Ad

Ad

11 April 2013

14 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ



         ໃນວັນທີ 10 ເມສາ 2013, ທະນາຄານຮ່ວມທຸລະກິດລາວ- ຫວຽດ (Lao VietBank)  ໄດ້ຈັດກອງປະຊຸມພົບປະ ລູກຄ້າເງິນກູ້ປະຈຳປີ 2013 ຂຶ້ນ. ເຂົ້າ ຮ່ວມພິທີມີບັນດາຜູ້ຕາງໜ້າລູກຄ້າ ຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ ເຊິ່ງ ເປັນວິສາຫະກິດຂອງລາວ ແລະ ຫວຽດນາມ ທີ່ດຳເນີນການເຄື່ອນໄຫວທຸລະກິດຢູ່ ສປປ ລາວ.
         ກອງປະຊຸມປະຈຳປີຂອງ ທະນາຄານຮ່ວມທຸລະກິດລາວ- ຫວຽດ ເຊິ່ງຈັດຂຶ້ນ ເນື່ອງໃນໂອກາດບຸນປີໃໝ່ລາວເພື່ອ ສະແດງຄວາມຮູ້ບຸນຄຸນຕໍ່ລູກຄ້າ ແລະ  ພົບປະສ້ າງສັນ ລວມເຖິງການສະໜອງບັນດາຂໍ້ມູນ ່ຽວກັບນະໂຍບາຍໃໝ່ດ້ານ ສິນເຊື່ອ, ຜະລິດຕະພັນການບໍລິການໃໝ່ທີ່ທະນາຄານສາມາດສະໜອງໃຫ້ແກ່ລູກຄ້າໃນອະນາຄົດ. ທ່ານ ດວ່ານ ຫວຽດນາມ ຜູ້ອຳນວຍ ການໃຫຍ່ທະນາຄານຮ່ວມທຸລະ ກິດລາວ-ຫວຽດ  ຕີລາຄາຄືນຜົນ ການເຄື່ອນໄຫວທຸລະກິດປະຈຳປີ 2012 ແລະ ສະເໜີທິດທາງການ ເຄື່ອນໄຫວປະຈຳປີ 2013ວ່າ: ໃນ ເດືອນມິຖຸນາ 1999 ໂດຍປະຕິ ບັດຕາມສົນທິສັນຍາລະຫວ່າງ ລັດ ຖະບານຂອງສອງປະເທດ, ທະນາຄານຮ່ວມທຸລະກິດລາວ- ຫວຽດ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍການຮ່ວມທຶນກັນລະຫວ່າງ ທະນາຄານລັດວິສາຫະກິດຊັ້ນ ນຳຂອງສອງປະເທດຄືທະນາຄານຮຸ້ນສ່ວນການຄ້າລົງທຶນ ແລະ ພັດທະນາຫວຽດນາມ
(BIDV) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL). ຜ່ານການເຄື່ອນໄຫວ ໄລຍະ 14 ປີມານີ້ F ທະ ນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງເຂັ້ມແຂງ, ໄດ້ກາຍເປັນໜຶ່ງໃນບັນດາທະນາຄານທຸລະ ກິດທີ່ມີ ຂະໜາດການເຄື່ອນໄຫວກວ້າງ ຂວາງຢູ່ໃນຂົງເຂດຕະຫລາດ ລາວ,ກາຍເປັນສັນຍtລັກໜຶ່ງຂອງການຮ່ວມມື ດ້ານທຸ ລະກິດລະຫວ່າງສອງປະເທດ ແລະ ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດຂອງສອງ ຊາດລາວ ແລະ ຫວຽດນາມເປັນຕົ້ນ.  
            ປີ 2012, ທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ສຳ ເລັດການເພີ່ມທຶນຈົດທະບຽນ ຂຶ້ນເປັນ 70 ລ້ານ USD, ກ້າວຂຶ້ນເປັນທະນາຄານທີ່ມີຂະໜາດທຶນຈົດທະບຽນຫລາຍເປັນອັນ ດັບທີສອງຢູ່ລາວ (ຖັດຈາກ BCEL) ແລະ ເປັນທະ ນາຄານທີ່ມີທຶນຈົດທະບຽນຫລາຍກວ່າໝູ່ໃນຈຳນວນທະນາຄານຂອງຫວຽດນາມລົງທຶນຢູ່ ສປປ ລາວ.     
