Ad

Ad

16 May 2013

ເລັ່ງພັດທະນາຊົນນະບົດໃຫ້ຫຍັບເຂົ້າຫາຕົວເມືອງເທື່ອລະກ້າວ



     ດັ່ງພວກເຮົາຮູ້ນຳກັນແລ້ວ ວ່າ: ປັດຈຸບັນ ຄອບຄົວປະຊາຊົນ ທີ່ຍັງທຸກຍາກສ່ວນໃຫຍ່ແມ່ນຢູ່ ຊົນນະບົດຫ່າງໄກ ສອກ ຫລີກທຸລະກັນດານ, ເສັ້ນທາງຄົມມະນາຄົມບໍ່ທັນທົ່ວເຖິງ, ທຶນຮອນໃນການພັດທະນາຍັງບໍ່ທັນເຂັ້ມແຂງ, ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາ ຊົນຍັງຮັກສາແນວຄິດຄອງເດີມ, ຫລ້າຫລັງ, ລະດັບວັດທະນະທຳ ບໍ່ທັນຫລາຍ, ບໍ່ທັນ ຮູ້ເຕັກນິກວິທະຍາສາດວິທະຍາການໃໝ່ເຂົ້າໃນການຜະລິດ, ພື້ນຖານການຜະລິດຍັງມີຈຳກັດ, ໄດ້ຮັບຜົນກະທົບຈາກສົງ ຄາມໃນເມື່ອກ່ອນ, ບັນດາເງື່ອນໄຂທາງທຳມະຊາດ ໃນບາງທ້ອງຖິ່ນບໍ່ເອື້ອອຳນວຍເທົ່າທີ່ຄວນ, ໃນນັ້ນເມືອງຮົ່ມ ແລະ ເມືອງ ໄຊສົມບູນກໍເປັນສອງເມືອງທີ່ຍັງທຸກຍາກເຊິ່ງນອນຢູ່ໃນ 13 ເມືອງຂອງແຂວງວຽງຈັນ ແລະ ນອນຢູ່ໃນ 46 ເມືອງ ທຸກຍາກ ຂອງປະເທດ. ສອງເມືອງນີ້ມີທຳມະຊາດສວຍສົດງົດງາມ, ມີອາກາດໜາວ-ເຢັນ, ມີຄວາມຮັ່ງມີທາງຊັບພະຍາກອນແຮ່ທາດ, ມີແມ່ນ້ຳທີ່ສຳຄັນຫລາຍສາຍໄຫລຜ່ານເຊັ່ນ: ນ້ຳງື່ມ, ນ້ຳເມີຍ, ນ້ຳປີ, ນ້ຳຊາງ, ນ້ຳອ່າວ, ນ້ຳອອມ, ນ້ຳຜາ, ນ້ຳຈ້າ, ນ້ຳໂມ້, ນ້ຳ ຊານ, ນ້ຳງີ້ວ ແລະ ສາຍນ້ຳອື່ນໆ. ດິນມີຄວາມອຸດົມ ສົມບູນເໝາະສົມແກ່ການປູກຝັງ- ລ້ຽງສັດ, ສອງເມືອງດັ່ງກ່າວຕັ້ງ ຢູ່ທາງ ທິດຕາເວັນອອກສຽງເໜືອ ຂອງແຂວງວຽງຈັນ, ຫ່າງຈາກ ຫ້ອງວ່າການແຂວງໄປຫາເມືອງ ຮົ່ມປະມານ 220 ກິໂລແມັດ ແລະ ເມືອງໄຊສົມບູນປະມານ 300 ກິ ໂລແມັດ. ມີຂອບເຂດຊາຍແດນ ຕິດກັບບັນດາເມືອງ ແລະ ແຂວງ ຕ່າງໆຄືທິດເໜືອ ຕິດກັບເມືອງພູຄູນ ແຂວງຫລວງພະບາງ, ເມືອງພູກູດ ແລະ ເມືອງຜາໄຊ ແຂວງຊຽງຂວາງ; ທິດໃຕ້ຕິດກັບເມືອງ ແກ້ວອຸດົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄຳ ໄຊ; ທິດຕາເວັນອອກຕິດກັບ ເມືອງທ່າໂທມ ແຂວງຊຽງ ຂວາງ ແລະ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ; ທິດຕາເວັນຕົກຕິດກັບເມືອງວັງວຽງ, ເມືອງກາສີ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ. ເມືອງຮົ່ມມີເນື້ອທີ່ທັງໝົດປະມານ 2.559 ກິໂລຕາແມັດ, ເປັນເມືອງວິລະຊົນແຫ່ງຊາດ, ເປັນທີ່ຕັ້ງສຳຄັນທາງຍຸດ ທະສາດ
