Ad

Ad

12 June 2013

ມີຜູ້ເສຍຊີວິດແລ້ວ 26 ຄົນຍ້ອນພະຍາດໄຂ້​ເລືອດ​ອອກ



    ທ່ານ ດຣ ບຸນຫລາຍ ພົມມະສັກ ຫົວໜ້າກົມຄວບຄຸມພະ ຍາດຕິດຕໍ່ກະຊວງສາທາລະນະ ສຸກໄດ້ຮຽກຮ້ອງຜ່ານສື່ມວນ ຊົນ ເພື່ອໃຫ້ສັງຄົມເພີ່ມທະວີຄວາມເປັນເຈົ້າການປ້ອງກັນ, ທຳລາຍ ແຫລ່ງເພາະພັນ ແລະ ບ່ອນອາໄສຂອງຍຸງລາຍທີ່ເປັນພາ ຫະນະນຳເຊື້ອພະຍາດໄຂ້ເລືອດອອກ, ຫຼັງຈາກໃນປີນີ້ມີຜູ້ເສຍຊີວິດ ຍ້ອນເຊື້ອພະຍາດດັ່ງກ່າວແລ້ວ 26 ຄົນ ແລະ ມີສະພາບ ຮ້າຍ ແຮງກວ່າທຸກປີຜ່ານມາ.
    ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກ່າວວ່າ: ປັດຈຸ​ບັນ,​ ການ​ລະ​ບາດ​ຂອງ​ພະຍາດ​ໄຂ້​ເລືອດ ອອກຢູ່ລາວເຫັນວ່າຮ້າຍ ແຮງ​ກວ່າ​ທຸກປີຜ່ານມາເຊິ່ງສາ ມາດກວດ​ພົບ​ແລ້ວຈຳນວນ 6.377 ກໍລະນີ  ແລະ ​ມີ​ຜູ້​ເສຍ​ຊີ ວິດ​​ແລ້ວ 26 ຄົນ. ໄຂ້​ເລືອດ​ອອກ ແມ່ນ​ໜຶ່ງ​ໃນ​ບັນດາ​ພະຍາດ​ຕິດຕໍ່​ ທີ່​ກະຊວງ​ສາທາລະນະ​ສຸກຖື ເປັນບູລິ​ມະ​ສິດ ແລະ ​ເອົາ​ໃຈ​ໃສ່​ພິ​ເສດ, ໄຂ້​ເລືອດ​ອອກ​ເກີດ​ຍ້ອນ​ ຍຸງ​ລາຍ​​ເປັນ​ພາຫະ​ນະນຳ​ເຊື້ອ, ຈາກ​ອາກາດ​ຮ້ອນ​​ ​ແລະ ອົບ​ເອົ້າ, ພະຍາດ​ໄຂ້​ເລືອ​ດອອກ​ຕິດຕໍ່​ໄດ້ ໂດຍ​ການ​ຖືກ​ຍຸງ​ລາຍ​ທີ່ມີ​ເຊື້ອ ໄຂ້ເລືອອອກໂດຍ​ສະ​ເພາະ​ໃນ​ເວ ລາ​ກາງ​ເວັນ ແລະ ຍຸງ​ລາຍ ແມ່ນ ອອກ​ໄຂ່​ໃນ​ພາຊະນະ​ທີ່​ບັນຈຸ​ນ້ຳ​ຂັງ​​ມີ​ຢູ່​ໃນ​ເຮືອນ, ເດີ່ນເຮືອນ ແລະ ສະຖານ​ທີ່​ສາທາລະນະອື່ນໆ​ໃນ​ທົ່ວ​ຊຸມ​ຊົນ, ​ເຊື້ອຈຸລະ​ໂລກໄຂ້​ເລືອດ​ອອກ​ມີ 4 ຊະນິດ​ຄື ຊະນິດ​​Den1, Den2, Den3 ແລະ Den4.  ຍຸງ​ລາຍ​ທີ່​ນຳ​ເຊື້ອມີ​ສອງ​ຊະນິດ​ຄື Aedes aegypti ແລະ albopictus ເຊິ່ງ​ກໍລະນີ​ສ່ວນ​ໃຫຍ່​ແມ່ນ​ມັກ​ພົບ​ເຫັນ​ຢູ່​ຊົນນະບົດ,​ ຕົວ​ເມືອງ ແລະ ບ່ອນ​ທີ່​ເສັ້ນທາງ​ຄົມມະ​ນາ​ຄົມ​ມີ​ຄວາມຫຍຸ້ງຍາກ. ຕໍ່​ກັບ​
