Ad

Ad

11 April 2013

ບໍ່ຄຳ-ທອງເຊໂປນ ສົ່ງເສີມຄວາມປອດໄພໃນໄລຍະປີໃຫມ່



        ບໍລິສັດMMGLXMLບໍ່ຄຳ ເຊໂປນ ເຊິ່ງເປັນບໍລິສັດຂຸດຄົ້ນ ແຮ່ຄຳ-ທອງທີ່ ແຂວງສະຫວັນ ນະເຂດ ໄດ້ຈັດກິດຈະ ກຳປູກຈິດສຳນຶກການຂັບຂີ່ປອດໄພຢູ່ເມືອງ ວິລະບູລີໃນວັນທີ 5 ຫາ 7 ເມສາ ໂດຍມີປະຊາຊົນເມືອງວິລະບູລີຫຼາຍຮ້ອຍຄົນ ເຂົ້າຮ່ວມຊຶ່ງຈຸດປະສົງແມ່ນເພື່ອສົ່ງເສີມຊຸມຊົນທີ່ອາໄສຢູ່ອ້ອມຂ້າງບໍ່ຄຳ-ທອງເຊ ໂປນໃຫ້ຮ່ວມກັນສະເຫຼີມສະຫຼອງປີໃໝ່ ລາວຢ່າງປອດໄພ.
         ໃນເວລາຈັດກິດຈະກຳປູກ ຈິດສຳນຶກຜູ້ເຂົ້າຮ່ວມໄດ້ຮັບຂອງ ລາງວັນເປັນ ໝວກກັນກະທົບ ແລະເສື້ອຍືດກັບຄຳຂວັນ “ເມົາບໍ່ຂັບ’.ກັບສະພາບຖະໜົນຫົນທາງ ທີ່ດີຂຶ້ນແລະ ກິດຈະກຳເສດຖະ ກິດ- ສັງຄົມທີ່ເພີ່ມຂຶ້ນ ໃນບັນດາ ຊຸມຊົນທີ່ອາໄສຢູ່ ອ້ອມຂ້າງບໍ່ຄຳ- ທອງເຊໂປນສະນັ້ນເຮັດໃຫ້ມີຄວາມສ່ຽງຕໍ່ການເກີດອຸບັດຕິ ເຫດບົນທ້ອງຖະໜົນເພີ່ມຂຶ້ນ. ນອກຈາກກິດ ຈະກຳປູກຈິດສຳ ນຶກຄວາມປອດໄພຢູ່ທ້ອງຖະໜົນທີ່ຈັດຂຶ້ນເປັນປະຈຳແລ້ວ ບໍ່ຄຳ-ທອງເຊໂປນ ຍັງໄດ້ນຳໃຊ້ ຫຼາຍໆວິທີ ການເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດຕິເຫດຢູ່ທາງເຂົ້າສະໜາມຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດທີ່ບໍ່ຄຳ- ທອງເຊໂປນ, ຢູ່ຕາມເສັ້ນທາງທີ່ພາຫະນະຂຸດຄົ້ນແຮ່ນຳໃຊ້ ແລະ ໃນບັນດາຂົງເຂດສະໜາມ ຂຸດຄົ້ນແຮ່ທີ່ຄົນ, ພາຫະນະ ຫຼື ເຄື່ອງກົນຈັກໜັກຊົມໃຊ້.

         ທ່ານ ສີສົມພອນ ພັນປະດິດ ຫົວໜ້າທີມງານການພົວພັນ ກັບຜູ້ມີສ່ວນຮ່ວມກ່າວວ່າ: “ການ ປູກຈິດສຳນຶກການຂັບຂີ່ ທີ່ປອດໄພໃນຊຸມຊົນນີ້ແມ່ນເລັ່ງໃສ່ 3 ມື້ປີໃໝ່ລາວທີ່ມີຄວາມ ສຳຄັນ ທັງມີຄວາມສ່ຽງທີ່ສຸດຕໍ່ການເກີດອຸບັດເຫດ ຢູ່ທ້ອງ ຖະໜົນກວ່າເວລາອື່ນໆຂອງປີ. ພວກເຮົາຕ້ອງການສົ່ງຂໍ້ຄວາມ ໃຫ້ປະຊາຊົນຮູ້ວ່າ:ເວລາຂັບ ຂີ່ລົດຕ້ອງຂັບຊ້າໆ, ຕ້ອງປະ ຕິບັດກົດຈະລາຈອນ ແລະ ເມົາບໍ່ຂັບ.” ກ່ອນໜ້າການປູກຈິດສຳນຶກ,ບໍລິ ສັດ MMG LXML Sepon ໄດ້ ເຝິກອາສາສະ ໝັກນັກຮຽນ 50 ຄົນ ນຳໃຊ້ຫົນທາງຢ່າງປອດໄພ ເພື່ອໃຫ້ເຂົາເຈົ້າຊ່ວຍຈັດກິດຈະ ກຳການປູກຈິດສຳນຶກຄວາມປອດໄພ ຕາມທ້ອງຖະໜົນ. ນອກຈາກນັ້ນອາສາສະໝັກຍັງມາຈາກຕຳຫຼວດຈະລາຈອນ, ຫ້ອງການຊາວໜຸ່ມ ແລະ ຫ້ອງການທີ່ ກ່ຽວຂ້ອງຂອງເມືອງນຳອີກ.
         ບໍ່ຄຳ-ທອງເຊໂປນມີແຜນ ຝຶກອົບຮົມນັກຮຽນອາສາສະໝັກ ຕື່ມອີກແລະ ຈະຊ່ວຍເມືອງສົ່ງເສີມໃຫ້ນັກຂັບຂີ່ມາ ສອບເສັງເອົາໃບຂັບຂີ່ນຳອີກ. ຄວາມປອດໄພແມ່ນໜຶ່ງໃນອຸດົມການຕົ້ນຕໍຂອງ MMGLXMLSepon ແລະ ພະນັກງານ ຂອງບໍລິສັດຖືກສົ່ງເສີມໃຫ້ນຳເອົາຄວາມປອດໄພມາເຜີຍແຜ່ສູ່ຄອບຄົວ ແລະ ຊາວບ້ານຂອງເຂົາເຈົ້າ.

No comments:

Post a Comment