Ad

Ad

13 June 2013

12 ມິຖຸນາ ວັນຕ້ານການນຳໃຊ້ແຮງງານເດັກສາກົນ



      ອົງການແຮງງານສາກົນ, ໄດ້ກຳນົດເອົາວັນທີ 12 ມິຖຸນາ ຂອງທຸກປີເປັນວັນ ຕ້ານການນຳໃຊ້ແຮງງານເດັກສາກົນເພື່ອ ເຕືອນໃຫ້ໝົດທຸກຄົນລວມທັງອົງການຈັດ ຕັ້ງລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ອົງ ການຈັດຕັ້ງສາກົນ, ສັງຄົມ, ພົນ ລະເມືອງລວມທັງປະຊາຊົນຫຼາຍລ້ານຄົນໃນທົ່ວທຸກມຸມໂລກ ໄດ້ ຮັບຮູ້ເຖິງບັນ ຫາຂອງການໃຊ້ ແຮງງານເດັກ ແລະ ເພື່ອ ຄິດຮ່ວມກັນວ່າຄວນເຮັດ​ແນວໃດ ເພື່ອ ຊ່ວຍແກ້ໄຂບັນຫາ, ສະກັດກັ້ນ ແລະ ລຶບລ້າງການນຳໃຊ້ ແຮງງານເດັກໃຫ້ໝົດໄປ ແລະ ໃນວັນທີ 12 ມິຖຸນາ 2013 ຢູ່ມະ ຫາວິທະຍາໄລແຫ່ງຊາດກະຊວງແຮງງານ ແລະ ສະຫວັດດີການ- ສັງຄົມໄດ້ມີພິທີ ໂຮມຊຸມນຸມເພື່ອສະເຫລີມສະຫລອງວັນຕ້ານ ການນຳໃຊ້ແຮງງານເດັກສາກົນພາຍໃຕ້ຄຳຂວັນທີ່ວ່າ: “ບໍ່ນຳໃຊ້ແຮງງານເດັກ ໃນຄອບຄົວ”  ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນ ຕີຊ່ວຍວ່າການກະຊວງແຮງງານ ແລະ ສະ ຫວັດດີການ-ສັງຄົມ, ມີຜູ້ຕາງໜ້າຈາກອົງການ ແຮງງານສາກົນ, ສະພາແຫ່ງ ຊາດ, ບັນດາກະຊວງ, ອົງການ ຈດຕັ້ງສາກົນຕະ ຫລອດຮອດ  ນັກຮຽນໃນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

       ລັດຖະມົນຕີຊ່ວຍກະ ຊວງແຮງງານ ແລະ ສະຫວັດ ດີການສັງຄົມກ່າວວ່າ:ແຮງງານເດັກແມ່ນເດັກທີ່ມີອາຍຸແຕ່ 5-17 ປີ ທີ່ເຮັດວຽກອັນຕະລາຍ ຫລື ເຮັດວຽກເກີນເວລາປົກກະຕິ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
        ອີງຕາມຂໍ້ມູນຂອງອົງການແຮງງານສາກົນໃຫ້ຮູ້ວ່າ:ໃນປັດຈຸບັນທົ່ວໂລກມີແຮງງານເດັກເຖິງ 115 ລ້ານຄົນ, ຍິງ 41 ລ້ານຄົນ ແມ່ນເຮັດວຽກໜັກ ແລະ ເປັນອັນ ຕະລາຍຕໍ່ສຸຂະພາບ, ໃນນັ້ນ 59% ແມ່ນເຮັດວຽກໃນຂະແໜງກະສິກຳ, 30% ຂະແໜງການບໍລິການ ແລະ 11% ຂະແໜງອຸດສາຫະກຳອັນໄດ້ສົ່ງຜົນກະທົບຕໍ່ການ ພັດທະນາດ້ານສຸຂະພາບຮ່າງ ກາຍ ແລະ ຈິດໃຈ, ດ້ານການຮຽນຮູ້ ຫລື ດ້ານການສຶກສາຂອງເດັກໄວຮຽນ. ຕໍ່ກັບບັນຫາດັ່ງກ່າວ, ອົງການແຮງງານສາກົນ ແລະ ບັນດາ ລັດພາຄີຕ້ອງໄດ້ສູ້ຊົນເພື່ອບັນລຸເປົ້າໝາຍໃນການລຶບລ້າງໃຫ້ສຳເລັດໃນປີ 2016.
     ສຳລັບ ສປປ.ລາວ, ພັກ ແລະ ລັດຖະບານຍາມໃດກໍເຫັນໄດ້ ຄວາມສຳຄັນ ແລະ ເປັນຫ່ວງ ເປັນໃຍ ແລະ ເອົາໃຈໃສ່ຢ່າງ ຈິງຈັງໃນການພັດທະນາ ແລະ ປົກປ້ອງເດັກນ້ອຍເຊິ່ງໃນໄລຍະຜ່ານມາ, ລັດຖະບານໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາ ກົນຫຼາຍສະບັບພ້ອມທັງສ້າງນິຕິກຳເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງເດັກນ້ອຍ ແລະ ແມ່ຍິງ.

No comments:

Post a Comment