Ad

Ad

11 April 2013

ວາງສະແດງຮູບພາບຊີວະນາໆພັນ ແລະ ວັດທະນະທຳຂອງປະເທດໂກລົມບີຢູ່ລາວ



        ກອງ​ປະຊຸມ ​ແລະ ການ ວາງ​ສະ​ແດງ​ຮູບ​ພາບ ​ໃນ​ຫົວ​ຂໍ້ “​ເສັ້ນທາງ​ສີດຳ: ທັດສະນີ​ຍະ​ພາບ​ອັນ​ສັກສິດ​ຂອງ​ສາຍ ພູ Sierra Nevada de Santa Marta” ຈັດ​ຂຶ້ນ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ໂກ​ລົມ​ບີ ຢູ່​ນະຄອນ ຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 9 ​ເມສາ​ນີ້ ​ໂດຍ​ມີ​ຈຸດປະສົງ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ກັບ​ລັດຖະບານ​ລາວ, ຂະນະ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະ ທຳ, ຮີດຄອງ​ປະ​ເພນີ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມ​ຮັ່ງມີ​ຂອງ​ປະ​ເທດ.
    ສາຍພູ Sierra Nevada de Santa Marta ​ແມ່ນ​ສາຍພູ​ທີ່​ມີ​ຮູບຊົງ​ຄື​ຮູບ​ປິຣາມິດ​ທີ່​ແຍກ​ອອກ​ຈາກ​ສາຍພູ Andes ມີ​ເນື້ອທີ່​ຫລາຍ​ກວ່າ 19.000 ຕາກິ​ໂລ​ແມັດ, ມີ​ຄວາມ​ສູງ​ຈາກ​ລະດັບ​ນ້ຳທະ​ເລ​ຫາ​ຈອມ​ພູ​ທີ່​ປົກ​ຫຸ້ມ​ດ້ວຍ​ນ້ຳ​ແຂງ​ພາຍ​ໃນ​ໄລ ຍະ 38 ກິ​ໂລ​ແມັດ ຕາມ​ແຄມ​ຝັ່ງ​ທະ​ເລ. ​ເຫດ ຜົນ​ດັ່ງກ່າວ​ເຮັດ​ໃຫ້​ມັນ​ກາຍ​ເປັນ​ໜຶ່ງ​ໃນ​ສາຍພູ​ແຄມ​ຝັ່ງ​ທະ​ເລ​ທີ່​ມີ​ຄວາມ​ສູງ​ທີ່​ສຸດ​ໃນ​ໂລກ ​ເຮັດ​ໃຫ້​ເຂດ​ດັ່ງກ່າວ​ມີ​ຄວາມ​ຫລາກ​ຫລາຍ​ທາງ​ພູມ​ອາກາດ ​ແລະ ລະບົບ​ນິ​ເວດ​ທີ່​ໜ້າ​ອັດສະຈັນ.
   ນອກຈາກ​ຊີວະ​ນາໆ​ພັນ​ອັນ​ພິ​ເສດ​ແລ້ວ, ປັດຈຸບັນ ສັນພູ​ໄດ້​ເປັນ​ບ່ອນຢູ່​ອາ​ໄສ​ຂອງ 4 ກຸ່ມ​ພື້ນ ເມືອງ (Kogi, Arawak, Wiwa ​ແລະ Kankuamo) ທີ່​ສືບ​ເຊື້ອສາຍ​ຈາກ​ປະຊາກອນ​ກ່ອນ​ຍົກ​ຫົວ​ເມືອງ​ຂຶ້ນ ທີ່​ຖື​ວ່າ​ທັດສະນີ​ຍະ​ພາບ​ຕາມ​ສາຍພູ​ດັ່ງກ່າວ​ແມ່ນ​ຖິ່ນ​ກຳ​ເນີ​ດຂອງ​ບັນພະ​ບູລຸດຂອງ​ຕົນ. ​ເຂົາ​ເຈົ້າ​ຖື​ວ່າ​ສາຍພູ “Sierra” ​ເປັນ​ຈຸດ​ໃຈກາງ​ຂອງ​ຈັກກະວານ​ ດຳ​ເນີນ​ພິທີກຳ​ຕ່າງໆ​ ​ເພື່ອ​ບູຊາ​ພູ​ດັ່ງກ່າວ.

    ງານ​ດັ່ງກ່າວ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ການ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ​ປະ​ເທດ​ໂກ​ລົມ​ບີ ນຳ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ນາງ Patti Londono Jaramillo ຫົວໜ້າ​ກົມ Asia, Africa ​ແລະ Oceania (ກະຊວງ ຕປທ ຂອງ​ປະ​ເທດ​ໂກ​ລົມ​ບີ), ທ່ານ​ນາງ Sandra Salamanca ​ແລະ ​ເອກ​ອັກຄະ​ລັດຖະທູດ​ຂອງ​ປະ​ເທດ​ໂກ​ລົມ​ບີ​ປະຈຳ​ລາວ (ປະ ຈຳ​ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ), ທ່ານ Rodrigo Querubin Londono. ນອກຈາກ​ນີ້, ຄະນະ​ຜູ້​ແທນ​ໄດ້​ພົບ​ປະ​ກັບ​ຄູ່​ຮ່ວມ​ງານ​ຝ່າຍ​ລາວ​ ຢູ່​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເພື່ອ​ສຳ​ຫລວດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.
    ການວາງສະ​ແດງ​ຮູບ​ພາບ​ໂດຍ​ຊ່າງ​ພາບ​ຄົນ​ໂກ​ລົມ​ບີ, ທ່ານ Coque Gamboa ປະກອບ​ມີ 30 ຮູບ​ພາບ​ທີ່​ມີ​ຮູບຊົງ ​ແລະ ມິ​ຕິ​ທີ່​ແຕກ​ຕ່າງ​ກັນ ສະ​ແດງ​ໃຫ້​ເຫັນ​ທັດສະນີ​ຍະ​ພາບ, ​ເອກະລັກ ​ແລະ ປະ​ເພນີ​ທາງ​ວັດທະນະທຳ​ຈາກ​ສາຍພູ​ Sierra Nevada de Santa Marta. ຈາກ​ນັ້ນ ກໍ​ມີ​ກອງ​ປະຊຸມ​ທີ່​ຈະ​ມີ​ການ​ນຳ​ສະ​ເໜີ​ໂດຍ​ນັກ​ມະນຸດ​ວິທະຍາ​ຂອງ​ໂກ​ລົມ​ບີ, ທ່ານ Santiago Giraldo ​ແລະ ນັກບວດ​ພື້ນ​ເມືອງ, ທ່ານ Crispin Izquierdo.
    ທ່ານ Coque Gamboa ຜູ້​ປະພັນ​ຮູບ​ພາບ ​ໄດ້​ກ່າວ​ວ່າ: ການວາງ ສະ​ແດງ​ດັ່ງກ່າວ​ໄດ້​ສາທິດ​ໂດຍ​ຜ່ານ​ຮູບ​ພາບ​ໃຫ້​ເຫັນ​ພູມ​ປັນຍາ​ພື້ນ​ເມືອງ​ຂອງ​ເຜົ່າ​ຕ່າງໆ​ຢູ່​ສາຍ ພູ Sierra Nevada.
      ທ່ານ Coque Gamboa ​ແມ່ນ​ສະຖາປະນິກ​ທີ່​ໄດ້​ຮັບ​ການ​ສຶກສາ​ກ່ຽວ​ກັບ​ຮູບ​ພາບ ຢູ່​ມະຫາວິທະ ຍາ​ໄລ Washe da ນະຄອນ​ຫລວງ​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ. ມີ​ປະສົບ​ການ​ຫລາຍ​ກວ່າ 25 ປີ ກ່ຽວ​ກັບ​ຮູບ​ພາບ, ​ໄດ້​ປະຕິບັດ​ວຽກ​ງານ​ຢູ່​ໃນ​ໂຄງການ​ດ້ານ​ບັນນາທິການ​ສຳລັບ​ບໍລິສັດ​ທຸລະ​ກິດ ​ແລະ ອົງ ການ​ຈັດຕັ້ງດ້ານ​ການ​ໂຄສະນາ. ທ່ານ​ໄດ້​ຮັບ​ລາງວັນ​ຢ່າງ​ຫລວງ ຫລາຍ ລວມທັງ Grand Prix Gramado, ລາງວັນ Cannes ​ແລະ ລາງວັນ FIAP.
     ສຳລັບ ສປປ ລາວ ​ແລະ ສາ ທາລະນະ​ລັດ ​ໂກ​ລົມ​ບີ ​ໄດ້​ສ້າງ ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 30 ກັນຍາ 1988.

No comments:

Post a Comment