Ad

Ad

12 June 2013

ເຈົ້າຫນ້າທີ່ຕ້ານການຄ້າມະນຸດນະຄອນຫລວງວຽງຈັນສາມາດມ້າງຂະບວນການຄ້າໂສເພນີລາຍໃຫຍ່



    ​ເຈົ້າ​ໜ້າ​ທີ່​ພະ​ແນ​ກຕຳຫລວດ​ຕ້ານ​ການ​ຄ້າ​ມະນຸດນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ກຳລັງ​ໜ່ວຍ​ສະ​ເພາະ​ກິດລົງ​ຕິດຕາມ ກວດກາ ​ແລະ ​ແກ້​ໄຂຂະ​ບວນການ​ຄ້າ​ໂສ​ເພນີ ​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດຊອບ​ຂອງຕົນ ​ແລະ ​ເມື່ອ​ບໍ່​ດົນ​ມານີ້, ກໍສາມາດ​ມ້າງ​​ຂະ​ບວນຄ້າ​ໂສ​ເພນີ​ລາຍໃຫຍ່ຢູ່​ຮ້ານ​ກິນ​ດື່ມ​ສອງ​​ແຫ່ງ ໃນ​ເຂດ​ບ້ານ​ຕານມີ​ໄຊ​ ເມືອງໄຊ​ທານີ ນະຄອນຫລວງວຽງ​ຈັນ ເຊິ່ງໄດ້​ກັກ​​ຜູ້​ຄ້າ​ໂສ​ເພນີ​ຈຳນວນ 2 ຄົນ ​ແລະ ສາວ​ໂສ​ເພນີ 3 ຄົນ ໂດຍ​ທັງໝົດ​ເປັນ​ຄົນ​ມາ​ຈາກຕ່າງ​ແຂວງ​ຈາກ​ນັ້ນ​ໄດ້​ນຳ​ຕົວ​ມາ​ສຶກສາ​ອົບຮົມ​ເພື່ອ​ໃຫ້​ຢຸດຕິ​ພຶດຕິ​ກຳ​ທີ່​ບໍ່​ດີດັ່ງກ່າວກ່ອນ​ໃຫ້​ປະກັນຕົວ.  ​ເຈົ້າໜ້າ​ທີ່​ຕ້ານ​ການ​ຄ້າ​ມະນຸດ​ ໃຫ້ຮູ້ວ່າ:ການເຄື່ອນ ໄຫວຂອງຂະ​ບວນ ການ​ຄ້າ​ມະນຸດ ​ແມ່ນ​ມີ​ລັກສະນະ​ແບບ​ຕ່ອງ​ໂສ້ ເຊິ່ງຜ່ານ​ການ​ມ້າງ​ຂະ​ບວນການ​ດັ່ງກ່າວ​ໃນ​ປີ 2012 ມີ​ຄະດີ​ການ​ຄ້າ​ມະນຸດ​ 11 ຄັ້ງ, ຄ້າ​ໂສ​ເພນີ 4 ​ເລື່ອງ ແລະ ກະທຳ​ຊຳ​ເລົາ​ເດັກ 2 ເລື່ອງ, ນອກຈາກ​ນີ້ ​ໄດ້​ລົງ​ແກ້​ໄຂ​ຮ້ານ​ກິນ​ດື່ມ​ທີ່​ມີ​ການ​ລັກລອບ​ຄ້າຂາຍ​ໂສ​ເພນີ​ຈຳນວນ 9 ຄັ້ງ, ລວມມີ 25 ຮ້ານ​ ​ແລະ ກັກ​ສາວ​ບໍລິການ​ໄດ້ 40 ກວ່າ​ຄົນ. ​ແລະ ເພື່ອ​ຢາກ ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ຫລຸດຜ່ອນ​ລົງທຸກ​ພາກສ່ວນ​ໃນ​ສັງຄົມ​ຕ້ອງ​​ເປັນ​ເຈົ້າ​ການ​​ຮ່ວມກັນແກ້​ໄຂຢ່າງ​ຈິງ​ຈັງ ​ ເພາະ​ບັນ​ຫາ​ດັ່ງ ກ່າວ​ເປັນສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​​ມີ​ປາກົດ​ການ​ຫຍໍ້​ທໍ້ໃນສັງຄົມ ​ແລະ ​ສົ່ງຜົນເຮັດໃຫ້ບົດບາດ ​ແລະ ກຽດສັກ​ສີ​ຂອງ​ແມ່ ຍິງ​ເສື່ອມ​ເສຍ. 

No comments:

Post a Comment