ສະພາບການຈັດຕັ້ງປະຕິບັດ ວຽກງານຂອງໂຄງການເກັບກູ້
ລະເບີດ (ຄກລ) ແຂວງຈຳປາສັກ ໃນໄລຍະ 13 ປີຜ່ານມາ ສາມດ ເກັບກູ້ລະເບີດບໍ່ທັນແຕກອອກ ຈາກເນື້ອທີ່ກະສິກຳ
ແລະ ອື່ນໆ ໄດ້ທັງໝົດ 2.270 ເຮັກຕາ ຫລື ເທົ່າກັບ 0,02% ຂອງເນື້ອທີ່ທັງ ໝົດ 50.000 ເຮັກຕາ.
ຂະນະທີ່ ຄວາມອາດສາມາດເກັບກູ້ໃນປະ ມານ 200-300 ເຮັກຕາ/ປີ, ທັງນີ້ ໄດ້ຄາດຄະເນວ່າ: ການເກັບກູ້ລະເບີດຢູ່ແຂວງ ດັ່ງກ່າວຍັງຈະໃຊ້ເວລາດົນກວ່າ 100 ປີຂ້າງໜ້າ.
ທ່ານ ຈັນທີ ພູມຍາ ຜູ້ປະ ສານງານຫ້ອງການເກັບກູ້ລະ
ເບີດແຂວງຈຳປາສັກ ເປີດເຜີຍ ວ່າ: ແຂວງຈຳປາສັກໄດ້ຮັບຜົນ ກະທົບຈາກສົງຄາມຢ່າງໜັກ ໜ່ວງ ໂດຍສະເພາະເມືອງປາກ
ຊ່ອງ ແລະ ເມືອງ ບາຈຽງຈະເລີນ ສຸກ. ດ້ວຍເຫດນັ້ນ, ພັກ-ລັດຖະ ບານ ຈຶ່ງໄດ້ຍາດແຍ່ງທຶນເພື່ອແກ້
ໄຂບັນຫາດັ່ງກ່າວ ເຊິ່ງນັບແຕ່ ສ້າງຕັ້ງໂຄງ ການເກັບກູ້ລະເບີດ ແຂວງຈຳປາສັກຂຶ້ນ ໃນປີ
1997 ໄດ້ສຸມໃສ່ເຮັດໜ້າທີ່ເກັບກູ້ລະ ເບີດບໍ່ທັນແຕກອອກຈາກເນື້ອທີ່
ກະສິກຳ, ເນື້ອທີ່ການພັດທະນາ
ແລະ ເນື້ອທີ່ ເປົ້າໝາຍ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ແຕ່ກໍພົບຄວາມຫຍຸ້ງ ຍາກຫລາຍສົມຄວນ
ໂດຍຜ່ານໄລຍະ 13 ປີທີ່ ຄກລ ດຳເນີນການໂດຍຄວາມ ພະຍາຍາມຫລາຍ ຈຶ່ງສາມດບັນ ລຸພຽງ 2.000 ກວ່າເຮັກຕາເທົ່າ
ນັ້ນ. ໃນໄລຍະເວລາດັ່ງກ່າວ ມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ ທັນແຕກ 70 ກວ່າຄົນ, ເສຍຊີວິດ
ກວ່າ 40 ຄົນ ແລະ ບາດເຈັບກວ່າ 25 ຄົນ. ຄຽງຄູ່ກັບການສຳຫລວດກວດກູ້ ແລະ ທຳລາຍລະເບີດຕົກຄ້າງແລ້ວ
ໂຄງການຍັງ ມີ ກິດຈະກຳໂຄສະນາເຜີຍແຜ່ຜົນຮ້າຍຂອງ ລະເບີດຢ່າງຕໍ່ເນື່ອງໂດຍຢ້ຳຕະຫລອດມາວ່າ:
ຖ້າຫາກພົບເຫັນລະເບີດຫ້າມ ຈັບບ າຍເດັດຂາດ ໃຫ້ແຈ້ງເຈົ້າໜ້າທີ່ໂຄງການ ໂດຍດ່ວນ. ຢ່າງໃດກໍຕາມ,
ທ່ານ ຈັນທີ ພູມຢາ ໄດ້ຮຽກຮ້ອງໃຫ້ລັດຖະບານສະໜັບ ສະໜູນດ້ານທຶນຮອນຕື່ມອີກເພື່ອຊ່ວຍປັບປຸງໜ່ວຍງານເກັບກູ້ລະເບີດໃຫ້ມີຄວາມເຂັ້ມແຂງກວ່າເກົ່າໃຫ້ສາມາດອັດຕາການ ເກັບກູ້ເພີ່ມຂຶ້ນເລື້ອຍໆໃນແຕ່ລະ
ປີ.
ສຳລັບຕົ້ນປີ
2013 ໄດ້ສຳເລັດການກວດກູ້ເນື້ອທີ່ທັງໝົດ 108 ເຮັກຕາ, ພົບ ແລະ ທຳລາຍລະ ເບີດ 1.000 ກວ່າ
ໜ່ວຍ, ໃນນັ້ນ ເປັນດິນກະສິກຳເກືອບ 100%, ມີ ຜູ້ໄດ້ຮັບຜົນປະໂຫຍດ 6.500 ກວ່າຄົນ. ຫລ້າສຸດໄດ້ສຳເລັດ
ການປະຕິ ບັດວຽກ ງານກວດກູ້ ແລະ ທຳລາຍລະເບີດໃນສະໜາມ ທີ 6 ຂອງປີນີ້ ໂດຍແມ່ນເນື້ອທີ່ ການຜະລິດກະສິກຳຂອງເມືອງປາກຊ່ອງ
ແຂວງຈຳສັກ ໃນເນື້ອທີ່ຫລາຍກວ່າ 40.000 ຕາແມັດ ເຊິ່ງໄດ້ພົບລະເບີດເກືອບ 200 ໜ່ວຍ. ຈາກນັ້ນການນຳເມືອງຈະ ໄດ້ແບ່ງປັນໃຫ້ປະຊາຊົນຜູ້ທີ່ບໍ່ມີເນື້ອທີ່ການຜະລິດໄດ້ປູກພືດກະສິກຳໂດຍສະເພາະກາເຟ
ແລະ ໄມ້ອຸດສາຫະກຳອື່ນໆ.
No comments:
Post a Comment