Ad

Ad

12 June 2013

ຜົນສຳເລັດການຢ້ຽມຢາມສັນຖະວະໄມຕີ ສປ.ຈີນ ຂອງປະທານສະພາແຫ່ງຊາດ



        ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນຂັ້ນ​ສູງຂອງ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ສັນຖະ​ວະ​ໄມຕີທີ່ ສປ.ຈີນ ຕາມ​ຄຳ​ເຊີນ​ຂອງ​ທ່ານ ຈາງ​ເຕີ​ຈຽນ ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ຄະນະ​ປະຈຳ​ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ໃນ​ລະຫວ່າງ​ວັນທີ 2-7 ມີ​ຖຸນາ 2013 ຜ່ານ​ມາ​ນີ້, ​ເພື່ອ​ປະກອບສ່ວນ​ເສີມ​ສ້າງສາ​ຍພົວພັນ ​ແລະ ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້​ອລະຫວ່າງ ລາວ-ຈີນ ​ເວົ້າ​ລວມ​ເວົ້າ​ສະ​ເພາະ ລະຫວ່າງ​ສອງ​ພັກ​ສອງ​ລັດ ​ແລະ ສອງ​ອົງການ​ນິຕິບັນ ຍັດ​ໃຫ້​ມີ​ບາດກ້າວ ​ແລະ ຄຸນ​ນະ ພາ​ບສູງ​ຂຶ້ນ​ເລື້ອຍໆ​ທັງ​ເປັນ​ການ​ຜັນ​ຂະຫຍາຍ​ຜົນ​ການ​ຢ້ຽມຢາມ​ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ, ພັກ-ລັດ ຂອງ​ສ​ອງປະ​ເທດ​ກໍຄື​ເພື່ອ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ການ​ຮ່ວມ​ມືລາວ- ຈີນ ​ໃນ​ໄລຍະ​ໃໝ່​ໃຫ້​ເກີດ​ດອກ​ອອກຜົນ. ​ເພີ່ມ​ທະວີ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງສອງ​ອົງ ການ​ນິຕິບັນຍັດ​ໃຫ້​ເລິກ​ເຊິ່ງ ​ແລະ ໜັກ​ແໜ້ນ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ນິຕິບັນຍັດ, ວຽກ​ງານ​ຕິດຕາມ​ກວດກາ ແລະ ວຽກ​ງານ​ພັດ ທະນາ​ຊັບພະຍາກອນ​ມະນຸດ.

