Ad

Ad

16 May 2013

ໂຄງການບໍ່ຄຳ-ທອງເຊໂປນ ສົ່ງເສີມວັດທະນະທຳລາວຫລາຍຂຶ້ນ



    ນັບແຕ່ປີ 2008 ເປັນຕົ້ນມາ, ບໍ ລິສັດເອັມເອັມຈີລ້ານຊ້າງມີເນ ໂຣນສ໌ ລິມິເຕັດ ເຊໂປນ ໄດ້ເຫັນຄວາມໝາຍຄວາມ ສຳຄັນທາງວັດທະນະທຳຂອງຊາດລາວເຮົາ ທາງບໍລິສັດໄດ້ບໍລິຈາກທອງຈຳ ນວນຫລາຍ 17 ໂຕນ ເພື່ອປະ ກອບສ່ວນເຂົ້າ ໃນການສ້າງສັນຍະລັກທີ່ສຳຄັນທາງວັດທະນະທຳ ເຊິ່ງລວມມີຍອດຊໍ່ຟ້າຂອງຫໍຫລັກເມືອງວຽງຈັນ, ເຄື່ອງໝາຍ ຊາດຢູ່ ສະພາແຫ່ງຊາດ,   ຫ້ອງວ່າການປະທານປະເທດ ແລະ ພະພຸດທະຮູບຫລາຍໆອົງໃຫ້ບັນດາວັດຕ່າງໆ.
    ນອກຈາກສົ່ງເສີມວັດທະນະທຳແລ້ວ, ບໍລິສັດເອັມເອັມຈີລ້ານຊ້າງມີເນໂຮນສ໌ລິມິເຕັດ ເຊໂປນ ຍັງເຫັນຄວາມສຳຄັນ ທາງປະຫວັດສາດ ແລະ ໄດ້ບໍລິຈາກທອງ 8 ໂຕນ ໃນປີ 2010 ເພື່ອປະກອບ ສ່ວນເຂົ້າໃນການຫລໍ່ຮູບເຈົ້າອາ ນຸວົງ ເຊິ່ງ ໄດ້ປະດິດສະຖານຢູ່ນະ ຄອນຫລວງວຽງຈັນ. ຫລ້າສຸດ ບໍ ລິສັດເອັມເອັມຈີລ້ານຊ້າງມີເນ ໂຮນສ໌ ລິມິເຕັດ ເຊໂປນ ຮ່ວມກັບ ພະນັກງານຂອງບໍລິສັດສົມທົບ ທຶນບໍລິຈາກທອງສຳລິດນຳໃຊ້ ເຂົ້າໃນການຫລໍ່ພະພຸດທະຮູບອົງ ໃໝ່ ທີ່ມີລວງສູງ 1,5 ແມັດ ທີ່ປະ ດິດສະຖານໄວ້ຢູ່ວັດບ້ານນ້ຳຈະ ໂລະ ເມືອງວິລະບູລີ ແຂວງສະ ຫວັນນະເຂດ ເຊິ່ງເປັນທີ່ຕັ້ງຢູ່ໃກ້ ກັບບໍ່ຄຳເຊໂປນ.
    ທ່ານ ສະໝານ ອາເນກາ ຜູ້ອຳ ນວຍການບໍລິສັດເອັມເອັມຈີລ້ານ ຊ້າງມີເນໂຣນສ໌ ລິມິເຕັດ ເຊໂປນ ໄດ້ກ່າວວ່າ: ນັກບູຮານ ນະຄະດີທີ່ ເຮັດວຽກຢູ່ບໍ່ຄຳເຊໂປນໄດ້ຄົ້ນ ພົບຕົ້ນກຳເນີດຂອງວັດຖຸບູຮານ ຢູ່ທົ່ວອາຊີວ່າວັດຖຸບູຮານດັ່ງກ່າວແມ່ນຜະລິດ ຈາກທອງເຊໂປນເປັນເວລາຢ່າງໜ້ອຍແມ່ນ 2 ພັນປີແລ້ວ. ພວກເຮົາມີຄວາມພາກພູມໃຈຫລາຍທີ່ທອງຂອງລາວເຊິ່ງເປັນຜະ ລິດຕະພັນໂດຍຄົນລາວຍັງຖືກນຳໃຊ້ໃນສັນຍະລັກວັດທະນະທຳ ແລະ ສັນຍະລັກຂອງຊາດຈົນເຖິງທຸກມື້ນີ້.

No comments:

Post a Comment