ໂຄງການກໍ່ສ້າງ, ຍົກຍ້າຍ ແລະ ຈັດສັນເທສະບານເມືອງກະລຶມໃໝ່
ແຂວງເຊກອງ ເລີ່ມລົງມື ມາແຕ່ຕົ້ນປີ 2012 ເຊິ່ງ ມາຮອດ ປັດຈຸບັນໄດ້ພຽງ 24% ໂດຍແມ່ນ ບໍລິສັດພອນສັກກໍ່ສ້າງເປັນຜູ້ຮັບ
ເໝົາ ມູນຄ່າເກືອບ 1.000 ກວ່າຕື້ກີບ ໂດຍ ຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນປີ 2014 ທີ່ຈະເຖິງ
ນີ້.
ທ່ານ ລ້ຽງຄຳພູນ ຮອງເຈົ້າ ແຂວງເຊກອງ ກ່າວວ່າ: ໂຄງ
ການຍົກຍ້າຍເມືອງກະລຶມໃໝ່ທີ່ ພວມດຳເນີນໃນປັດຈຸບັນ ມີມູນ ຄ່າ 1.000 ກວ່າຕື້ກີບ ໃນນີ້ມີເງິນ
ຄຸ້ມຄອງ-ເງິນບໍລິຫານໂຄງການ 11 ຕື້ກວ່າກີບ, ເງິນແຮວຽກບັງ ເອີນ ລວມທັງເງິນອື່ນໆອີກ
119 ຕື້ກວ່າກີບ. ໂຄງການນີ້ປະກອບມີ 11 ໜ້າວຽກ. ມາຮອດດຽວນີ້ມີ ພຽງວຽກເກັບກູ້ລະເບີດທີ່ປະຕິ
ບັດສຳເລັດແລ້ວ 100% ແລະ ອີກ 10 ໜ້າວຽກທີ່ຍັງເຫລືອ ແມ່ນພວມສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່
ເນື່ອງ. ຕາມການຄາດຄະເນຂອງ ເຈົ້າຂອງ ໂຄງການບອກວ່າ: ໃນ ປີ 2013 ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກລວມໃຫ້ບັນລຸໄດ້
70% ໃນນີ້ ສະເພາະວຽກກໍ່ສ້າງ ລະບົບນ້ຳປະປາໃຫ້ສຳເລັດ 100%, ບ່ອນທຳມາຫາກິນຂອງປະຊາຊົນໃຫ້ສຳເລັດຢ່າງໜ້ອຍ
60%, ສ່ວນວຽກກໍ່ສ້າງສຳນັກ ງານ-ຫ້ອງການ-ອົງການຂອງ ລັດ, ບ່ອນຢູ່ອາໄສຂອງປະຊາຊົນລວມເຖິງການຊົດເຊີຍຜົນກະທົ
ດ້ານສັງຄົມ-ສິ່ງແວດລ້ອມ ໃຫ້ສຳເລັດ 50% ແລະ ວຽກຂົນສົ່ງຍົກຍ້າຍສຳນັກງານລັດ ແລະ ປະຊາ ຊົນໃຫ້ສຳເລັດ
30%.
ເຖິງຢ່າງໃດກໍດີ, ຕາມການຄາດຄະເນຂອງເຈົ້າຂອງໂຄງ
ການ ເຫັນວ່າ: ການຍົກຍ້າຍຕົວ ເມືອງກະລຶມໃໝ່ຈະໃຫ້ສຳເລັດ ພາຍໃນປີ 2014, ແຕ່ພະນັກງານວິຊາການທີ່ກ່ຽວຂ້ອງໃຫ້ຂໍ້ສັງ
ເກດວ່າ: ໃນແຕ່ລະໜ້າວຽກ ມາ ຮອດປັດຈຸບັນເຫັນວ່າຍັງ ມີການ ຊັກຊ້າ. ຂະນະທີ່ຮອງເຈົ້າແຂວງ
ຍັງໄດ້ຢືນຢັນວ່າ: ຍ້ອນໂຄງການ ກໍ່ສ້າງເມືອງນີ້ມີທີ່ຕັ້ງຢູ່ເທິງພູນ້ອຍຫລາຍໜ່ວຍຕິດ ຕໍ່ກັນ,
ເຂດຫ່າງໄກສອກຫລີກທຸລະກັນດານເຮັດໃຫ້ການຈັດສັນຕົວເມືອງ, ລະບົບພື້ນຖານໂຄງລ່າງ ແລະ ເສັ້ນທາງມີຄວາມ
ຫຍຸ້ງຍາກ ໂດຍສະເພາະການຂົນສົ່ງວັດສະ ດຸກໍ່ສ້າງເຊັ່ນ: ຫີນແຮ່, ດິນຊາຍ, ຊີມັງ, ເຫລັກ ແລະ
ອື່ນໆ.
No comments:
Post a Comment