ຂອງການປະຕິວັດ, ເນື້ອທີ່ 2/3 ເປັນ ເຂດພູດອຍສູງຊັນ, ມີ 4 ກຸ່ມບ້ານ, ໃນນັ້ນ ໜຶ່ງກຸ່ມບ້ານເປັນຈຸດສຸມ ການພັດທະ ນາ ຂອງລັດຖະບານ ຄືກຸ່ມບ້ານຜາລະແວກ; ທົ່ວເມືອງ ມີ 39 ບ້ານ, 4.572 ຄອບຄົວ, ມີພົນລະເມືອງທັງໝົດ 32.075 ຄົນ, ຍິງ 15.216 ຄົນ, ໃນນັ້ນ ເຜົ່າລາວ ລຸ່ມ 15%, ເຜົ່າມົ້ງ 77%, ເຜົ່າກຶມ ມຸ 8% ແລະ ເຜົ່າອື່ນໆບໍ່ເຖິງ 1%; ຍັງມີບ້ານທຸກ ຍາກ 20 ບ້ານ ກວມ 51% ຂອງຈຳນວນບ້ານ ທັງໝົດໃນທົ່ວເມືອງ, ມີຄອບຄົວ ທຸກຍາກ 1.087 ຄອບຄົວ ກວມ 23% ຂອງຈຳນວນຄອບຄົວທັງ ໝົດໃນທົ່ວເມືອງ. ເມືອງໄຊສົມ ບູນມີເນື້ອທີ່ທັງໝົດປະມານ 4.145 ກິໂລຕາແມັດ ເປັນເຂດທີ່ ຕັ້ງຍຸດທະສາດດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ດ້ານການເມືອງ ແລະ ເສດຖະ ກິດ-ສັງຄົມທີ່ຍັງມີຄວາມຫຍຸ້ງ ຍາກໃນການພັດທະນາ, ມີ 7 ກຸ່ມ ບ້ານ, ໃນນັ້ນ 4 ກຸ່ມບ້ານ ເປັນຈຸດ ສຸມພັດທະນາຂອງລັດຖະບານ ຄື ກຸ່ມບ້ານອ່າວ, ກຸ່ມ ບ້ານອອມ, ກຸ່ມບ້ານລ້ອງແຈ້ງ ແລະ ກຸ່ມ ບ້ານເມືອງພູນເກົ່າ; ທົ່ວເມືອງມີ 32 ບ້ານ, 4.513 ຄອບຄົວ, ມີພົນ ລະເມືອງທັງ ໝົດ 27.572 ຄົນ, ຍິງ 14.037 ຄົນ, ໃນນັ້ນ ເຜົ່າລາວ ລຸ່ມກວມເອົາ 24%, ເຜົ່າມົ້ງ 58%, ກຶມມຸ 17% ແລະ ຊາວຕ່າງ ດ້າວ ບໍ່ເຖິງ 1%. ສອງເມືອງນີ້ເປັນເຂດທຸລະກັນດານ-ຫ່າງໄກສອກຫລີກ, ການຄົມມະນາຄົມຫຍຸ້ງຍາກ, ວັດສະດຸການກໍ່ສ້າງ ລາຄາ ແພງ ແລະ ລະບົບພື້ນຖານໂຄງ ລ່າງຍັງບໍ່ທັນມີຄວາມສະດວກ ສະບາຍເທົ່າທີ່ຄວນ.
    ເພື່ອຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມລັດຖະບານສະໄໝ ສາມັນປະຈຳເດືອນມັງກອນ 2013 ທີ່ວ່າ: “ຄາດໝາຍໃນ ການ ພັດທະນາເມືອງຮົ່ມ ແລະ ເມືອງ ໄຊສົມບູນ ແມ່ນເພື່ອໃຫ້ສອງ ເມືອງດັ່ງກ່າວກາຍເປັນເມືອງທີ່ ມີຄວາມສະຫງົບປອດ ໄພ, ເສດຖະກິດໄດ້ຮັບການພັດທະນາ, ແກ້ໄຂຄວາມບໍ່ເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍພື້ນຖານ”. ດັ່ງນັ້ນ ໃນວັນທີ 28 ກຸມພາ ຫາ 1 ມີນາ 2013, ທ່ານ ອາຊາງ ລາວ ລີ ກຳມະການກົມການເມືອງ, ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນຫົວໜ້າຄະນະຮັບຜິດ ຊອບພັດທະນາເມືອງຮົ່ມ ແລະ ເມືອງ ໄຊສົມບູນໄດ້ເປັນປະທານກອງປະຊຸມເປີດການເຝິກອົບຮົມ ກ່ຽວກັບການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນ ຕົວເມືອງນ້ອຍຢູ່ຊົນນະບົດ. ຈາກນັ້ນ ທ່ານໄດ້ຊີ້ນຳໃຫ້ອຳນາດ ການປົກຄອງແຕ່ລະຂັ້ນພາຍໃນ ແຂວງໂດຍສະເພາະ ພາກ ສ່ວນທີ່ເຮັດວຽກຕິດພັນກັບສອງເມືອງດັ່ງກ່າວ ກ່ອນອື່ນໃຫ້ຮີບຮ້ອນສຳຫລວດກວດກາເກັບກຳຂໍ້ມູນພົນລະເມືອງຢູ່ສອງ ເມືອງນີ້ຄືນ, ຕີລາຄາຄວາມສາມາດ ແລະ ເພີ່ມຄວາມສາມາດໃຫ້ແກ່ອຳນາດການປົກຄອງບ້ານຕື່ມ, ຕ້ອງໄດ້ ເອົາໃຈໃສ່ສຶກສາ ອົບຮົມ ແລະ ປຸກສ້າງແນວຄິດເປັນເຈົ້າຕົນເອງ ແກ່ປະຊາຊົນ ໃຫ້ມີຄວາມຕື່ນຕົວ ຢາກເຮັດຢາກສ້າງຕ້ອງດຸໝັ່ນອອກແຮງ ງານ ເພີ່ມພູນຜະລິດ ຜົນ, ຜະລິດໃຫ້ກາຍເປັນສິນຄ້າ, ແກ້ໄຂບັນຫາການດຳລົງຊີວິດ ເລື່ອນລອຍຂອງປະຊາຊົນ ໄດ້ມາ ຕັ້ງ ບ້ານເຮືອນຢູ່ຄົງທີ່, ດຳລົງຊີ ວິດທີ່ໝັ້ນຄົງ ແລະ ເຂົ້າຮ່ວມຂະ ບວນການປົກປັກຮັກສາ ແລະ ສ້າງສາພັດທະນາຢ່າງຕັ້ງໜ້າ, ມີ ຄວາມສາມັກຄີປອງດອງ, ຍົກ ລະດັບຄວາມຕື່ນຕົວທາງການ ເມືອງ, ເອົາໃຈໃສ່ວຽກງານລົງກໍ່ ສ້າງຮາກຖານ, ແກ້ໄຂແນວຄິດ ເອື່ອຍອີງ-ແນວຄິດດຳລົງຊີວິດ ແບບທຳມະຊາດ, ແນວຄິດອະຄະ ຕິ-ບາດໝາງ, ແນວຄິດຫລົງໄຫລໄຝ່ຝັນເຊື່ອຟັງຄຳໂຄ ສະ ນາຕົວະຍົວະຫລອກລວງຂອງພວກຄົນທີ່ບໍ່ຫວັງດີ. ສະນັ້ນ ຕ້ອງປຸກລະດົມສຶກສາອົບຮົມປະຊາຊົນບັນດາເຜົ່າ, ຕ້ອງເຊື່ອ ໝັ້ນການນຳພາຂອງພັກ ແລະ ອະນາຄົດຂອງຊາດ, ແກ້ໄຂຄວາມບໍ່ເຂົ້າໃຈເຊິ່ງກັນ ແລະ ກັນ, ຈັດຕັ້ງເຜີຍແຜ່ບັນດາແນວທາງ ນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດສູ່ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ ເຮັດໃຫ້ເຂົາເຈົ້າມີຄວາມຕື່ນຕົວ; ເອົາໃຈ ໃສ່ເຊີດຊູສະຕິເປັນເຈົ້າປະເທດຊາດ, ປຸກລະດົມແນວຄິດຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນຂອງຕົນ, ປັບ ປຸງລະບົບການເມືອງແນວຄິດໃຫ້ເຂັ້ມແຂງ ທັງເປັນສະຕິຕື່ນຕົວປະຈຳໃຈຂອງແຕ່ລະຮຸ່ນຄົນມີລັກສະນະສືບທອດຕໍ່ເນື່ອງ; ພັດທະນາເສດຖະກິດໄປຄຽງຄູ່ກັບພັດທະນາວັດທະນະທຳ-ສັງຄົມ, ຍຸຕິທຳໃນສັງຄົມ ແລະ ປົກປັກຮັກສາສິ່ງແວດ ລ້ອມໄປ ພ້ອມໆກັນ; ພັດທະນາເຂດນີ້ໃຫ້ກາຍເປັນສູນກາງການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ. ພ້ອມທັງຮຽກ ຮ້ອງ ພະນັກງານສະມາຊິກພັກ ເອົາໃຈໃສ່ປະຕິບັດວຽກງານ ຢ່າງມີໄຫວພິບ, ມີວິທະຍາສາດ, ມີຍຸດທະສາດ, ມີຄວາມຮັບຜິດ ຊອບຫລາຍ. ນັ້ນແມ່ນຄາດໝາຍ ແລະ ວຽກງານຈຸດສຸມທີ່ຕ້ອງໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດເປັນພິເສດ ເພື່ອຍົກສູງຄຸນນະ ພາບຊີວິດທາງວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າຢູ່ເຂດດັ່ງກ່າວ ໃຫ້ດີຂຶ້ນສົມຄູ່ກັບການພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນ.

No comments:

Post a Comment