         ໃນສະພາບແວດລ້ອມລວມ ຂອງພື້ນຖານເສດຖະກິດຫວຽດນາມ ແລະ ລາວຍັງພົບກັບຫລາຍບັນຫາຫຍຸ້ງຍາກ, ແຕ່ທະນາຄານຮ່ວມທຸລະກິດລາວ-ຫວຽດຍັງສາ ມາດຮັກສາໄດ້ດ້ານຂະໜາດ, ລະດັບການຂະຫຍາຍຕົວ ແລະ ປະ ສິດທິ ຜົນໃນການເຄື່ອນໄຫວ. ມາຮອດປັດຈຸບັນ, ລວມຍອດຊັບສິນບັນລຸຫລາຍກວ່າ 500 ລ້ານ USD ຈັດຢູ່ໃນອັນດັບທີ 4 ດ້ານ ຂະໜາດລວມຍອດຊັບສິນຢູ່ຕະຫລາດລາວ. ການລະດົມທຶນບັນ ລຸຫລາຍກວ່າ 250 ລ້ານ USD, ລະດັບການຂະຫຍາຍ ຕົວສະເລ່ຍໃນແຕ່ລະປີບັນລຸໄດ້ຫລາຍກວ່າ 30% ລວມຍອດໜີ້ບັນລຸກວ່າ 350 ລ້ານ USD ກວມເອົາ 13,4% ຂອງອັດຕາ ສ່ວນຍຶດຄອງຕະຫລາດ, ຈັດຢູ່ໃນອັນດັບທີ 3 ຢູ່ຕະຫລາດລາວມີ. ຫລາຍໂຄງການຂະໜາດໃຫຍ່ຂອງລັດຖະບານ ຫວຽດ ນາມມອບໃຫ້ລາວ ແລະ ໂຄງການລົງທຶນໂດຍກົງຂອງ ບັນດາວິສາຫະກິດລາວແມ່ນໄດ້ຮັບການຕອບສະໜອງດ້ານ ແຫລ່ງ ທຶນ, ການປ່ອຍກູ້ຈາກທະນາຄານຮ່ວມທຸລະກິດລາວ- ຫວຽດ, ການສະໜອງແຫລ່ງທຶນດັ່ງກ່າວສະແດງໃຫ້ເຫັນການປະ ຕິບັດສຳເລັດໜ້າທີ່ການເມືອງຕາມການມອບໝາຍເປັນຕົ້ນ ແມ່ນການສະໜອງແຫລ່ງທຶນໃຫ້ແກ່ບັນດາໂຄງການຂອງກຸ່ມ ບໍລິສັດຮວ່າງແອັງຢາລາຍ, ບໍລິສັດກໍ່ສ້າງເສັ້ນທາງເລກ 8, ບໍລິສັດກໍ່ສ້າງຈິດຈະເລີນ ແລະ ບໍລິສັດອື່ນໆອີກນອກຈາກນີ້. ໃນແຕ່ລະປີທະນາຄານຮ່ວມທຸລະກິດ ລາວ-ຫວຽດໄດ້ຫ້າວຫັນໃນການຊ່ວຍເຫລືອບັນດາວິສາຫະກິດ ຫວຽດນາມລົງທຶນ ເຂົ້າລາວເຊິ່ງ ບໍ່ພຽງແຕ່ສະໜອງແຫລ່ງທຶນໃຫ້ແກ່ບັນດາໂຄງການ ແຕ່ຍັງໄດ້ເປັນຂົວຕໍ່ໃນການແລກປ່ຽນເງິນຕາ ແລະ ໂອນ ເງິນຊຳລະສະສາງເປັນຈຳນວນຫລາຍຮ້ອຍຕື້ກີບ ແລະ ຫລາຍຮ້ອຍຕື້ດົງ. ສາມາດເວົ້າໄດ້ວ່າ, ການເຄື່ອນໄຫວ ຂອງທະນາ ຄານຮ່ວມທຸລະກິດລາວ-ຫວຽດຢູ່ລາວສາມາດຕອບສະໜອງຄວາມຕ້ອງການດ້ານການບໍລິການທະນາຄານໃຫ້ແກ່ບັນດາວິ ສາຫະກິດສອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບຕະຫລາດເງິນຕາຢູ່ລາວ ແລະ ຊຸກຍູ້ສາຍພົວພັນດ້ານ ເສດ ຖະກິດ-ການຄ້າລະຫວ່າງ ສອງປະເທດຫວຽດນາມ ແລະ ລາວ. ເພື່ອຮັບຮອງເອົາບັນດາ ຜົນສຳເລັດຂອງທະນາຄານຮ່ວມ ທຸລະກິດລາວ-ຫວຽດ, ພັກ ແລະ ລັດຖະບານຂອງສອງປະເທດ ຫວຽດນາມ ແລະ ລາວ ໄດ້ມອບການຍ້ອງຍໍທີ່ລ້ຳຄ່າໃຫ້ທະ ນາ ຄານຮ່ວມທຸລະກິດລາວ-ຫວຽດ ຄື ຫລຽນໄຊມິດຕະພາບ; ຫລຽນໄຊແຮງງານຊັ້ນໜຶ່ງຈາກລັດຖະບານລາວ; ຫລຽນໄຊ ແຮງງານຊັ້ນສາມຈາກລັດຖະບານຫວຽດ ນາມ ແລະ ຍັງມີບັນດາຫລຽນ ໄຊ,ຫລຽນກາ ແລະ ໃບຍ້ອງຍໍ ອື່ນໆອີກເປັນຈຳ ນວນຫລວງຫລາຍ. ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ພັດທະນາຕາມທິດທາງທະນາຄານທຸລະກິດໜຶ່ງ ທີ່ບໍລິການ ແບບຄົບວົງຈອນມີຫລາຍຜະລິດຕະພັນ, ມີຄວາມສະດວກບົນພື້ນຖານເຕັກໂນໂລຢີ ທີ່ທັນສະໄໝ.  ໃນປີ 2012, ທະນາ ຄານຮ່ວມທຸລະກິດລາວ-ຫວຽດ ໄດ້ຕັດສີນໃຈສູ້ຊົນສຳເລັດການຜັນຂະຫຍາຍໂຄງການ Corebanking, ໄດ້ກາຍເປັນທະ ນາຄານທຳອິດຢູ່ ລາວ ທີ່ນຳໃຊ້ ລະບົບເຕັກໂນໂລຊີໃໝ່ທີ່ທັນສະໄໝ, ໂຄງການດັ່ງກ່າວໄດ້ກາຍ ເປັນເງື່ອນໄຂໜຶ່ງຂອງທະນາ ຄານຮ່ວມທຸລະກິດລາວ- ຫວຽດ ສາມາດປະຕິບັດການປັບປຸງຄືນ ໂຄງປະກອບການເຄື່ອນໄຫວ ຢ່າງວ່ອງໄວ ແນໃສ່ສ້າງບັນ ດາບາດກ້າວກະໂດດຂັ້ນໃນການປັບປຸງໂຄງຮ່າງການເຄື່ອນໄຫວໃຫ້ມີຄວາມປອດໄພ, ປະສິດທິຜົນກໍຄືສ້າງເງື່ອນໄຂໃຫ້ ແກ່ ການພັດທະນາ ແລະ ສະໜອງບັນດາຜະ ລິດຕະພັນການບໍລິການທະນາຄານທີ່ທັນສະໄໝມີລັກສະນະການແຂ່ງຂັນສູງໃຫ້ ແກ່ລູກຄ້າ. ໂຄງຮ່າງການຈັດຕັ້ງ ແລະ ຕາໜ່າງການເຄື່ອນໄຫວຂອງລະບົບທະນາຄານຮ່ວມທຸລະກິດລາວ- ຫວຽດ ໄດ້ມີ ການປັບປຸງ ແລະ ຂະຫຍາຍອອກເລື້ອຍໆຢູ່ສຳນັກງານໃຫຍ່ ແລະ ບັນດາຫົວໜ່ວຍສະມາຊິກ. ທົ່ວລະບົບໄດ້ມີ ບາດກ້າວຫັນ ປ່ຽນ ແລະ ປັບປຸງໃໝ່ຢ່າງເຂັ້ມແຂງ, ຮອບດ້ານ. ຕາໜ່າງລະບົບສາຂາໄດ້ຂະ ຫຍາຍຢ່າງສະໝໍ່າສະເໝີນັບແຕ່ ພາກເໜືອຈົນ ຮອດພາກກາງ ແລະ ພາກໃຕ້ຂອງລາວ ແລະ ຫວຽດນາມລວມມີສາຂາຫລວງພະບາງ, ສາຂາຊຽງ ຂວາງ, ສາຂາຈຳປາສັກ, ສາຂາສະຫວັນນະເຂດ, ນະຄອນຫລວງ ວຽງຈັນ, ສາຂາຮ່າໂນ້ຍ, ສາຂາ ໂຮ່ຈິມີນ. ປັດຈຸບັນ, ຖັນແຖວພະ ນັກງານທົ່ວລະ ບົບມີເກືອບ 400 ຄົນ ລະດັບການສຶກສາດ້ານວຽກງານວິຊາສະເພາະລະດັບປະ ລິນຍາຕີ ແລະ ຫລັງປະລິນຍາຕີ ກວມເອົາ ອັດຕາສ່ວນຫລາຍກວ່າ 75%, ເປັນການໂຄງປະກອບທີ່ຢູ່ໃນລະດັບເໝາະສົມ ແລະ ມີຄຸນນະພາບ, ໄດ້ກາຍເປັນປັດໄຈສຳ ຄັນໃນອັນດັບແຖວໜ້າສາມາດຕອບສະໜອງຄວາມຕ້ອງການ ພັດທະນາຢ່າງໝັ້ນຄົງຂອງທະ ນາຄານຮ່ວມທຸລະກິດລາວ- ຫວຽດ.