Ad

Ad

11 June 2013

ຜົນການເຂົ້າຮ່ວມງານວາງສະແດງສິນຄ້າທີ່ເມືອງຄຸນຫມິງ ສປ.ຈີນ ຂອງທ່ານ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ



            ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງເຈົ້າແຂວງ ຢຸນນານ ເພື່ອເຂົ້າຮ່ວມ ງານວາງ ສະແດງຈີນ-ອາຊີ ໃຕ້ຄັ້ງປະຖົມມະເລີກ ແລະ ງານວາງສະແດງສິນຄ້າ ຄຸນ ໝິງຄັ້ງທີ 21 ທີ່ຈັດຂຶ້ນ ໃນ ລະຫວ່າງວັນທີ 6-10 ມິຖຸນາ 2013 ທີ່ເມືອງຄຸນໝິງ ແຂວງ ຢຸນນານ ສປ ຈີນ, ຄະນະຜູ້ແທນລາວ ນຳໂດຍທ່ານ ສົມສະຫວາດ ເລັ່ງ ສະຫວັດ ຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດ ກໍ ໄດ້ເດີນທາງໄປຮ່ວມງານດັ່ງ ກ່າວ ແລະ ເຄື່ອນໄຫວຢ້ຽມ ຢາມ ເມືອງດັ່ງກ່າວທີ່ສະໜາມບິນ ສາງສຸຍ ຄຸນໝິງ.     
           ໃນຕອນແລງຂອງວັນທີ 5 ມິຖຸນາ,  ຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນ ຮັບຂອງແຂວງ ເຈົ້າພາບຮ່ວມກັບຄະນະຜູ້ແທນຂັ້ນສູງຂອງ ສປ.ຈີນ, ບັນດາປະເທດອາຊຽນ, ປະເທດອາຊີໃຕ້ ແລະ ອາຟຣິກາ  ແລະ ຈາກນັ້ນ, ຄະນະກໍໄດ້ເດີນທາງເຂົ້າຮ່ວມຊົມການສະແດງສິລະປະວັດທະນະທຳ ຢູ່ສະໜາມກິລາ ສິ່ນຢ້າໂຈ່ ເຊິ່ງເປັນການສະແດງ ທີ່ເຕັມໄປ ດ້ວຍແສງ,  ສີ,ສຽງຢ່າງ ຕະການຕາ ໂດຍມີນັກສະແດງຫຼາຍຮ້ອຍຄົນ ທີ່ສ່ອງແສງໃຫ້ເຫັນເຖິງເອກະລັກ, ວັດທະນະທຳຂອງ ເມືອງຄຸນໝິງ ກໍຄືແຂວງຢຸນນານ ແລະ ສະແດງໃຫ້ເຫັນ ການເຊື່ອມໂຍງ, ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງຈີນ ກັບບັນດາປະເທດໃນພາກພື້ນກໍຄືສາກົນ.     