ການລະບາດຂອງພະຍາດ​ດັ່ງ ກ່າວ ໃນຜ່ານມາ, ກະຊວງ​ສາ ທາລະນະ​ສຸກໄດ້​ເອົາ​ໃຈ​ໃສ່​ປ້ອງ ກັນ ແລະ ຄວບ​ຄຸມ ໂດຍໄດ້​ລະ ດົມ​ທຸກ​ພາກສ່ວນໃຫ້​ມີ​ສ່ວນ​ຮ່ວມ​ເປັນຕົ້ນ​ແມ່ນ​ໄດ້​ຈັດ​ກອງ​ປະຊຸມ​ໄຂ້​ເລືອດ​ອອກ​ທົ່ວ​ປະ​ເທດ,ໃນ​ນັ້ນ ​ໄດ້​ເນັ້ນ​ເຖິງ​ຄວາມ​ກຽມ ພ້ອມ​ໃນ​ການ​ໂຕ້​ຕອບ​ຕໍ່​ການ​ລະ​ບາດ, ຈັດ​ກອງ​ປະຊຸມ​ວິຊາ​ການ​ຮ່ວມ​ກັບ​ອົງການ​ອະນາ​ໄມ​ໂລກ ເພື່ອ​ຕີ​ລາຄາ​ການລະ ບາດ​ໃນ​ປີ 2013 ພ້ອມ​ດຽວ​ກັນ ກໍ​ໄດ້​ວາງ​ມາດ​ຕະການ​ ເພື່ອ​ແນະ​ນຳ​ບັນ ດາ​ແຂວງ​ທີ່​ມີ​ການ​ລະ​ບາດ, ລົງ​ຕິດຕາມ ​ແລະ ຊຸກຍູ້​ຢູ່​ສະຖານ ຕ່າງໆ, ປະສານ​ງານ​ກັບ​ພາກ ສ່ວນ​ໂຮງຮຽນ​ຂອງ​ລັດ,​ ເອກະ​ຊົນ ແລະ ພາກສ່ວນ​ຕ່າງໆ​ເປັນ ຕົ້ນ​ສຳນັກງານ,​ ອົງ ການ ແລະ ໂຮງ​ຈັກ​ໂຮງງານ​ ເພື່ອ​ພ້ອມ​ກັນ​ສ້າງ​ຂະ​ບວນການ​ໂຄສະນາ​ຕ້ານ​ໄຂ້​ເລືອດ​ອອກ​ຢ່າງ​ຈິງ​ຈັງ, ສ້າງ​ຂະ​ບວນການ​ອະນາ​ໄມປະ​ຈຳ​ອາ ທິດ, ສ້າງ​ຂະ​ບວນການ​ອະນາ​ ໄມ​ທຳລາຍ​ໜອນ​ນ້ຳ​ຍຸງ​ລາຍ​ພາຍ​ໃນ​​ເຮືອນເປັນ​ປະ​ຈຳ ໂດຍ​ສະ​ເພາະ​ຢູ່​ເຮືອນ​ທີ່​ມີ​ຄົນ​ເປັນ​ໄຂ້ ຫລື ເສຍ​ຊີວິດ​ຍ້ອນ​ຍຸງ​ລາຍ ​ພ້ອມ​ດຽວ​ກັນນີ້, ທ່ານ​ຫົວ​ໜ້າກົມ ຄວບ​ຄຸມພະ​ຍາດຕິ​ດຕໍ່​ໄດ້​ຮຽກ ຮ້ອງ​ໃຫ້​ສັງຄົມ ​ຈົ່ງ​ພ້ອມ​ກັນ​​ທຳ ລາຍ​​ແຫລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​​ເຊັ່ນ: ປ່ຽນ​ນ້ຳ​ໃນ​ພາຊະນະ​ຕ່າງໆ​ເປັນ​ປະ​ຈຳ​​, ​ປິດ​ພາຊະນະ​ທີ່​ເກັບ​ນ້ຳ​ໃຫ້​​ດີ ແລະ ທຳລາຍ​ພາຊະນະ​ທີ່​ມີ​ນ້ຳ​ຫົ້ງເຊັ່ນ: ກະ ໂປະ, ກະປ໋ອງ ​ແລະ ຢາງ​ຕີນລົດ​ເກົ່າ, ຖາງ​ຫຍ້າທີ່ຮົກເຮື້ອ, ລະ ບາຍ​ນ້ຳຫົ້ງ​ຕາມ​ບໍລິ​ເວນ​ເຮືອນ, ນອນ​ໃນ​ມຸ້ງ​ບໍ່​ວ່າ​ກາງ​ເວນ​ ຫລື​ ກາງຄືນ,ທາ​ຢາ ຫລື ສະບູ​ກັນ​ຍຸງ,​ ໃຊ້​ຢາ​ອູດ​ຍຸງ, ຢາ​ສິດ​ຍຸງ ​ແລະ ອື່ນໆ ແລະ ຕ້ອງ​ໄປ​ພົບ​ແພດ​​ໃນ​ເວລາ​ເປັນ​ໄຂ້​ ເພື່ອ​ໃຫ້​ໄດ້​ຮັບ​ການ​ປິ່ນ​ປົວ​​ທັນ​ເວລາ.
     ທ່ານ ດຣ. ບຸນ​ຫລາຍ ​ໃຫ້ຮູ້ ອີກ​ວ່າ: ສະເພາະຢູ່ປະເທດເຮົາ ພະຍາດ​ໄຂ້​ເລືອດ​ອອກ​ໄດ້​ເລີ່ມມີ ການລະ​ບາດ​ມາ​ແຕ່​ປີ 2007 ມີຜູ້ ຕິດເຊື້ອ 722 ກໍ​ລະ​ນີ,​ ມີຜູ້ເສຍ​ຊີວິດ 10 ຄົນ, ປີ 2008 ມີຜູ້ຕິດ ເຊືອ 890 ກໍລະນີ, ມີ​ຜູ້ເສຍ​ຊີວິດ 21 ຄົນ,ປີ 2009 ມີຜູ້ຕິດເຊື້ອ 1.049 ກໍລະນີ, ມີ​ຜູ້ເສຍ​ຊີວິດ 14 ຄົນ, ປີ 2010 ມີຜູ້ຕິດເຊືອ 2.044 ຄົນ,ມີ​ຜູ້ເສຍ​ຊີ​ວິດ 46 ຄົນ, ປີ 2011 ມີຜູ້ຕິດເຊືອ 526 ກໍລະນີ, ມີ​ຜູ້ເສຍ​ຊີວິດ 7 ຄົນ ປີ 2012 ມີຜູ້ ຕິດເຊື້ອ 776 ກໍລະນີ, ມີຜູ້​ເສຍ​ຊີ ວິດ 22 ກໍລະນີ ແລະ ປີ 2013 ມີຜູ້ຕິດເຊື້ອແລ້ວ 6.377 ກໍລະນີ ແລະ ມີຜູ້​ເສຍ​ຊີວິດ 26 ຄົນ.​ ເຖິງ​ຢ່າງ​ໃດ​ກໍ​ຕາມ, ການປ້ອງ​ກັນ ແລະ ​ຕ້ານ​ພະຍາດ​ໄຂ້​ເລືອດ​ອອກ ຍັງ​ພົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ​ເນື່ອງ​ຈາກ​ການ​ເພີ່ມ​ຂຶ້ນ ຂອງການ​ເຄື່ອນ​ຍ້າຍ​​ປະຊາກອນ​ ແລະ ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ​ເຊິ່ງຕ້ອງ​ມີ​ວິທີ​ປ້ອງ​ກັນ​ທີ່​ມີ​ປະສິດທິພາບກວ່າເກົ່າ.

No comments:

Post a Comment