Ad

Ad

11 April 2013

ໂຄງການລົດໄຟຄວາມໄວສູງສະຫວັນນະເຂດ-ລາວບາວ ຈະເລີ່ມກໍ່ສ້າງໄວໆນີ້



        ໂຄງການລົດໄຟຄວາມໄວ ສູງສະຫວັນນະເຂດ-ລາວບາວ ເຊິ່ງມີໄລຍະທາງ ຍາວ 200 ກວ່າ ກິໂລແມັດພວມຈະໄດ້ລົງ ມືກໍ່ສ້າງໃນໄວໆນີ້ຫລັງສະຖາບັນ ການ ເງິນ ໄລ ບານໂກ ເບີຮາດ (Rich Banco Berhad) ໄດ້ສະ ໜອງເງິນຈຳນວນ 5 ຕື້ ໂດລາ ສະຫະລັດໃຫ້ບໍລິສັດ ໄຈແອນ ຄອນໂຊລີເດດ ລີມມີເຕັດ( Giant Consolidate Limited) ເພື່ອກໍ່ສ້າງ ໂຄງການ ດັ່ງກ່າວໂດຍພິທີເຊັນສັນຍາອະນຸ ມັດທຶນໄດ້ມີຂຶ້ນໃນວັນທີ 10 ເມສານີ້ຢູ່ໂຮງແຮມ ດອກຈຳປານະຄອນຫລວງວຽງຈັນ ໂດຍ ການເຂົ້າຮ່ວມຂອງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ດາ ໂຕະ ຕັນທາຍຫິງ ເອກອັກຄະລາ ຊະທູດມາເລເຊຍປະຈຳລາວ ແລະ ແຂກຖືກເຊີນເຂົ້າ ຮ່ວມຢ່າງພ້ອມພຽງ.
        ຜູ້ຕາງໜ້າບໍລິສັດ ໄຈແອນ ຄອນໂຊລີເດດ ລີມີເຕັດ( Giant Consolidate Limited) ເຊິ່ງເປັນ ຜູ້ສຳຫລວດ ແລະ ອອກແບບ ໂຄງການລົດໄຟດັ່ງກ່າວ ກ່າວ ວ່າ: ພາຍຫລັງໄດ້ຮັບການສະ ໜອງທຶນຄັ້ງນີ້ ກໍຈະໄດ້ເລີ່ມລົງ ມືກໍ່ສ້າງໃນໄວໆນີ້ ເຊິ່ງຖ້າສຳ ເລັດທາງລົດໄຟດັ່ງກ່າວຈະຊ່ວຍ ໃຫ້ລະບົບການຂົນສົ່ງໂດຍສານ ແລະ ສີນຄ້າແຕ່ສະຫວັນນະເຂດ- ລາວບາວ ມີຄວາມສະດວກວ່ອງ ໄວກວ່າເກົ່າທັງເປັນການສົ່ງ ເສີມ ດ້ານການຄ້າ,ການລົງທຶນ ໃຫ້ເພີ່ມຂຶ້ນຫລາຍເທົ່າ ສິ່ງສຳຄັນ ແມ່ນປະກອບສ່ວນພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ຈະ ເລີນເຕີບໃຫຍ່ເຂັ້ມແຂງກວ່າເກົ່າ.

No comments:

Post a Comment