ໃນປີ 2012, ເຖິງວ່າໄດ້ພົບກັບຫລາຍບັນຫາຫຍຸ້ງຍາກ, ແຕ່ພາຍໃຕ້ການເອົາໃຈໃສ່ຊີ້ນຳ ໂດຍກົງຂອງ 02 ທະນາ ຄານແມ່ (BIDV&BCEL), ການເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກ ຈາກພັກ ແລະ ລັດຖະບານຂອງ 2 ປະເທດ; ການ ປະສານສົມທົບ, ຮ່ວມມືຈາກບັນດາກະຊວງ, ຂະແໜງການ ແລະ ພິເສດແມ່ນບັນດາລູກຄ້າ; ທະນາຄານຮ່ວມທຸລະກິດ ລາວ-ຫວຽດສາມາດບັນລຸໄດ້ໝາກຜົນສຳຄັນ, ສຳເລັດຕາມແຜນການມອບໝາຍເປັນຢ່າງດີ,ສາມາດຍົກສູງຄຸນນະພາບການ ເຄື່ອນໄຫວ, ເພີ່ມທະວີການຄຸ້ມຄອງແລະ ຄວບຄຸມການເຄື່ອນໄຫວ, ການເຄື່ອນໄຫວທຸລະກິດບັນລຸໝາກຜົນສູງ ທັງດ້ານປະ ລິມານ ແລະ ຄຸນນະ ພາບ. ບັນດາຜົນສຳເລັດດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການປັບປຸງ, ຍົກສູງພາບພົດ, ຊື່ສຽງ, ທ່າ ໄດ້ປ ຽບ ແລະ ຄວາມສາມາດ ໃນການແຂ່ງຂັນຂອງທະນາຄານຮ່ວມທຸລະກິດລາວ-ຫວຽດຢູ່ຂົງເຂດຕະຫລາດລາວ,ພ້ອມກັນ ນັ້ນ ນັບມື້ນັບຢັ້ງຢືນໄດ້ຄວາມເຊື່ອໝັ້ນຕໍ່ລູກຄ້າ ແລະ ເພື່ອນຮ່ວມທຸລະກິດ, ສາມາດສ້າງຄວາມເຊື່ອ ໝັ້ນ, ທີ່ຕັ້ງເປັນຂົວຕໍ່ສຳຄັນ ໃນການຊຸກຍູ້ສາຍພົວພັນດ້ານເສດຖະກິດ, ການເມືອງ, ການຕ່າງປະເທດລະຫວ່າງສອງປະເທດຫວຽດນາມ ແລະ ລາວ. ເພື່ອ ສາມາດບັນລຸໄດ້ໝາກຜົນຂ້າງເທິງນັ້ນຄຽງຄູ່ກັບການເອົາໃຈໃສ່ ຈາກຄະນະນຳພັກ-ລັດ ແລະ ບັນ ດາກະຊວງ, ຂະແໜງການ ຍັງມີ ການຮ່ວມມືຢ່າງແໜ້ນແຟ້ນ, ຈາກເຈຕະນາດີ ແລະ ເຊື່ອໝັ້ນ ຂອງລູກຄ້າຫລາຍກວ່າ 22.000 ຄົນ ເຊິ່ງເປັນອົງການ ຈັດຕັ້ງ ແລະ ບຸກຄົນຢູ່ຂົງເຂດຕະຫລາດລາວ ແລະ ຫວຽດນາມໄດ້ສະ ໜິດຕິດພັນ ແລະ ເຕີບໃຫຍ່ເຂັ້ມ ແຂງຄຽງຄູ່ກັບການ ເຄື່ອນໄຫວຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ ຕະຫລອດໄລຍະ  14 ປີຜ່ານມາ.

No comments:

Post a Comment