Ad

Ad

12 June 2013

ອາທິດຜ່ານມາເກີດມີສະພາບລົດຈັກເສຍ 11 ຄັນ



     ​ເຈົ້າໜ້າທີ່ຫ້ອງ​ຕຳ​ຫຼວດນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ຜ່າ​ນມາ ນັບ​ແຕ່​ວັນ​ທີ 5 ຫາ 11 ມິຖຸນານີ້ ໄດ້ມີ​ສະ ພາບ​ລົດຈັກ​ເສຍ​ຫາຍ​ຫຼາຍ​ເຖິງ 11 ຄັນ, ອັນ​ເປັນ​ປາກົດ​ການ​ຫຍໍ້​ທໍ້​ບໍ່​ເຄີຍ​ມີ​ມາ​ກ່ອນ. ເຊິ່ງ​ສ່ວນ​ຫຼາຍ ລົດ​ທີ່​ມັກ​ເສຍ​ຈະ​ເປັນ​ປະ​ເພດ​ລົດທີ່​ມີ​ຄຸນ​ນະພາ​ບດີ​ ເຊັ່ນ : ຍີ່​ຫໍ້​ຮອນ​ດາ ​ແລະ ຊູ​ຊຸກິ ເຊິ່ງເປັນ​ປະ​ເພດ​ລົດ​ທີ່ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ສັງຄົມ ແລະ ​ເປັນ ເປົ້າໝາຍ​ຂອງໂຈນ​ດັ່ງກ່າວຄື: ​ໃນ​ວັນ​ທີ 6 ມິຖຸນານີ້ ໄດ້​ເກີດ​ເຫດ​ຄົນ​ຮ້າຍ​ລັກ​ລົດ ຈັກ ຢູ່ບ້ານໜອງໜ່ຽງ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງວຽງຈັນ ຊຶ່ງ​ເປັນ​ລົດຮອນ​ດາ​ເວ​ບໝາຍ​ເລກ​ທະບຽນ ຍດ 1514 ແລະ ​ໃນ​ວັນ​ທີ 7 ມິຖຸນານີ້, ເຈົ້າໜ້າທີ່ ປກສ ເມືອງໄຊ​ທານີ ກໍໄດ້​ຮັບ​ແຈ້ງ ຄວາມຈາ​ກປະຊາຊົນຢູ່​ບ້ານ ໂພນ​ໄຮ່​ຄຳ ​ເມືອງຂອງ​ຕົນ ພາຍ ຫຼັງຄົນຮ້າຍ​ເຂົ້າ​ໄປລັກ​​ເອົາ​ລົດ ຈັກ​ຂອງ​ຜູ້ກ່ຽວທີ່​ຈອດ​ປະ​ໄວ້​ຢູ່ ໃນເຮືອນ​ຂອງ​ຕົນ ແລະ ອີກ ຫຼາຍໆ​ເຫດການ​ລັກ​ລົດຈັກ​ທີ່ ເກີດ​ຂຶ້ນ​ຢ່າງ​ລຽນຕິດ ໃນໜຶ່ງ ອາທິດ​ຜ່ານ​ມາ ​ແລະ ກຳ​ລັງເຈົ້າ ໜ້າທີ່​ກໍ​ໄດ້​ເອົາ​ໃຈ​ໃສ່ຕິດຕາມ​​ເພື່ອນຳ​ຈັບ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ.

      ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້​ຮູ້​ອີກວ່າ: ນັບ​ແຕ່​ຕົ້ນ​ປີ​ມານີ້ ສະ​ເພາະຢູ່ນະ ຄອນຫຼວງວຽງຈັນ ມີ​ລົດຈັກ​ເສຍຫຼາຍກວ່າ 200 ຄັນ​ແລ້ວ. ຈາກ​ສະພາບ​ດັ່ງກ່າວ​ຈຶ່ງ​ເຕືອນ​ມາ​ຍັງ ປະຊາຊົນ​ໃຫ້​ມີ​ສະຕິ​ໃນ​ການ​ປົກ​ປັກ​ຮັກສາສາ​ຊັບ​ສິນ ຂອງ​ຕົນ ໂດຍ​ສະ​ເພາະ ​ແມ່ນ​ພາຫະນະ​ລົດ ຈັກ​ຂອງ​ຕົນ​ເອງ​ບໍ່ຄວນ​ຈອດ​ໄວ້​ຢ່າງ​ຊະຊາຍໃນ​ສະຖານ​ທີ່​ບໍ່ຮັບ ປະກັນ​ຄວາມ​ປອດ​ໄພ ​ແລະ ພ້ອມ​ມີ​ວິທີ​ການ​ປ້ອງ​ກັນ​ຊັບ​ສິນ​ຂອງ​ຕົນ​ເອງ​ເຮັດ​ແນວ​ໃດ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ບໍ່ດີ.

No comments:

Post a Comment