Ad

Ad

13 June 2013

ເມືອງເຫນືອຍາມນີ້ງາມຫລາຍ



    ​ເຊົ້າມື້ນັ້ນ ວັນ​ທີ 6 ມິຖຸນາ 2013 ພາຍຫລັງ​ຄະນະ​ພວກ​ເຮົາ​ໃຊ້​ເວລາ​ເດີນທາງ​ປະມານ 45 ນາທີ ຈາກ​ນະຄອນຫລວງ​ວຽງ​ຈັນ​ໄປ​ຍັງ​ຫລວງ​ພະ​ບາງ ໂດຍ​ເຮືອບິນ ATR ພວກ​ເຮົາ​ກໍ​ເຖິງ​ສະໜາມ​ບິນ​ເມືອງ​ມໍລະດົກ​ໂລກ ເຊິ່ງຫາ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃໝ່ ເພື່ອ​ຍົກ​ລະດັບ​ໃຫ້​ສາມາດ​ຮອງ​ຮັບ​ຍົກ​ຂະໜາດ​ໃຫຍ່​ດັ່ງ​ໂບອິ້ງ ແລະ ​ແອ​ບັດ​ໄດ້​ສະດວກ​ສະບາຍ ແລ້ວ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ເຈົ້າພາບ ​ເພື່ອ​ອອກ​ເດີນທາງ​ຕໍ່​ໄປ​ຍັງ​ເຂດ​ກໍ່ສ້າງ​ໂຄງການ​ໄຟຟ້າ​ພະລັງງານ​ນ້ຳ​ໄຊ​ຍະ​ບູລີ ​ໂດຍ​ຜ່ານ​ເສັ້ນທາງ​ເລກ 10 ຈາກ​ເມືອງ​ຊຽງ​ເງິນ ​ແຂວງ​ຫລວງ​ພະ​ບາງ ​ໄປ​ສູ່​ແຂວງ​​ໄຊ​ຍະ​ບູລີ ​ເຊິ່ງ ພວມ​ຢູ່​ໄລຍະ​ການ​ກໍ່ສ້າງ​ໃໝ່ ທີ່​ມີ​ໄລຍະ​ຍາວ​ປະມານ 130 ກວ່າ​ກິ​ໂລ​ແມັດ, ບາງ​ຈຸດ​ກໍ​ປູຢາງ​ສຳ​ເລັດ​ແລ້ວ ​ແລະ ອີກ​ຫລາຍ​ຈຸດ​ກໍ​ພວມ​ປັບປຸງ​ໜ້າ​ທາງ, ​ເຖິງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ແດ່, ​ແຕ່​ການ​ ເດີນທາງຂອງ​ພວກ​ເຮົາ​ກໍ​ຜ່ານ​ພົ້ນ​ໄປ​ໂດຍ​ດີ ​ກ່ອນ​ຈະ​​ໄດ້ກິນ​ເຂົ້າ ທ່ຽງ​ຢູ່ຮ້ານ​ອາຫານ​ຂອງ​ບໍລິສັດ​ຜູ້​ລົງທຶນ​ກໍ່ສ້າງ​ໂຄງການ​ໄຟຟ້າ​ດັ່ງກ່າວ​ກໍ​ເກືອບບ່າຍ 2 ​ໂມງ​ແລງ, ​ເຖິງ​ຈະ​ຫິວ​ແດ່ ​ແຕ່​ທຸກ​ຄົນ​ກໍ​ມີ​ຄວາມ​ຍິ້ມ​ແຍ້ມ​ແຈ່ມ​ໃສ ​ເພື່ອ​ຈະ​ໄດ້​ສຳຜັດ​
ກັບ​ບັນຍາກາດ​ໃໝ່​ອັນ​ສົດ​ຊື່ນ ​ແລະ ງົດ​ງາມ​ຂອງ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຢູ່ບໍລິ​ເວນ​ດັ່ງກ່າວ ​ເຊິ່ງຢູ່ຫ່າງ​ຈາກ​ເທສະ​ບານ​ເມືອງ​ໄຊ​ຍະ​ບູລີ​ເຂົ້າມາ​ທາງ​ທິດຕາ​ເວັນ​ອອກ​ປະ ມານ 40 ກິ​ໂລ​ແມັດ ກໍ​ຈະ​ເຖິງ​ເຂດ​ໂຄງການ​ທີ່​ຕັ້ງຢູ່ລຸ່ມ​ແກ້ງ​ຫລວງ​ອັນ​ລື​ຊື່​ຂອງ​ສາຍ​ແມ່ນ້ຳຂອງ ເມື່ອກ່ອນ​ເປັນ​ບ່ອນ​ພູຜາ​ສູງ​ຊັນ ທີ່​ທຸລະກັນດານ ບໍ່​ມີ​ເສັ້ນທາງ​ໄປ​ຮອດ, ປະຊາຊົນ​ຜູ້​ຢູ່​ເຂດ​ນັ້ນ​ແມ່ນ​ອາ​ໄສ​ເຮືອ​ແພ​ເປັນ​ພາຫະນະ​ໃນ​ການ​ເດີນທາງ​ໄປ​ມາ​ຕາມ​ລຳ​ແມ່ ນ້ຳຂອງ​ແຫ່ງ​ນີ້ ​ແລະ ຂາດ​ເງື່ອນ​ໄຂ​ຕ່າງໆ​ທີ່​ຈະ​ພັດທະນາ​ຕົນ​ເອງ​ເຊັ່ນ: ລະບົບ​ໄຟຟ້າ, ນ້ຳປະປາ​ບໍ່​ມີ, ສຸກສາລາ ​ແລະ ການ​ສຶກສາ​ກໍ​ບໍ່​ສາມາດ​ໄປ​ເຖິງ ປະຊາຊົນ​ສ່ວນ​ ໃຫຍ່​
ແມ່ນ​ອາ​ໄສ​ທຳ​ມະ​ຊາດ ໂດຍ​ການ​ຖາງ​ປ່າ​ເຮັດ​ໄຮ່, ຫາ​ຜັກ​ເກັບ​ໜໍ່​ເພື່ອ​ລ້ຽງ​ຊີບ​​ໄປ​ແຕ່​ລະ​ມື້ ດ້ວຍ​ຄວາມທຸກ​ຍາກ​ລຳບາກ​ແບບ​ເອົາ​ຫລັງ​ສູ້​ຟ້າ​ເອົາໜ້າ​ສູ້​ດິນ, ປີ​ໃດ​ດິນ​ຟ້າ​ອາກາດ​ເອື້ອອຳນວຍ​ກໍ​ມີ​ເຂົ້າກຸ້ມ​ກິນ ​ແລະ ປີ​ໃດ​ຟ້າ​ບໍ່​ເປັນ​ໃຈ​ກໍ​ຕ້ອງ​ພາ​ລູກ​ພາ​ເມຍ​ກິນ​ເຜືອກ​ກິນ​ມັນ ​ແລະ ຫາ​ຂາຍ​ແຮງ​ໄປ​ຕາມ​ຕົວ​ເມືອງ​ໃຫຍ່ ​ເພື່ອ​ໄດ້​ມາ​ຄາບ​ແລງ-ຄາບ​ງາຍ​ຢູ່ຢ່າງ​ບໍ່​ເປັນ​ສຸກ, ​ແຕ່​ມາ​ຮອດ​ປັດຈຸບັນ ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ການ​ພັດ ທະນາ ​ແລະ ປ່ຽນ​ແປງ​ດີ​ຂຶ້ນຈາກ​ ຫລັງ​ມື​ເປັນ​ໜ້າ​ມືນັ້ນ ຍ້ອນ​ການ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ໂຄງການ​ໄຟຟ້າ​ພະລັງງານ​ນ້ຳ​ແຫ່ງ​ນີ້ ​ໃນ​ການ​ບຸກ​ເບີກ​ສ້າງ​ຖະໜົນ​ຫົນ ທາງປູຢາງ ​ເພື່ອ​ການ​ໄປມາ​ໄດ້​ ສະດວກ​ສະບາຍ​ໃຫ້​ແກ່​ປະຊາຊົນ ຈຳນວນ 450 ກວ່າ​ຄອບຄົວ ​ໃນ 19 ບ້ານ ທີ່​ອາ​ໄສ​ຢູ່​ສອງ​ແຄມ​ຝັ່ງ​ ແມ່ນ້ຳຂອງ​ບໍລິ​ເວນ​ດັ່ງກ່າວ ​ເຊິ່ງ​ເບື້ອງໜຶ່ງ​ແມ່ນ​ຂຶ້ນກັບ​ເມືອງ​ນານ ​ແຂວງ​ຫລວງ​ພະ​ບາງ ​ແລະ ອີກ​ ເບື້ອງຕາ​ເວັນ​ຕົກ​ແມ່ນ​ຂຶ້ນກັບ​ເມືອງ ​ແລະ ​ແຂວງ​ໄຊ​ຍະ​ບູລີ, ​ໃນ​ນັ້ນ ມີ​ຈຳນວນ 15 ບ້ານ ​ເຊິ່ງ  ອາດຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ ດັບ​ນ້ຳທີ່​ສູງ​ຂຶ້ນ ​ແລະ ອີກ 4 ບ້ານ ຢູ່ບໍລິ​ເວນເນື້ອທີ່​ກໍ່ສ້າງຕ້ອງ​ໄດ້​ຍ້າຍ​ບ້ານ​ເຮືອນ​ໄປ​ຢູ່ເຂດ​ຈັດ​ສັນ​ໃໝ່​ຂອງ​ໂຄງການ ​ໂດຍ​ໄດ້​ຊ່ວຍ​ປຸກ​ສ້າງ​ບ້ານ​ເຮືອນ​ໃໝ່, ສ້າງ​ຖະ ໜົນ​ຫົນທາງ, ນຳ​ເຂົ້າກະ​ແສ​ໄຟ ຟ້າ ​ແລະ ການຈັດ​ຫານ້ຳສະອາດ​ທີ່​ຖາວອນ, ຊ່ວຍ​ສ້າງ​ວັດວາອາ​ຮາມ, ​ໂຮງຮຽນ, ​ໂຮງໝໍ ​ແລະ  ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ​ເພື່ອ​ເຂົາ​ເຈົ້າສາມາດ​ດຳ ລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ອຸດົມສົມບູນ​ກວ່າ​ນັ້ນດີ​ຂຶ້ນ​ເປັນ​ລຳດັບ. ສິ່ງ​ນີ້ມັນ​ຈະ​ປາກົດ​ເຫັນ​ຕົວ​ຈິງ​ໃນ​ເມື່ອ​ພວກ​ເຮົາ​ຂີ່​ລົດ​ຜ່ານ​ເສັ້ນທາງ​ຢາງ​ເບື້ອງ​ເມືອງ​ໄຊ​ຍະ​ບູລີ ພວກ​ເຮົາ​ຈະ​​ແນມ​ເຫັນ​ບ້ານ​ເຮືອນ​ຈັດ​ສັນ​ໄດ້​ຮັບ​ການ​ປຸກ​ຂຶ້ນລຽນ​ລະດາ​ດກັນ​ໄປ​ຕາມ​ເປີ້ນ ພູ​ເບື້ອງ​ເມືອງ​ນານ ສ່ວນ​ຫລາຍ​ເປັນ​ເຮືອນ​ສອງ​ຊັ້ນ ​ເບື້ອງລຸ່ມ​ກໍ່ ເບື້ອງ​ເທິງ​ແອ້ມດ້ວຍ​ແປ້ນ ​ແລະ ມຸງກະ​ເບື້ອງ ຫລື ສັງກະສີ​ຕາມ​ ຄວາມ​ເໝາະ​ສົມ ພ້ອມ​ສວນ​ຄົວ, ລະບົບ​ນ້ຳປະປາ, ​ໄຟຟ້າ ​ດັ່ງ​ຄຳ​ຂວັນ​ຂອງ​ຜູ້​ເປັນ​ເຈົ້າຂອງ​ໂຄງ ການ​ວາງ​ໄວ້​ວ່າ: “ນ້ຳ​ໃສ, ​ໄຟ​ສະ ຫວ່າງ, ຫົນທາງ​ດີ” ​ເພື່ອ​ໃຫ້​ຊີວິດ​ ການ​ເປັນ​ຢູ່ຂອງ​ປະຊາຊົນ​ເຂດ​ນີ້​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ. ນັ້ນ​ແມ່ນ​ເຂດ​ຈັດ​ສັນ​ຂອງ​ບ້ານ​ປາກ​ ເນີນ​, ​ໂຄກ​ໃຫຍ່ ​ແລະ ຫ້ວຍ​ເດື່ອ ແລະ ນອກຈາກ​ສິ່ງ​ດັ່ງກ່າວ​ແລ້ວ ທາງ​ໂຄງການ​ຍັງ​ໄດ້​ໃຫ້ການ​ ຊ່ວຍ​ເຫລືອ ​ແລະ ສະໜັບສະໜູນ​ ດ້ານ​ສາທາລະນຸປະ​ໂພ​ກຕ່າງໆ, ການຈັດ​ສັນ​ເນື້ອທີ່​ການ​ຜະລິດ​ກະ ສິກຳ​ໃຫ້​ແຕ່ລະຄອບຄົວ, ຈ່າຍ​ຄ່າ​ ທົດ​ແທນຈາກ​ການ​ສູນ​ເສຍ​ທີ່​ດິນ​ທຳ​ມາ​ຫາ​ກິນ ​ແລະ ລາຍ​ຮັບຈາກ​ ບ່ອນຢູ່ເກົ່າ, ສະໜອງ​ເຂົ້າກິນ ແລະ ​ເງິນ​ຈຳນວນ​ໜຶ່ງ​ໃຫ້​ປະຊາ ຊົນ​ໃນ​ໄລຍະ​ຕົ້ນທີ່​ຍັງ​ບໍ່​ມີ​ລາຍ​ຮັບ ​ເພື່ອ​ຊ່ວຍ​ເຂົາ​ເຈົ້າສາມາດ​ຟື້ນຟູ​ຄຸນ​ນະພາ​ບຊີວິດ​ທີ່​ດີກ​ວ່າ​ເກົ່າ. ໃນ​ຄວາມ​ຈິງ​ມັນ​ກໍ​ແມ່ນ​ແນວ​ນັ້ນ​ແທ້, ​ໃນ​ເມື່ອ​ຄະນະ​ພວກ​ເຮົາ​ໄດ້​ຂຶ້ນ​ເຮືອ​ບັກ​ທີ່​ໂຄງການ​ສ້າງ​ຂຶ້ນ ເພື່ອ​ຂ້າມ​ນ້ຳຂອງ​ບໍລິ​ເວນ​ນັ້ນ​ໄປ​ຍັງ​ເຂດ​ບ້ານ​ຈັດ​ສັນ​ດັ່ງກ່າວ ໂດຍ​ມີ​ເສັ້ນທາງ​ບຸກ​ເບີກ​ໃໝ່​ຜ່ານ​ເປີ້ນພູນັ້ນ​ໄປ​ດ້ວຍ​ຄວາມ​ສະດວກ​ສະບາຍ ​ແລະ ຄະນະ​ພວກ​ເຮົາ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ​ເປັນ​ກັນ​ເອງ​ຈາກ​ຄະນະ​ປົກ  ຄອງ​ບ້ານ ​ແລະ ຜູ້​ຊີ້ນຳ​ວຽກ​ງານ​ ຈັດ​ສັນ ​ແລະ ຍົກຍ້າຍ​ຊາວບ້ານ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ໄຟ ຟ້າ​ດັ່ງກ່າວ ​ແລະ ກໍ​ໄດ້​ຮັບ​ການ​ລາຍ​ງານ​ຢ່າງ​ລະອຽດ​ຖີ່​ຖ້ວນ​​ໃນ​ວຽກ​ຟື້ນຟູ​ຊີວິດ​ໃໝ່​ຂອງ​ຜູ້​ຖືກ​ຍົກ ຍ້າຍ​ວ່າ: ​ໂດຍ​ເບື້ອງຕົ້ນ ປະຊາ ຊົນ​ຈະ​ໄດ້​ຮຽນ​ຮູ້​ທັກ​ສະ​ຂອງ​ການ​ດຳລົງ​ຊີວິດ​ໃນ​ເງື່ອນ​ໄຂ​ໃໝ່​ເຊັ່ນ: ການ​ນຳ​ໃຊ້​ເຄື່ອງ​ໄຟຟ້າ, ນ້ຳປະປາ ​ແລະ ບັນດາ​ສຸຂະ​ອະ ນາ​ໄມ​ອື່ນໆ. ຈາກ​ນັ້ນ ​ເຂົາ​ເຈົ້າກໍ​  ຈະ​ໄດ້​ຮຽນ​ຮູ້​ວິທີ​ການ​ເຮັດ​ສວນ​ຄົວ, ການ​ປູກຝັງ, ລ້ຽງສັດ​ຕ່າງໆ ດັ່ງ​ການ​ລ້ຽງ​ປາ, ລ້ຽງ​ກົບ, ຕົ້ມ​ເຫລົ້າ, ຊ່າງ​ສ້ອມ​ແປງ​ເຄື່ອງ​ໄຟ ຟ້າ ​ແລະ ປູກ​ພືດ​ເປັນ​ສິນຄ້າ​ອື່ນໆ ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າມີ​ລາຍ​ຮັບ  ແລ້ວ​ນຳ​ມາ​ພັດທະນາ​ຊີວິດ​ການ​ ເປັນ​ຢູ່ຂອງ​ຕົນ​ດີ​ຂຶ້ນ ຄື​ຢູ່ບ້ານ​ປາກ​ເນີນ​ໃນ​ປັດຈຸບັນ ​ແມ່ນ​ທາງ​ ໂຄງການ​ໄຟຟ້າ​ແຫ່ງ​ນີ້ຍັງ​ໃຫ້ ການ​ສະໜັບສະໜູນ​ຢູ່ ​ເຊິ່ງ​ແຕ່ລະ​ເດືອນ​ປະຊາຊົນ​ຜູ້​ໜຶ່ງ​ຈະ​ໄດ້​ຮັບ​ເຂົ້າກິນ 20 ກິ​ໂລ, ​ເງິນ 36.000 ກີບ. ພ້ອມ​ນັ້ນ ຍັງ​ໄດ້​ຮັບ​ເງິນ​ສົ່ງ​ເສີມ​ອາຊີບ 5 ລ້ານ​ກີບ ​ແລະ ​ໄດ້​ຮັບ​ນະ​ໂຍບາຍ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ​ໃນ​ຂັ້ນພື້ນຖານ​ຢ່າງ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ ​ໂດຍ​ຄາດ​ວ່າ​ອີກ 5 ປີ​ຕໍ່ໜ້າ ຊາວບ້ານ​ຈະ​ສາມາດ​ກຸ້ມ​ຕົນ​ເອງ​ໄດ້. ປະ ຊາຊົນ​ຫລາຍ​ຄົນ​ໃຫ້​ທັດສະນະ​ວ່າ: ການ​ໄດ້​ຮັບ​ນະ​ໂຍບາຍ​ຈາກ​ໂຄງການ​ແມ່ນ​ດີ​ຫລາຍ ​​ເມື່ອ​ທຽບ​ໃສ່​ສະພາບ​ການ​ດຳລົງ​ຊີວິດ​ເກົ່າ ​ເພາະ​ບ້ານ​ເຮືອນ​ກໍ​ແມ່ນ​ປຸກ​ຂຶ້ນໂດຍ​ປະຖົມ​ປະ​ຖານ, ບໍ່​ມີ​ໄຟ ຟ້າ, ນ້ຳສະອາດ​ໃຊ້, ການ​ທຳ​ມາ​ຫາ​ກິນ​ແມ່ນ​ອີງ​ໃສ່​ທຳ​ມະ​ຊາດ​ເປັນ​ສ່ວນ​ໃຫຍ່ ​ແລະ ຈາກ​ໂຄງ ການ​ໄຟຟ້າ​ດັ່ງກ່າວ ​ໄດ້​ຊ່ວຍ​ໃຫ້​ຊາວບ້ານ​ຜູ້​ໄດ້​ຮັບ​ຍົກຍ້າຍ​ມີ​ຊີວິດ​ໃໝ່​ທີ່​ສົດ​ໃສ​ກວ່າ, ​ເຖິງ​ວ່າ​ໃນ​ໄລ ຍະ​ຕົ້ນ​ສ່ວນ​ໜຶ່ງ​ກໍ​ຍັງ​ມີ​ຄວາມ​ກັງ ວົນ​ກັບ​ເງື່ອນ​ໄຂ​ດຳລົງ​ຊີວິດ​ໃໝ່​ຂອງ​ຕົນ, ​ແຕ່​ຫວັງ​ວ່າ​ສິ່ງ​ນັ້ນຈະ​ໄດ້​ຮັບ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ບວກ​ຫລາຍ​ຂຶ້ນ​ກວ່​າ​ແຕ່​ກ່ອນ.

No comments:

Post a Comment