Ad

Ad

14 May 2013

ຮອງເຈົ້າແຂວງຫລວງນ້ຳທາລົງຊຸກຍູ້ໂຄງການກໍ່ສ້າງຂະຫຍາຍເສັ້ນທາງ 4 ເລນ



     ຕອນເຊົ້າຂອງວັນທີ 10 ພຶດ ສະພານີ້, ທ່ານ ພັນທອງ ພິດທຸມ ມາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫລວງນ້ຳທາ ພ້ອມ ດ້ວຍຄະນະ ໄດ້ລົງຊຸກຍູ້ໂຄງ ການກໍ່ສ້າງຂະຫຍາຍເສັ້ນທາງ 4 ເລນ ​ແຕ່​ສາມ​ແຍກ​ ປກສ ​ແຂວງ​ຫາ​ສະໜາມ​ບິນ​ເມືອງ​ຫລວງ​ນ້ຳທາ.
     ທ່ານ ອານຸສອນ ຈັນທະວິສິດ ຫົວໜ້າຂະແໜງຄຸ້ມຄອງທາງ ບົກ-ທາງນ້ຳ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງ ນ້ຳທາໄດ້ລາຍງານສະພາບຄວາມຄືບໜ້າການກໍ່ສ້າງເສັ້ນ ທາງ 4 ເລນ ແຕ່ສາມແຍກ ປກສ​ແຂວງຫາສາມແຍກສະໝາມບິນ ເມືອງຫຼວງນ້ຳທາ ເຊິ່ງສຳເລັດ ແລ້ວ 98,3% ຂອງໜ້າວຽກທັງ ໝົດ, ໜ້າທາງ​ໄດ້ຂະຫຍາຍອອກ ເບຶ້ອງລະ 3,5 ແມັດ, ຍົກ ລະດັບໜ້າທາງ ແລະ ປູຢາງ 2 ຊັ້ນ, ເສັ້ນທາງມີຄວາມຍາວ 5.500 ແມັດ ມູນຄ່າການກໍ່ສ້າງທັງໝົດ 59 ຕື້ກີບ ແມ່ນງົບປະ ມານຂອງ ລັດຖະບານ 100%​ ໂດຍ​ແມ່ນບໍລິ ສັດຈະເລີນກໍ່ສ້າງຈຳກັດເປັນຜູ້ ຮັບເໜົາກໍ່ສ້າງ ​ເຊິ່ງນຳໃຊ້ທຶນ ຂອງບໍລິສັດ ກ່ອນ, ​ເສັ້ນທາງ​ໄດ້ ເລີ່​ມລົງມືກໍ່ສ້າງມາແຕ່ວັນທີ 22 ເມສາ 2011 ພາຍຫຼັງ​ກໍ່ສ້າງ​ສຳ​ເລັດ​ແລ້ວ​ ທາງ​ບໍລິສັດ​ຍັງ​ຄ້ຳປະ ກັນ 12 ເດືອນ ​ເພື່ອສ້ອມ​ແປງ​ຈຸດ​ທີ່​ເປ່​ເພບໍ່​ໄດ້​ມາດຕະຖານ.
      ໃນ​ໂອກາດ​ນີ້, ​ຮອງ​ເຈົ້າ ແຂວງ ​ໄດ້​ລົງ​ຊຸກຍູ້​ການກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ເຊິ່ງທ່ານ​ໄດ້​ສະແດງຄວາມ​ຍ້ອງຍໍ​ຊົມ​ເຊີຍ​ບໍລິ ສັດ​ທີ່​ໄດ້​ມີ​ຄວາມ​ຮັບຜິດຊອບ​ການກໍ່ສ້າງ​ໜ້າ​ວຽກແຕ່ລະດ້ານ ເຫັນ​ວ່າ​ມີ​ຄຸນ​ນະພາ​ບທີ່​ຈະ​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ມີ​ຄວາມ​ສະດວກ​ຂຶ້ນຕື່ມ.

No comments:

Post a Comment