Ad

Ad

11 April 2013

ຊີ້ນງົວ-ຄວາຍມີລາຄາແພງ ຍ້ອນການສົ່ງອອກຫລາຍ



       ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ຍອມຮັບວ່າ:ປັດຈຸບັນ,ລາຄາ
ສິນຄ້າຕາມຕະຫລາດມີການ ເໜັງຕີງສູງຂຶ້ນໂດຍສະເພາະແມ່ນລາຄາຊີ້ນງົວ-ຄວາຍ ຊຶ່ງ ປັດໄຈຕົ້ນຕໍເກີດຈາກບັນດາຜູ້ ລ້ຽງ ຫລື ແມ່ຄ້າ ໄດ້ສົ່ງອອກສັດໃຫຍ່ປະເພດງົວ, ຄວາຍໄປບັນດາປະເທດໃກ້ຄຽງເປັນຈຳ ນວນຫລາຍ ຈຶ່ງສົ່ງຜົນຕໍ່ການ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກພາຍປະເທດໃນບໍ່ພຽງພໍ.
     ລັດຖະມົນຕີວ່າການ ກະຊວງອຸດສະຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມ ລັດ ຖະບານເປີດກວ້າງປະຈຳ 6 ເດືອນຕົ້ນສົກປີ 2012-2013 ຢູ່ຫ້ອງວ່າການລັດຖະບານໃນວັນທີ 9 ເມສາ 2013 ວ່າ:ເພື່ອແກ້ ໄຂບັນຫາດັ່ງກ່າວ, ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ມີມາດຕະການແກ້ໄຂ ດຍໃຫ້ພະແນກອຸດສາຫະ ກຳ ແລະ ການ ຄ້າຂອງແຂວງ, ນະຄອນຫລວງເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາການເກັບຊື້ງົວຄວາຍຢ່າງເຂັ້ມງວດ, ບໍ່ອະນຸຍາດໃຫ້ ພໍ່ຄ້າ, ແມ່ຄ້າເກັບຊີ້ສັດເພື່ອສົ່ງອອກຄືໄລຍະຜ່ານມາ. ສຳລັບມາດຕະການໄລຍະຍາວຈະໄດ້ສົມທົບກັບຂະແໜງກະສິກຳ ແລະ ປ່າໄມ້ໃນການສົ່ງເສີມໃຫ້ກະສິກອນ ຫັນມາລ້ຽງສັດປະເພດດັ່ງກ່າວໃຫ້ມີຈຳນວນຫລາຍຂຶ້ນ, ສາມາດຕອບສະໜອງໄດ້ຄ ວາມຕ້ອງການໃນການສົ່ງອອກ ແລະ ການບໍລິໂພກພາຍໃນ.

    ແນວໃດກໍຕາມຕໍ່ການຄຸ້ມ ຄອງລາຄາສິນຄ້າທຸກປະເພດ ຕາມທ້ອງຕະຫລາດໃນໄລຍະ ບຸນປີໃໝ່,ລັດຖະມົນຕີວ່າ ການກະ ຊວງອຸດສາຫະກຳການຄ້າ ໄດ້ມີມາດຕະການເຖິງພະແນກອຸດສາຫະກຳ ແລະ ການຄ້າຂອງແຂວງ, ນະຄອນຫລວງ ແລະ ເຈົ້າໜ້າກ່ຽວຂ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດຕາມທ້ອງຕະຫລາດ ເພື່ອບໍ່ໃຫ້ມີສະພາບສວຍໂອກາດຂຶ້ນລາຄາສິນຄ້າ ຫລື ກັກຕຸນສິນຄ້າ ປະເພດຕ່າງໆໂດຍສະເພາະແມ່ນສະ ບຽງອາຫານທັງນີ້ເພື່ອຮັບປະ ກັນໃຫ້ລາຄາສະບຽງອາຫານ ມີຄວາມສະ ຫງົບ, ມີຄວາມເປັນທຳລະຫວ່າງຜູ້ຊື້  ແລະ ຜູ້ຂາຍ.

No comments:

Post a Comment