           ໃນຕອນເຊົ້າຂອງວັນ ທີ 6 ມິຖຸນາ ໄດ້ຈັດພິທີເປີດງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງປະຖົມມະເລີກ ແລະ ງານວາງສະແດງ ສິນຄ້າຄຸນໝິງຄັ້ງທີ 21 ຂຶ້ນຢ່າງ ເປັນທາງການຢູ່ຫໍວາງສະແດງ ຄຸນໝິງ ເຊິ່ງມີຄະນະຜູ້ແທນຂັ້ນ ສູງ ຂອງ ສປ.ຈີນ, ບັນດາປະເທດ ອາຊຽນ, ປະເທດອາຊີໃຕ້, ອາຟຣິ ກາ ແລະ ບັນດານັກທຸລະກິດ ທີ່ ມາວາງສະແດງ ຫຼາຍຮ້ອຍຮ້ານ ຄ້າເຂົ້າຮ່ວມງານຫຼວງຫຼາຍ.ໃນ ໂອກາດດຽວກັນນີ້ໂດຍຕາງໜ້າ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ຂຶ້ນກ່າວຄຳ ເຫັນ ຕໍ່ພິທີວ່າ:ງານດັ່ງກ່າວມີ ຄວາມໝາຍເລິກເຊິ່ງ ແລະ ສຳ ຄັນຫຼາຍ ເພາະເປັນການຜັນຂະ ຫຍາຍແຜນປະຕິຮູບ ແລະ ເປີດ ປະຕູສູ່ພາຍນອກຂອງລັດຖະບານ ຈີນ ໂດຍສະເພາະຍຸດທະສາດສົ່ງ ເສີມວິສາຫະກິດຈີນກ້າວສູ່ໂລກ. ພ້ອມກັນນັ້ນ ຍັງເປັນການຊຸກຍູ້ຍຸດທະສາດການ ສ້າງໃຫ້ແຂວງ ຢຸນນານກາຍເປັນ “ປ້ອມຫົວຂົວ” ທີ່ສຳຄັນໃນການຫັນໜ້າສູ່ຕາ ເວັນຕົກສຽງໃຕ້ ແລະ ເພື່ອເຮັດ ໃຫ້ການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມ ກັນກັບບັນດາປະເທດອ້ອມຂ້າງ ປາກົດຜົນເປັນຈິງ. ນອກນັ້ນ ຍັງ ສ່ອງແສງໃຫ້ເຫັນແນວທາງການ ຕ່າງປະເທດຂອງພັກກອມມູນິດ ຈີນ ທີ່ໄດ້ກຳນົດອອກໃນກອງປະ ຊຸມໃຫຍ່ຄັ້ງທີ XVIII ທີ່ວ່າ: ຈະເພີ່ມທະວີຮັດແໜ້ນມິດຕະພາບ ແລະ ການຮ່ວມມືກັບບັນດາ ປະ ເທດໃກ້ຄຽງ, ເຮັດໃຫ້ການພັດ ທະນາຂອງຈີນ ສາມາດສ້າງຜົນ ປະໂຫຍດໃຫ້ປະເທດໃກ້ຄຽງໄດ້ ຫຼາຍກວ່າເກົ່າ.          
           ຮອງນາຍົກ ກ່າວວ່າ : ງານວາງສະແດງ ຈີນ-ອາຊີໃຕ້ ໄດ້ຖືເອົາ “ການຊຸກຍູ້ສົ່ງເສີມ ຮອບດ້ານ ແລະ ການ ພັດທະນາລະຫວ່າງ ຈີນ ແລະ ອາຊີໃຕ້” ເປັນທິດນຳລວມ ແລະ ຖືເອົາ “ການເປີດປະຕູຕໍ່ກັນ, ຮ່ວມມື ກັນຢ່າງເປັນ ຮູບປະທຳ, ອໍານວຍຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ພັດທະນາໄປຢ່າງກົມ ກຽວກັນ” ເປັນຄຳຂວັນຕົ້ນຕໍ. ທັງ ໝົດນີ້ແມ່ນສອດຄ່ອງກັບກະແສຂອງໂລກທີ່ວ່າ: “ອາໄສເຊິ່ງ ກັນ ແລະ ກັນ, ຮ່ວມມືກັນພັດທະນາ” ເຊິ່ງບັນດາປະ ເທດໃນໂລກ ໂດຍສະເພາະບັນດາປະເທດ ພວມພັດທະນາລວມທັງ ສປປ ລາວ ລ້ວນແຕ່ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່.ລັດຖະບານ ລາວ ໃຫ້ຄວາມສຳຄັນສູງຕໍ່ ງານວາງສະແດງທັງສອງນີ້ຄື ງານວາງສະແດງສິນຄ້າ ນັບແຕ່ ຄັ້ງທີ 1 ຈົນຮອດຄັ້ງທີ 21 ນີ້ ສປປ ລາວ ໄດ້ແຕ່ງຄະນະຜູ້ແທນລັດຖະບານຂັ້ນສູນກາງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາແຂວງ, ນະຄອນ ແລະ ພາກທຸລະກິດ ເປັນຄະນະໃຫຍ່ມາຮ່ວມ. ສິນຄ້າທີ່ ນຳມາວາງສະແດງປະກອບມີ ຜະລິດຕະພັນຫຼາຍຊະນິດ ເປັນຕົ້ນ ຜະລິດຕະພັນກະສິກຳ, ຫັດຖະກຳ, ເຄື່ອງປະດັບ ແລະ ອື່ນໆ ເຊິ່ງເຊື່ອໝັ້ນວ່າ: ຜ່ານງານວາງສະແດງດັ່ງກ່າວທີ່ເປັນເວທີສຳ ຄັນສຳລັບການຮ່ວມມືໃນລະດັບ ສາກົນຈະຊຸກຍູ້ຢ່າງແຂງແຮງຕໍ່ ສາຍ ພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ແລະ ເປັນການເພີ່ມທະວີຄວາມ ເຂົ້າອົກເຂົ້າໃຈຂອງບັນ ດາປະເທດອາຊີໃຕ້ ແລະ ອາຊີອາຄະເນ ຕໍ່ປະເທດລາວ.ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ຂໍເຊື້ອເຊີນບັນ ດາຜູ້ແທນ ແລະ ເພື່ອນ ມິດທັງຫຼາຍໄປສຳຜດຕົວຈິງ ກັບປະເທດລາວເພື່ອຊອກຫາໂອກາດໃນການຮ່ວມມື ແລະ ລົງທຶນເຮັດທຸລະກິດຢູ່ ສປປ.ລາວ ໃຫ້ຫລາຍຂຶ້ນ.     
