Ad

Ad

12 June 2013

ຜົນສຳເລັດການໄປທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການໃຫ້ຄຳປຶກສາສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ຊຽງໃໝ່



        ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງກະ ຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຜົນ ສຳເລັດການໄປທັດສະນະສຶກສາ ແລກປ່ຽນບົດຮຽນກ່ຽວກັບວຽກງານເຄືອຂ່າຍການບໍລິການໃຫ້ຄຳປຶກສາພັດທະ ນາທຸລະ ກິດຂະໜາດນ້ອຍ ແລະ ກາງ ຢູ່ຊຽງໃໝ່ ປະເທດໄທ. ຂຶ້ນໃນຕອນເຊົ້າວັນ ທີ 11 ມິ ຖຸນານີ້ ຢູ່ໂຮງແຮມລາວພລາຊາ ນະ ຄອນຫຼວງວຽງຈັນ ໂດຍການເປັນ ກຽດເຂົ້າຮ່ວມ ຂອງທ່ານ  ສຸດໃຈ ສີລິວົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດ ຂະໜາດ ນ້ອຍ ແລະ ກາງ ຕະຫຼອດຮອດພະນັກງານພາຍໃນກົມ ແລະ ພະແນກການກ່ຽວ ຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
        ກອງປະຊຸມດັ່ງກ່າວໄດ້ຍົກໃຫ້ເຫັນບົດຮຽນ ແລະ ປະສົບການຂອງເຄືອຂ່າຍການບໍລິການໃຫ້ຄຳປຶກສາພັດທະນາ ທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ຊຽງໃໝ່ປະເທດໄທ ໃນລະຫວ່າງ ວັນທີ 24 - 27 ເມສາທີ່ຜ່ານມາ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ເຄືອຂ່າຍດ້ວຍການຍົກລະດັບ ຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນປະສົບການກັບວຽກງານ ຕົວຈິງຂອງເຄືອ ຂ່າຍ, ປຶກສາຫາລືແລກປ່ຽນ ວິທີການຈັດຕັ້ງປະຕິບັດຂອງ ເຄືອຂ່າຍ, ພົບປະບໍລິສັດທີ່ປຶກສາ ແລະ ຫົວ
ໜ່ວຍທຸລະກິດຕ່າງໆ  ທີ່ເຮັດໜ້າທີ່ໃນການໃຫ້ຄຳປຶກ ສາ, ນຳເອົາບົດຮຽນ ແລະ ປະສົບການທີ່ໄດ້ຈາກການໄປທັດສະນະ ສຶກສາມາປັບປຸງ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດ. ຢູ່ປະເທດເຮົາໃຫ້ມີຜົນໂດຍສະເພາະການບໍລິຫານຈັດການເຄືອ ຂ່າຍຂອງ IPC1, NNSPSME, NCNA, IP, ການ ສ້າງແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດ, ການບໍລິຫານຈັດ ານ ແລະ ການກະຈາຍຂໍ້ມູນຂ່າວສານອື່ນໆ, ເພື່ອຊ່ວຍໃຫ ເຄືອຂ່າຍການພັດທະນາ SMEs ຂອງລາວໄດ້ມີໂອກາດຮຽນຮູ້ ວິທີ ການບໍລິຫານຂອງເຄືອຂ່າຍເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ, ຮຽນຮູ້ວິທີການໃຫ້ຄຳປຶກສາຂອງເຄືອຂ່າຍໃນການ ໃຫ້ຄຳປຶກສາຕໍ່ຫົວໜ່ວຍທຸລະກິດ ແລະ ຄວາມເອົາໃຈໃສ່ໃນກາ ສະໜັບສະໜູນຂອງພາກລັດຕໍ່ການຈັດຕັ້ງປະຕິບັດໃຫ້ມີ ປະສິດທິຜົນ ແລະ ຈາກການເຂົ້າຮ່ວມແລກປ່ຽນ, ຖອດຖອນບົດຮຽນດັ່ງກ່າວ ເຫັນວ່າ: ການພັດທະນາວຽກງານເຄືອຂ່າຍ SMEs ໃນ ສປປ.ລາວ ນັ້ນ ເປັນສິ່ງສຳ ຄັນ ແລະ ຈຳເປັນ ໃນຂະນະທີ່ ສປປ ລາວ ຈະກ້າວເຂົ້າສູ່ປະຊາຄົມເສດຖະກິດອາ ຊຽນໃນປີ 2015 ແຕ່ຈຳນວນສະມາຊິກ ເຄືອຂ່າຍຂອງລາວຍັງໜ້ອຍ ແລະ ມີຈຳນວນຈຳກັດ, ການໂຄລະນາເຜີຍແຜ່ໃຫ້ຫົວ ໜ່ວຍທຸລະກິດກ່ຽວກັບວຽກງານເຄືອຂ່າຍຍັງບໍ່ທັນກວ້າງຂວາງ ແລະ ແຂງແຮງ, ຄວາມກະຕືລືລົ້ນຂອງຫົວໜ່ວຍທຸລະກິດຕໍ່ ກັບການຊົມໃຊ້ BDS ຍັງໜ້ອຍ ນອກນັ້ນ ການປະສົມປະສານ ລະຫວ່າງຜູ້ສະໜອງ ແລະ ຜູ້ຊົມ ໃຊ້ສິນຄ້າຍັງບໍ່ທັນສົມ ສວນເມື່ອທຽບກັບປະເທດເພື່ອນບ້ານຂະນະດຽວກັນ, ຄຸນນະພາບແລະມາດຕະຖານສີມືແຮງງານຂອງລາວເຂົ້າໃນການບໍ ລິຫານຫົວໜ່ວຍທຸລະກິດຕ່າງໆກໍຍັງບໍ່ສາມາດຕອບສະໜອງໄດ້ຕາມ ຄວາມຕ້ອງການຈຶ່ງເຫັນວ່າເຄືອຂ່າຍ SMEs ຂອງ ລາວຍັງຕ້ອງໄດ້ມີການພັດທະນາ ແລະ ປັບປຸງຫຼາຍດ້ານ.

No comments:

Post a Comment