ານຕ່າງໆ ໃນການຫ້າມບໍ່ ໃຫ້ລົດຮັບສົ່ງສີນຄ້າ ຈອດຊະຊາຍຕາມເສັ້ນທາງສາຍສຳ ຄັນໃນໂມງລັດຖະການຫລັງ ເຫັນວ່າ ຜ່ານມາ ໄດ້ສ້າງຄວາມສັບສົນຕໍ່ການສັນຈອນ ໃນຕົວເມືອງຫລາຍສົມຄວນ ໂດຍມີການກຳ ນົດເອົາເສັ້ນທາງ13ເໜືອ (ແຕ່ ສາມແຍກສີ ເກີດ -ສາມແຍກສີໄຄ),ຖະໜົນ ເກົ້າ ລ້ຽວ(ສາມແຍກເກົ້າລ້ຽວ- ສາມແຍກສີໄຄ),ຖະໜົນສຸພານຸວົງ, ຖະໜົນ ອາຊຽນ (T2), ຖະໜົນສີທອງ, ຖະໜົນເຈົ້າຟ້າງຸ່ມ, ຖະໜົນສາມແສນໄທ, ຖະໜົນເຊດຖາທິລາດ, ຖະໜົນໄກສອນພົມວິ ຫານ,ຖະ ໜົນລ້ານຊ້າງ,ຖະໜົນໜອງບອນ, ຖະໜົນດົງປ່າລານ,ຖະໜົນນາຄວາຍ-ຫົວຂົວ-ວັງ ຊາຍ, ຖະໜົນກຳແພງເມືອງ (T4),ຖະ ໜົນທ່າ ເດື່ອ ແຕ່ໄຟແດງໜອງໄຮ-ໄຟແດງ ທາດຂາວ,ຖະໜົນບໍ່ໂອ (ສາມແຍກສົ້ມໂຮງ-ສາມແຍກຈີ່ນາຍໂມ້) ເພື່ອໃຫ້ລົດຂົນ ສົ່ງສິນ ຄ້າທຸກປະເພດງົດການຈອດຮັບ - ສົ່ງສິນຄ້າຊົ່ວຄາວໃນວັນລັດຖະ ການຕາມເວລາດັ່ງນີ້:ຕອນເຊົ້າ ເລີ່ມແຕ່ 7:00 ໂມງ- 9:00 ໂມງ, ຕອນ ທ່ຽງເລີ່ມແຕ່ 11:30 ໂມງ - 13:00 ໂມງ,ຕອນແລງເລີ່ມແຕ່ເວ ລາ 15:00 ໂມງ-18:00 ໂມງ ເຊິ່ງ
ຖ້າບຸກຄົນ,ນິຕິບຸກຄົນ,ຫົວໜ່ວຍ ທຸລະກິດໃດຝ່າຝືນ ຫລື ເມີນເສີຍ ແລະ ລ່ວງລະເມີດຂໍ້ຫ້າມດັ່ງ ກ່າວຈະ ຖືກປະຕິບັດວິໄນ ຕາມດຳ ລັດຂອງນາຍົກລັດຖະມົນຕີວ່າ ດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະ ບຽບ ກົດໝາຍການຈະ ລາຈອນທາງ ບົກ,ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫລວງ ຊຶ່ງມອບໃຫ້ຂະແໜງການຄ້າ ພາຍໃນ, ຫ້ອງການ ອຸດສາຫະກຳ ແລະ ການຄ້າປະຈຳເມືອງສົມທົບກັບ ຕຳຫລວດຈະລາຈອນເປັນເຈົ້າການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

No comments:

Post a Comment