        ການ​ພົບ​ປະຢ້ຽມຢາມລະຫວ່າງ​ສອງ​ຝ່າຍ​​ໃນ​ຄັ້ງ​ນີ້,​ ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ຜົນສຳ​ເລັດ ​ແລະ ທິດ​ທາງ​ການ​ພັດທະນາ ​ເສດຖະ ກິດ-ສັງຄົມ ​ໃນ​ໄລຍະ​ໃໝ່ ​ແລະ ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້​ໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ປະ ຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ແລະ​ແຜນ​ພັດທະນາ ເສດຖະກິດ-ສັງຄົມ ຂອງ​ທັງ​ສອງ​ປະ​ເທດລາວ-ຈີນ.
         ທັງ​ສອງ​ຝ່າຍ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື ລາວ-ຈີນ ທີ່​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ຢູ່​​​ໃນ​ທ່ວງທ່າ​ດີ​ທີ່​ສຸດ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ສູງ​ໃນ​ດ້ານ​ການ​ເມືອງ, ການ​ຄ້າ, ການ​ລົງ​ທຶນ, ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
        ໃນໂອກາດ​ດັ່ງກ່າວ, ທ່ານ ຈາງ​ເຕີ​ຈຽງ ກໍ​ໄດ້ຕີ​ລາຄາ​ສູງ​ຕໍ່ການ​ພົວພັນ​ທີ່​ມີ​ປະສິດທິ​ຜົນ​ທັງ​ສາຍ​ພັກ ​ແລະ ສາຍ​ລັດ ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ກັບ ສປປ. ລາວ ຂອບ​ໃຈ​ຕໍ່​ການ​ສະໜັບສະ ໜູນ​ຂອງ ສປປ.ລາວ ຕໍ່​ທັດສະ ນະ​ຕ່າງ​ຂອງ​ຈີນ​ເຊັ່ນ: ບັນຫາ​ໄຕ້​ຫວັນ ​ແລະ ບັນຫາ​ອື່ນໆ​ບົນ​ພື້ນ ຖານ​ການ​ເປັນ​ເພື່ອ​ນທີ່​ດີ, ສະ ຫາຍ​ທີ່​ດີ, ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ ​ແລະ ຝ່າຍ​ຢືນ​ຍັນ​ຄືນ​ການ​ນຳ​ຊຸດ​ໃໝ່​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍ ສີ​ຈິນ ຜິ​້ງ ​ໃຫ້​ຄວາມ​ສຳຄັນ​ຕໍ່​ສາຍ​ພົວ ພັນ​ຮ່ວມ​ມື​ກັບ​ ສປປ.ລາວ ​ຄຽງຄູ່​ກັບ​ການ​ຮ່ວມ​ມື​ກັບ​ອາຊຽນ ເພື່ອ ພ້ອມ​ກັນ​ພັດທະນາ  ​ແລະ​ ສ້າງ ສັນ​ຕິພາບ​ບົນພາກພື້ນ​ ແລະ ​ໃນ​ໂລກ ທັງ​ສອງ​ຝ່າຍ​ມີ​ຄວາມ​ເປັນ​ເອກະ​ພາບ  ຕໍ່​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງອົງການ​ນິຕິບັນ​ຍັດ​ ລາວ​-ຈີນ  ​ໃນ​ຕໍ່ໜ້າ​ໂດຍ​ສະ​ເພາະ​ແມ່ນ​ສືບ​ຕໍ່​ຢ້ຽມຢາມ ​ແລະ​ແລກ ປ່ຽນບົດ​ຮຽນນຳ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ  ​ແລະ​ ຂັ້ນຕ່າງໆ ຂອງ​ສະພາ​ແຫ່ງ​ຊາດ ລວມທັງ​ ສະພາ​ຂັ້ນທ້ອງຖິ່ນ ຂອງ​ສອງ​ປະ​ເທດ​, ​ເພີ່ມ​ທະວີ​ການ​ຮວ່​ມມື​ໃນ​ວຽກງານ​ຕິດຕາມ​ກວດກາ​ການຈັດຕັ້ງປະຕິບັດ​ສັນຍາ​ກໍຄື​​ໂຄງການ​ຮວ່ມມື​ດ້ານ​ຕ່າ​ງໆທີ່​ສອງ​ປະ​ເທດ​ມີ​ນຳ​ກັນ​ຮວ່ມມື ແລະ ​ຊວ່ຍ​ເຫຼຶອການ​ພັດທະນາ​ບຸກຄະລາ​ກອນ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ​ລາວ​ເຊີ່ງ​ລວມ ທັງ  ສສຊ ​ແລະ​ ພະນັກງານ- ວິ ຊາ​ການ​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ຕ້ອງ ການ​ສືບ​ຕໍ່​ປະສານ​ສົມທົບ ແລະ​ ສະ​ໜັບ​ສະໜູນ​ເຊີ່ງ​ກັນ​ແລະ​ກັນ​ໃນ​ເວທີ​ລັດ​ຖະສະພາ​ພາກພື້ນ​ແລະ​ ສາກົນ.
       ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ລາວ​ຍັງ​​ໄດ້​ເຂົ້າ​ຢ້ຽມ ຂຳ່ນັບສະຫາຍ ຫຼິວຢຸນຊານ​ ຄະ ນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຢ້ຽມຢາມ​ແຂວງ​ກວາງຊີ, ຢຽ້ມຢາມ​ພ້ືນ​ຖານ​ເສດຖະກິດ, ການ​ສຶກສາ, ວັດທະນະ​ທຳ​ ແລະ ​ແຫລ່ງທ່ອງທ່ຽວຈຳ​ນວນໜຶ່ງ.

No comments:

Post a Comment