Ad

Ad

11 April 2013

ຄວາມອົດທົນພາກພຽນຄືຫົນທາງສູ່ຄວາມສຳເລັດຂອງການສຶກສາຮ່ຳຮຽນ



           ຖ້າມີຄວາມພະຍາຍາມ, ອົດທົນ, ສູ້ຊົນ, ບຸກບືນ ແລະ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍດ້ວຍ ຄວາມພາກພຽນ ແລະ ຂະຫຍັນ ເຊື່ອແນ່ວ່າ ຫົນທາງທີ່ຈະ ກ້າວໄປສູ່ຄວາມ ສຳເລັດຂອງການສຶກສານັ້ນຈະຍາກພຽງໃດມັນ ກໍບໍ່ເປັນອຸປະສັກ ດັ່ງທີ່ ຫລາຍຄົນຄິດ, ມີຫລາຍຄົນ ນຳເອົາຄວາມຫຼົ້ມເຫຼວຂອງຊີວິດໃນອະດີດມາເປັນອຸປະ ສັກຕໍ່ ບາດກ້າວ ເດີນໄປຂ້າງໜ້າ, ຂະນະທີ່ບາງຄົນນຳເອົາຄວາມຜິດຫວັງ ໃນເບື້ອງຫລັງຫັນເ ປັນ ແຮງບັນດານໃຈເພື່ອທີ່ຈະກ້າວໄປ, ແຕ່ອີກ ຫລາຍຄົນຖືເອົາຄວາມຄວາມອົດທົນ, ພາກພຽນເ ປັນກະແຈສູ່ຄວາມສຳເລັດດ້ວຍຄວາມມຸ່ງໝັ້ນ. ມັນບໍ່ແມ່ນເລື່ອງທຳມະດາ ແລະ ງ່າຍດາຍ ສຳລັບທຸກຄົນທີ່ ຈະກ້າວໄປເຖິງຂັ້ນເປັນນັກຮຽນ ເກັ່ງໃນລະດັບໃດໜຶ່ງ ແລະ ກໍບໍ່ໝາຍວ່າ ໂອກາດນັ້ນເປັນ ຂອງ ທຸກຄົນສະເໝີໄປບໍ່ມີໃຜຄາດຄະເນໄດ້ວ່າຕ້ອງ​ໄດ້ສະລະເວລາ ໃນການ ສຶກສາຄົນຄວ້າຫລາຍປານໃດ,ໃຊ້ຄວາມຄິດ ໜ້ອຍຫລາຍປານໃດ ແລະ ໃຊ້ທຶນຮອນເຂົ້າໃນການສຶກສາເທົ່າໃດຈຶ່ງຈະກ້າວ​ມາ​ເຖິງ​ຂັ້ນນີ້.
      ນາງ ແອນ້ອຍ ຕັນວານິດ ນັກ ຮຽນຊັ້ນ ມ.7 ຈາກ ມສ ວຽງຈັນ ຜູ້ທີ່ໄດ້ຮັບລາງວັນທີໜຶ່ງ ວິຊາຄະນິດສາດຈາກການ ສອບເສັງນັກຮຽນເກັ່ງຂັ້ນນະຄອນຫລວງ ແລະ ຈະເປັນຕົວແທນນັກຮຽນເກັ່ງວິຊາດັ່ງກ່າວຂອງນະຄອນຫລວງ ເຂົ້າຮ່ວມ ແຂ່ງຂັນໃນລະດັບຊາດທີ່ຈະມີຂຶ້ນໃນມໍ່ໆນີ້ໃຫ້ ສຳພາດວ່າ: ເຖິງຈະມີຄວາມໝັ້ນ ໃຈ,ແຕ່ກໍບໍ່ກ້າເວົ້າໃຫ້ໃຜຟັງໄດ້ ເລີຍວ່າໝັ້ນ ໃຈນອກຈາກຕົນເອງ ແລະ ກວ່າທີ່ຈະກ້າວມາເຖິງຈຸດນີ້ ໃນໄລຍະຜ່ານມາ,ຕົນເອງກໍເຄີຍເຂົ້າຮ່ວມເສັງນັກຮຽນເກັ່ງສາຍ ພາ
ສາລາວ ​- ວັນນະຄະດີແລ້ວ ແຕ່ບໍ່ປະສົບຜົນສຳເລັດ ຈຶ່ງຫັນມາບືນໃສ່ວິຊາຄະນິດສາດນີ້ດ້ວຍຄວາມຕັ້ງໃຈສຶກສາຮ່ຳຮຽນ ຢ່າງ ບໍ່ຮູ້ອິດບໍ່ຮູ້ເມື່ອຍທັງໃນເວລາຮຽນນຳອາຈານຢູ່ໃນຫ້ອງຮຽນ ແລະ ເວລາຫວ່າງ. ນອກນັ້ນ ກໍຄົ້ນຄ້ວານຳໝູ່ ແລະ ຖອດຖອນ ບົດຮຽນແລກປ່ຽນປະສົບການກັບຮຸ່ນອ້າຍ,ເອື້ອຍທີ່ມີປະສົບການ ພ້ອມຊອກຮຽນເພີ່ມນຳອາຈານໃນເວລາຫວ່າງໂດຍສະ ເພາະແມ່ນນອກໂມງຮຽນ, ປັດຈຸບັນເວລາຫວ່າງເກືອບທັງໝົດຂອງຕົນເອງແມ່ນໄດ້ທຸ່ມໃສ່​ເຂົ້າ​ໃນ​ການ​ຄົ້ນຄວ້າ. ນອກນັ້ນ , ໂຮງຮຽນຄູ, ອາຈານກໍໄດ້ຈັດໂຄງການບຳລຸງນັກຮຽນເກັ່ງ ຫລື ນັກຮຽນຜູ້ທີ່ມີພອນສະຫວັນ​ໃນວິຊາໃດໜຶ່ງມາແຕ່ຕົ້ນສົກຮຽນ ເຊິ່ງຕົນເອງຮູ້ສຶກສາວ່າມັກ ແລະ ມີພອນສະຫວັນຕໍ່ວິຊາຄະນິດສາດ ກໍເລີຍສອບເສັງເຂົ້າ ແລະ ສະໜັກ ບຳລຸງວິຊາດັ່ງກ່າວ. ນັບແຕ່ນັ້ນມາ, ວິຊາຕົ້ນຕໍທີ່ຕົນເອງມັກແມ່ນວິຊາຄິດໄລ່ແຕ່ກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ນຳທຸກວິຊາ. ນາງ ແອນ້ອຍ ​ກ່າວຕື່ມ​ວ່າ: ການ​ທີ່​ຈະ​ຮຽນ​ວິຊາ​ຄະນິດສາດ​ໄດ້​ນັ້ນ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນ ຄວ້າ, ຄິດ​ໄລ່, ຈື່​ສູດ, ຫຼັກ​ເກນ ແລະ ​ນິ ຍາມ​ຕ່າງໆໃຫ້​ໄດ້. ນອກ​ນັ້ນທີ່​ສຳຄັນ​ກໍ​ຄື​ຕັ້ງ​ໃຈ​ຟັງ​ຄຳ​ອະທິບາຍ​ຂອງ​ຄູ​ໃນ​ເວລາ​ຢູ່​ໃນ​ຫ້ອງ ​ແລະ ໝັ່ນ​ປຶກສາ​ນຳ​ໝູ່ຫາກ​ເຫັນ​ວ່າ​​ເປັນໂຈດ​​ຍາກ.
       ທ້າວ ວິລິສັກ ບຸດຈັນທະລາດ ນັກຮຽນຊັ້ນ ມ.7 ຈາກ ມສ ມິດຕະ ພາບລາວ - ຫວຽດນາມ ຜູ້ທີ່ໄດ້ຮັບລາງວັນຊະນະ ເລີດອັນດັບໜຶ່ງຈາກການສອບເສັງນັກຮຽນ ເກັ່ງທົ່ວນະຄອນຫລວງວຽງຈັນ ວິຊາພາສາລາວ - ວັນນະຄະດີ ແລະ ຈະເປັນ ຕົວແທນນັກຮຽນວິຊາດັ່ງກ່າວເຂົ້າຮ່ວມແຂ່ງຂັນລະດັບຊາດທີ່ຈະມີຂຶ້ນໃນອີກບໍ່ດົນນີ້ກ່າວວ່າ:  ມີຄວາມຮູ້ສຶກດີໃຈ ກັບ ຄວາມສຳເລັດທີ່ຍາດມາໄດ້ໃນຄັ້ງນີ້ເຊ​ິ່ງໃນໄລຍະຜ່ານມາ, ຕົນເອງກໍເຄີຍເຂົ້າຮ່ວມເສັງນັກຮຽນເກັ່ງໃນວິຊາດັ່ງກ່າວມາ ແລ້ວ, ແຕ່ໄດ້ຮັບພຽງລາງວັນຊົມ ເຊີຍຈຶ່ງສືບຕໍ່ບຸກບືນອີກເທື່ອໃໝ່. ທ້າວ ວິລະສັກ ຍັງກ່າວອີກວ່າ: ສຳລັບການຮຽນ ວິຊາ ພາສາລາວ - ວັນນະຄະດີໃຫ້ໄດ້ດີນັ້ນ ກ່ອນອື່ນໝົດຕ້ອງມີຄວາມຮັກມັກ ວິຊາດັ່ງກ່າວ,ໝັ່ນອ່ານໜັງສື ແລະ ເຝິກແຕ່ງບົດ, ແຕ່ງກອນຢູ່ ເລື້ອຍໆ. ສຳລັບຕົນເອງແລ້ວການທີ່ຈະກ້າວມາເຖິງຈຸດນີ້ໄດ້ກໍຍ້ອນມີຄູ, ອາຈານທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ ສຶກສາອົບຮົມ ແລະ ສິດສອນຄວາມຮູ້ເປັນຢ່າງດີ. ນອກນັ້ນ, ຄອບຄົວພໍ່ແມ່ກໍໃຫ້ຄວາມອົບອຸ່ນ ແລະ ສົ່ງເສີມຕໍ່ການຮ່ຳຮຽນ​ເປັນປົກກະຕິບວກກັບຄວາມເອົາໃຈໃສ່ສຶກສາ, ຄົ້ນຄວ້າຂອງຕົນ ທັງ​ໃນເວ ລາຮຽນຢູ່ໃນຫ້ອງ ແລະ ໃນເວລາຫວ່າງ. ນອກ ນັ້ນກໍຊອກຮຽນເພີ່ມນຳຄູ, ອາຈານ, ຄົ້ນຄວ້ານຳໝູ່. ປັດຈຸບັນວິຊາທີ່ຕົນເອງມັກຮຽນຫລາຍກວ່າໝູ່ແມ່ນວິຊາພາສາລາວ - ວັນນະຄະດີເຊິ່ງຕາມຈິດໃຈແລ້ວອະນາຄົດເມື່ອ ຮຽນຈົບມັດທະຍົມປາຍແລ້ວຢາກຈະ​ໄປ​ຮຽນ​ຕໍ່​ສາຍ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ເຮັດວຽກເປັນນັກການທູດ.

No comments:

Post a Comment