ປັດຈຸບັນ,ຄະນະກຳມະການ ແຫ່ງຊາດດ້ານຄວາມປອດໄພ
ທາງຖະໜົນພວມເລັ່ງດຳເນີນແຜນການປູກຈິດສຳນຶກໃຫ້ ແກ່ຜູ້ຂັບຂີ່ມີສະຕິຕື່ນຕົວເຄົາລົບລະ ບຽບຈະລາຈອນເພື່ອເຮັດໃຫ້
ສະ ພາບອຸປະຕິເຫດຫຼຸດຜ່ອນລົງໃນເຫຼືອ 2% ໃນປີ 2020.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ແຕ່ລະປີ,
ສະພາບອຸປະຕິເຫດຕາມທ້ອງຖະໜົນຢູ່ລາວມີການເພີ່ມຂຶ້ນເນື່ອງມາຈາກ ການຂາດ ຄວາມປອດໄພທາງທ້ອງຖະໜົນເຊັ່ນ:ຈິດສຳນຶກຂອງນັກຂັບຂີ່,
ບັນຫາສະພາບເສັ້ນ ແລະ ສິ່ງອຳ ນວຍຄວາມສະດວກອື່ນໆເຫັນ ວ່າຍັງບໍໍ່ໄດ້ມາດຕະຖານ, ມາດຕະການຄຸ້ມຄອງບັນຫາອຸປະຕິເຫດຍັງບໍ່ເຂັ້ມງວດເຮັດ
ໃຫ້ມີຜູ້ຝ່າຝືນ ລະບຽບການຈະລາຈອນເປັນຈຳນວນບໍ່ໜ້ອຍ. ຕາມຕົວເລກສະຖິຕິເກັບກຳໄດ້ຂອງເຈົ້າ
ໜ້າທີ່ໃນປີຜ່ານມາ, ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 5 ພັນກວ່າກໍລະນີ, ມີຜູ້ເສຍຊີວິດ
1 ພັນກວ່າຄົນ ທຽບໃສ່ປີ 2011 ເພີ່ມຂຶ້ນເກືອບ 5% ສາເ ຫດທີ່ພາ ໃຫ້ເກີດອຸປະຕິເຫດສ່ວນໃຫຍ່ແມ່ນມາຈາກການຂາດສະຕິ
ຂອງນັກຂັບຂີ່ຄື ຂັບຂີ່ລົດໄວ, ມຶນເມົາ, ລ່ວງປ້າຍ ສັນຍານ, ປ່ຽນທິດ ບໍ່ຮັບປະກັນ, ເກີດຈາກສະພາບເສັ້ນທາງຄືເສັ້ນທາງເປ່ເພ,
ບໍ່ໄດ້ມາດຕະຖານໃນການອອກແບບ ກໍ່ສ້າງ, ແສງສະຫວ່າງບໍ່ພຽງພໍ ແລະ ການຕິດຕັ້ງປ້າຍສັນຍານເຕືອນຄວາມປອດໄພຍັງບໍ່ແທດເໝາະ
ຈຶ່ງເຮັດໃຫ້ອັດຕາການ ເກີດອຸປະ ຕິເຫດນັບແຕ່ປີ 2002 ເປັນຕົ້ນມາເພີ່ມຂຶ້ນຢ່າງໜ້ອຍປີລະ
5%.
ທ່ານ ສົມນຶກ ເມກຕະຄຸນ ກອງເລຂາຄະນະກຳມະການ ແຫ່ງຊາດດ້ານຄວາມປອດໄພ
ທາງຖະໜົນ ກ່າວວ່າ: ປັດຈຸບັນ, ລາວມີການເພີ່ມຂຶ້ນຂອງຍວດ
ຍານພາຫະນະເກືອບ 2 ລ້ານ ຄັນຈາກການຂຶ້ນທະບຽນຂອງກົມຕຳຫຼວດຈະລາ ຈອນ,ຂະນະ ດຽວກັນ 54% ຂອງຈຳນວນພົນ
ລະເມືອງທັງໝົດມີອາຍຸ 20 ຫຼື ຕ່ຳກວ່າ ໄດ້ມີການຂັບຂີ່ຍານພາ ຫະນະ, ຜູ້ຂັບຂີ່ລົດຈັກສ່ວນໃຫຍ່ມີ
ອາຍຸຕ່ຳກວ່າ 30 ປີ, 70% ຂອງຜູ້ ຂັບຂີ່ລົດຈັກທັງໝົດບໍ່ມີໃບຂັບຂີ່ ແລະ 80% ຂອງຜູ້ຂັບ
ຂີ່ທີ່ມີໃບຂັບ ຂີ່ບໍ່ໄດ້ຜ່ານການເຝິກອົບຮົມ ຊຶ່ງ ເຮັດໃຫ້ສະພາບການເກີດ ອຸປະ ຕິເຫດຕາມທ້ອງຖະໜົນເພີ່ມຂຶ້ນ
ແລະ ຜູ້ຂັບ ຂີ່ຈຳນວນໜຶ່ງບໍ່ໄດ້ ຮັບການອົບຮົມດ້ານຄວາມປອດ ໄພທາງຖະໜົນ,ພຽງຂັບຂີ່ລົດ ເປັນກໍຂັບຂີ່ລົດເລີຍ
ຈຶ່ງເຮັດ ໃຫ້ມີ ອຸປະ ຕິເຫດເກີດຂຶ້ນໄດ້ງ່າຍ. ແນວໃດກໍດີ,ກອງປະຊຸມຄະນະ ກຳມະການແຫ່ງຊາດດ້ານ
ຄວາມປອດ ໄພທາງຖະໜົນ ຄັ້ງ ທີ 2 ໄດ້ຕີລາຄາວ່າ: ບັນຫາອຸປະ ຕິເຫດອາດຈະເພີ່ມຂຶ້ນຫຼາຍຖ້າ
ຫາກບໍ່ໄດ້ຮັບການແກ້ໄຂແລະ ປ້ອງກັນຢ່າງມີປະສິດທິຜົນ ແລະ ກໍຕ້ອງໄດ້ມີສ່ວນຮ່ວມຂອງຫຼາຍ ພາກສ່ວນໃນການໂຄສະນາ
ແລະ ປູກຈິດສຳນຶກໃຫ້ສັງຄົມຮ່ວມກັນແກ້ໄຂ. ສະນັ້ນນັບແຕ່ ປີ 2013 ຫາ 2020 ຕ້ອງໄດ້ມີແຜນງານລະອຽດໃນການດຳເນີນຍຸດທະ
ສາດແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ ຄື ເລັ່ງສ້ າງຕຳລາສິດ ສອນໃນຊັ້ນອະນຸບານ ແລະ ປະຖົມເພື່ອໃຫ້ແທດເໝາະ
ແລະ ປູກຈິດສຳນຶກແຕ່ເຍົາໄວ ໃຫ້ເດັກໄດ້ຮຽນຮູ້ ຄວາມປອດໄພທາງຖະໜົນຍ້ອນວ່າການເກີດອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກຜູ້ຂັບຂີ່ລະເມີດລະບຽບຈະລາຈອນ,
ຂາດ ປະສົບການ, ເຕັກນິກການຂັບຂີ່ ແລະ ຄຸນສົມບັດໃນ ການຂັບຂີ່ບໍ່ທັນສູງ, ການໂຄສະນາໃສ່ໝວກກັນກະທົບສຳລັບຜູ້
ຂັບຂີ່ ແລະ ຜູ້ຊ້ອນທ້າຍລົດຈັກ ຍັງເຮັດບໍ່ໄດ້ດີ,ແຕ່ສິ່ງນີ້ແມ່ນຄວາມຈຳເປັນການໃສ່ໝວກກັນກະທົບຈະຊ່ວຍປ້ອງກັນການ
