Ad

Ad

12 June 2013

ກະຊວງສຶກສາທິການ ແລະ ກິລາ ຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນພ້ອມກັນທົ່ວປະເທດ



    ການສອບເສັງນັກຮຽນຈົບ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ໃນຂອບ ເຂດທົ່ວປະເທດ ສົກປີ 2012-2013 ໄດ້ເລີ່ມ ຂຶ້ນ ແຕ່ວັນທີ 11-14 ມີຖຸນານີ້, ໂດຍ ກະຊວງສຶກສາທິການ ແລະ ກິລາໄດ້ມີການຈັດໃຫ້ມີທັງໝົດ 387 ສູນ, 3.159 ຫ້ອງ ແລະ ມີ ຈຳນວນນັກຮຽນເຂົ້າສອບເສັງ ທັງໝົດ 72.810 ຄົນ, (ຍິງ34. 231 ຄົນ). ສ່ວນການສອບເສັງຈົບຊັ້ນມັດທະຍົມສຶກ ສາຕອນປາຍ ຈະມີຂຶ້ນໃນລະ ຫວ່າງວັນທີ 25- 28 ມິຖຸນານີ້ເຊັ່ນດຽວກັນ.
     ສຳລັບ ນະຄອນຫລວງ ວຽງຈັນການສອບເສັງຈົບຊັ້ນ ປະຖົມສຶກສາໄດ້ຈັດຂຶ້ນໃນທ້າຍ ເດືອນພຶດສະພາຜ່ານມາ ເຊິ່ງມີ ນັກຮຽນເຂົ້າສອບເສັງທັງໝົດ 13,078 ຄົນ, ( ຍິງ 6,453 ຄົນ ), ສຳລັບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ທົ່ວນະຄອນຫລວງຄັ້ງນີ້ໄດ້ຈັດໃຫ້ມີ 23 ສູນຢູ່ພາຍໃນ 9 ຕົວເມືອງ, ແບ່ງ ເປັນ 416 ສູນສອບເສັງ, ມີນັກ ຮຽນທັງໝົດ 10,578 ຄົນ, (ຍິງ 5,343 ຄົນ ) ແລະ ນຳໃຊ້ກຳມະ ການເກືອບ 2 ພັນຄົນ. ສ່ວນການ ສອບເສັງຈົບຊັ້ນມັດທະຍົມສຶກ ສາຕອນປາຍຈະມີນັກຮຽນທັງໝົດທົ່ວນະ ຄອນຫລວງເຂົ້າສອບເສັງ 8,269 ຄົນ, (ຍິງ 4,183 ຄົນ).

No comments:

Post a Comment