Ad

Ad

11 April 2013

ເຜີຍແຜ່ຜົນຮ້າຍຂອງລະເບີດບົມບີໃນເວທີສາກົນ



      ເນື່ອງໃນໂອກາດວັນສາກົນຕ້ານລະເບີດບໍ່ທັນແຕກ (International Day for Mine Awareness and Assistance in Mine Action) ທີ 4 ເມສາ, ສຳ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ ສປຊ ຢູ່ນິວຢ໋ອກ ຮ່ວມກັບອົງ ການ ສປຊ ເພື່ອການພັດທະນາ (UNDP) ແລະ ອົງການ Legacies of War ໄດ້ຈັດສຳມະ ນາໃນຫົວຂໍ້ “ສຽງຈາກລາວ: ເກັບກູ້ລະເບີດ ແລະ ປົກປ້ອງຊີ ວິດ (Voices from Laos: Clearing Bombs, Protecting Lives)” ຂຶ້ນ ໃນວັນທີ 4 ເມສານີ້ ຢູ່ສຳນັກງານໃຫຍ່ອົງການສະຫະ ປະຊາຊາດ ນະຄອນນິວຢ໋ອກ ສ. ອາເມລິກາ.
    ຈຸດປະສົງຂອງການຈັດສຳມະນາເທື່ອນີ້ ເພື່ອສະເຫລີມສະຫລອງວັນສາກົນຕ້ານລະເບີດບໍ່ທັນແຕກ ແລະ ເພື່ອເຜີຍແຜ່ ແນໃສ່ເພີ່ມທະວີຄວາມຮັບຮູ້ຂອງມວນຊົນທົ່ວໄປ ກໍຄືວົງຄະນາຍາດສາກົນຕໍ່ຜົນຮ້າຍ ແລະ ຜົນກະທົບຂອງລະເບີດບົມບີຢູ່ ສປປ ລາວ. ພ້ອມດຽວກັນນີ້ ກໍເປັນການລະດົມການຮ່ວມມືຊ່ວຍ ເຫລືອຈາກສາກົນໃນການແກ້ໄຂບັນຫາລະເບີດບໍ່ທັນ ແຕກຢູ່ ສປປ ລາວ.

    ກອງປະຊຸມສຳມະນາເທື່ອນີ້ ໄດ້ຈັດຂຶ້ນໂດຍການເປັນປະທານ ຂອງທ່ານ ສະເຫລີມໄຊ ກົມມະສິດ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າ ຖາວອນແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ຢູ່ນິວຢ໋ອກ ໂດຍມີ ຜູ້ຕາງໜ້າຂັ້ນສູງ ຈາກອົງການ UNDP, UNICEF, ອົງການ ເຄືອຂ່າຍ ສປຊ, ຜູ້ຕາງໜ້າຈາກ ສຳນັກງານຜູ້ຕາງໜ້າຖາວອນປະເທດຕ່າງໆ ປະ ຈຳອົງການ ສປຊ, ອົງການບໍ່ຂຶ້ນກັບລັດຖະ ບານ (NGOs), ນັກສຶກສາ ແລະ ປະຊາຊົນອາເມລິກາຜູ້ທີ່ໃຫ້ຄວາມສົນໃຈຕໍ່ ບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ເຂົ້າຮ່ວມ.
    ກອງປະຊຸມໄດ້ເຜີຍແຜ່ກ່ຽວ ກັບຜົນກະທົບອັນຮ້າຍແຮງຂອງ ລະເບີດບໍ່ທັນແຕກຕໍ່ປະຊາຊົນລາວນັບແຕ່ສົງຄາມອິນດູ ຈີນສິ້ນສຸດລົງ. ນອກນັ້ນ ຜູ້ເຂົ້າຮ່ວມຍັງ ມີໂອກາດສົນທະນາແລກປ່ຽນ ຕົວຈິງກັບຜູ້ລອດຊີວິດຈາກລະເບີດບົມບີ ແລະ ນັກເກັບກູ້ລະເບີດ ບໍ່ທັນແຕກເຊິ່ງເປັນເພດຍິງຈາກ ແຂວງຊຽງຂວາງ. ການຈັດສຳ ມະນາເທື່ອນີ້ ໄດ້ຮັບຄວາມສົນໃຈຈາກ ບັນດານັກການທູດ, ມວນຊົນທົ່ວໄປ ແລະ ສື່ມວນຊົນຂອງສາກົນກໍຄືໃນອົງການສະຫະປະຊາຊາດໂດຍສະເພາະຕໍ່ຜົນກະ ທົບຂອງລະເບີດບົມບີຕໍ່ປະຊາຊົນ ລາວໃນປັດຈຸບັນ.

No comments:

Post a Comment