ບາດ ເຈັບຢູ່ຫົວ ຊຶ່ງເປັນສ່ວນສຳ ຄັນ ຂອງຮ່າງກາຍຂອງຄົນ ແລະ ຈະຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດຈາກອຸປະຕິເຫດ
ແລະ ພ້ອມນັ້ນກໍຕ້ອງຈຳກັດການຂັບຂີ່ລົດ ໃນຍາມມຶນເມົາ ຊຶ່ງເປັນການ ສ່ຽງຕໍ່ການເກີດອຸປະຕິເຫດສູງຕ້ອງຊຸກຍູ້ເຈົ້າໜ້າ
ທີ່ຕຳ ຫຼວດເພີ່ມທະວີກວດກາການມຶນເມົາຂອງຜູ້ຂັບຂີ່ໂດຍນຳໃຊ້ວິທີການທີ່ງ່າຍດາຍແຕ່ມີຄວາມຈະແຈ້ງທີ່ຜູ້ຂັບຂີ່ສາມາດຮັບ
ໄດ້, ອອກລະບຽບເພື່ອຈຳກັດການຂັບຂີ່ໃນເວ ລາດື່ມສິ່ງມຶນເມົາ, ກຳນົດເປົ້າໝາຍ ໃນການກວດກາບັນດາຜູ້ຂັບຂີ່ທີ່ມີປາກົດການ
ມຶນເມົາ ໂດຍສະເພາະໃນເວລາ 20 ໂມງ ເຖິງທ່ຽງຄືນຖ້າຜົນກວດກາບໍ່ ຜ່ານຕ້ອງເຂັ້ມງວດໃນການດຳ
ເນີນຄະດີຕາມກົດ ໝາຍ ແລະ ສິ່ງສຳຄັນອີກຢ່າງໜຶ່ງແມ່ນຕ້ອງ ກຳນົດຄວາມໄວ ໃຫ້ເໝາະສົມ
ກັບແຕ່ລະເສັ້ນທາງ, ບັງຄັບໃຫ້ຜູ້ ຂັບຂີ່ຕ້ອງປະ ຕິບັດຕາມປ້າຍກຳ ນົດດັ່ງກ່າວ ເພື່ອຫຼຸດຜ່ອນຄວາມ
ຮຸນແຮງຂອງອຸປະຕິເຫດ ໂດຍ ສະເພາະໃນເສັ້ນທາງທີ່ໄດ້ຮັບ ການປັບ ປຸງໃໝ່ ແລະ ອອກຂໍ້ກຳ ນົດກ່ຽວກັບຄວາມໄວຈຳກັດໃນ
ແຕ່ລະເສັ້ນທາງບົນພື້ນຖານຮັບ ປະກັນຄວາມປອດໄພ ແລະ ຄວາມສະດວກ ແລະ ປຸກລະດົມ ໃຫ້ຜູ້ຂັບຂີ່ຮູ້ຈັກການປ້ອງກັນຕົນ
ເອງຈາກອຸປະຕິເຫດກ້າວໄປສູ່ ການບັງຄັບໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານ, ທຸກຄົນຕ້ອງໃສ່ສາຍ ແອວນິລະໄພ
ເພາະວ່າຈະສາ ມາດຫຼຸດຜ່ອນການສເຍຊີວິດໃນ ເວລາເກີດອຸປະຕິເຫດ ລົງໄດ້ 40% ແລະ ເລັ່ງການຄຸ້ມຄອງການຈະ
ລາຈອນ ແລະ ການແບ່ງຊ່ອງ ຈະລາຈອນສຳລັບການຂົນສົ່ງສາທາລະນະ ເພື່ອ ເຮັດໃຫ້ການຈະລາຈອນມີຄວາມເປັນລະບຽບ,
ສະດວກ, ປອດໄພ, ສ້າງ ໃຫ້ເສັ້ນທາງມີປ້າຍສັນຍານຄົບຖ້ວນ, ມີເຄື່ອງ ໝາຍທີ່ສາມາດ ແນມເຫັນໄດ້ງ່າຍ,ແນໃສ່
ເພື່ອ ອຳນວຍຄວາມສະດວກໃຫ້ແກ່ ຜູ້ຂັບຂີ່ທີ່ສັນຈອນໄປມາໄດ້ປະຕິບັດຢ່າງຖືກ ຕ້ອງ.
No comments:
Post a Comment