ວັນທີ 7 ມິຖຸນານນີ້, ທ່ານ ຄຳ ແດງ ຄຳພັນຂາວ ປະທານສະຫະ
ພັນກຳມະບານຮາກຖານທະນາຄານການຄ້າຕ່າງປະ ເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໃນນາມຕົວແທນຜູ້ອອກ
ແຮງງານ ຮ່ວມລົງນາມເຊັນສັນຍາແຮງງານ ລວມໝູ່ກັບທ່ານ ສຸກສະຫວັນ ໄຊຍະແສງ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວ
ມະຫາຊົນສາຂາ ແຂວງເຊກອງ ໃນນາມຕົວແທນ ຜູ້ໃຊ້ແຮງງານ ໂດຍມີທ່ານ ສີພັນດອນ ພົມມະສູນທອນ ປະທານສະຫະພັນກຳມະບານແຂວງ,
ຂະ ແໜງ ການກ່ຽວຂ້ອງ ແລະ ສະມາຊິກກຳມະບານພາຍໃນທະນາຄານດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນສັນຍາດັ່ງກ່າວ ແມ່ນ ເປັນການປະຕິບັດຕາມກົດໝາຍ
ວ່າດ້ວຍແຮງງານ ໝວດທີ IV, ໝວດທີ X, ມາດຕາທີ 23-60 ແລະ ກົດໝາຍວ່າດ້ວຍກຳມະ ບານລາວ ໝວດທີ
II, ມາດຕາທີ 11 ວ່າດ້ວຍການເຮັດສັນຍາແຮງງານລວມໝູ່ຕາມບໍ ລິສັດ, ໂຮງ ຈັກ-ໂຮງງານ ແລະ ການຜະລິດ
ຕ່າງໆ.
ຮອງຫົວໜ້າທະນາຄານການ ຄ້າຕ່າງປະເທດລາວ ມະຫາຊົນ
ສາຂາແຂວງເຊກອງ ກ່າວວ່າ: ສັນຍາແຮງງານລວມໝູ່ ລະ ຫວ່າງ ທຄຕລ ໃນນາມຜູ້ໃຊ້ແຮງ ງານ ກັບຮາກຖານກຳມະບານ
ຫລື ຕາງໜ້າພະນັກງານວິຊາ ການ ໃນນາມຜູ້ອອກແຮງງານ ປະກອບມີ 3 ພາກ, 6 ໝວດ, 29 ມາດຕາ, ມີກຳນົດເວລາ
3 ປີ ສາ ມາດປັບປຸງໄດ້ ພາຍຫລັງເຊັນ ສັນຍາໃນໄລຍະເວລາ 12 ເດືອນ ເຊິ່ງການເຊັນສັນຍາໃນເທື່ອນີ້
ເປັນການປະຕິບັດຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດ ໝາຍວ່າດ້ວຍກຳມະບານ ກໍຄືນິຕິ ກຳອື່ນໆທີ່ພັກ-ລັດຖະບານ
ແຫ່ງ ສປປ ລາວ ວາງອອກ. ທັງນີ້ກໍ ເພື່ອແນໃສ່ຮັບປະກັນສິດ, ພັນທະ ໃນສາຍພົວພັນ ແລະ ຜົນປະ
ໂຫຍດທັງສອງຝ່າຍ.
ໃນໂອກາດດຽວກັນ, ປະທານສະຫະພັນກຳມະບານແຂວງ ຍັງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງ
ການເຊັນສັນຍາລວມໝູ່ ໂດຍ ທ່ານໄດ້ຮຽກຮ້ອງມາຍັງສະມາຊິກກຳມະບານໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ວຽກງານກຳມະບານໃຫ້ຫລາຍ
ຂຶ້ນ, ພ້ອມກັນຈັດຕັ້ງປະຕິບັດສັນຍາແຮງງານລວມໝູ່ສະບັບນີ້ໃຫ້ເກີດຜົນປະໂຫຍດສູງສຸດ, ຖືກຕ້ອງ,
ເໝາະສົມກັບແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງສຳນັກງານໃຫຍ່ທະນາຄານການຄ້າຕ່າງປະເທດລາວມະຫາ
ຊົນວາງອອກ.
No comments:
Post a Comment