          ໃນຕອນບ່າຍຂອງມື້ດຽວ ກັນ, ກໍໄດ້ມີການພົບປະລະຫວ່າງ ຮອງນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ມາໄຄ່ ຮອງນາ ຍົກລັດຖະມົນຕີ ແຫ່ງ ສປ.ຈີນ. ທັງສອງຝ່າຍຕ່າງກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໂດຍສະ ເພາະການປະຕິບັດເນື້ອໃນຈິດໃຈ ຂອງສອງພັກ-ສອງລັດໃນການ ເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ. ພ້ອມນີ້ ພັກ-ລັດ ສອງປະເທດ ຍັງໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໄປມາຫາສູ່ ກັນເປັນປະຈຳ; ດ້ານເສດຖະກິດ ເຫັນວ່າການຄ້າຂອງສອງປະເທດມີການເຕີບໃຫຍ່ທີ່ໄວລວມ ເຖິງການຮ່ວມ ມືຊ່ວຍເຫຼືອ ແລະ ການລົງທຶນທີ່ນັບມື້ນັບຂະຫຍາຍ ຕົວຫຼາຍຂຶ້ນ. ພ້ອມນີ້, ຝ່າຍລາວ ກໍໄດ້ສະແດງຄວາມຂອບ ໃຈທີ່ ສປ.ຈີນ ໄດ້ໃຫ້ການຊ່ວຍເຫຼືອ ສປປ.ລາວ ມາໂດຍຕະຫຼອດ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ ເປັນຕົ້ນກໍແມ່ນໃຫ້ການຊ່ວຍເຫຼືອ ສປປ.ລາວ ຢ່າງຫຼວງ ຫຼາຍໃນການກະກຽມກອງປະຊຸມສຸດຍອດອາແຊັມ ອັນ ເປັນການປະກອບສ່ວນເຮັດໃຫ້ກອງປະຊຸມມີຜົນສຳເລັດຢ່າງຈົບງາມ; ສອງຝ່າຍຍັງໄດ້ແລກປ່ຽນຄຳ ຄິດຄຳເຫັນ ໃນບັນຫາທີ່ຕ່າງ ຝ່າຍຕ່າງມີຄວາມສົນໃຈໂດຍ ສະເພາະການຊຸກຍູ້ຮັດແໜ້ນສາຍ ພົວພັນຂອງສອງພັກ-ລັດ ກໍຄືປະ ຊາຊົນສອງຊາດ ລາວ-ຈີນ ໃຫ້ ນັບມື້ນັບຂະຫຍາຍຕົວ. ໃນຕອນທ້າຍ, ຝ່າຍຈີນຍັງໄດ້ສະແດງຄວາມຂອບໃຈຕໍ່ ຝ່າຍລາວ ທີ່ໄດ້ນຳພາຄະນະຜູ້ແທນມາຮ່ວມງານໃນເທື່ອນີ້.      
               ນອກຈາກນີ້, ທ່ານ ສົມ ສະຫວາດ ເລັ່ງສະຫວັດ ກໍຍັງໄດ້ ໃຫ້ການຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງ ທ່ານ ເຊັງຫວູ ປະ ທານເຂດປົກຄອງຕົນເອງກວງຊີ ແລະ ຄະນະ ເຊິ່ງທັງສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນ ການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະນັບແຕ່ການນຳຮຸ່ນທຳອິດໃນສະໄໝເຮັດການປະຕິວັດປົດປ່ອຍຊາດ ຈົນເຖິງປັດຈຸບັນ ເຊິ່ງເຫັນວ່າ ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ຊຸກຍູ້ການ ແລກປ່ຽນກັນຫຼາຍຂຶ້ນ ເປັນຕົ້ນ ການແລກປ່ຽນບົດຮຽນດ້ານເຕັກ ນິກການຜະລິດກະສິກຳເປັນສິນ ຄ້າທີ່ທັນສະໄໝ. ພ້ອມນີ້, ຝ່າຍ ເຂດປົກ ຄອງ ຕົນເອງກວາງຊີ ກໍ ໄດ້ເຊື້ອເຊີນຄະນະຜູ້ແທນຂັ້ນສູງ ຂອງລາວ ເຂົ້າຮ່ວມງານວາງ ສະແດງ ຈີນ-ອາຊຽນ ທີ່ຈະໄດ້ ຈັດຂຶ້ນຢ່າງຍິ່ງໃຫຍ່ໂອກາດຄົບ ຮອບ 10 ປີ ສາຍພົວພັນ ຈີນ-ອາ ຊຽນ ແລະ ໃນລະຫວ່າງການ ເຄື່ອນໄຫວຢ້ຽມ ຢາມເມືອງຄຸນ ໝິງ, ຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໃຫ້ການຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ລິວຜິງ ທີ່ປຶກສາຄະນະປົກ ຄອງແຂວງ ຢຸນນານ ເຊິ່ງທັງ ສອງຝ່າຍກໍໄດ້ແລກປ່ຽນຄຳ ຄິດຄຳເຫັນກັນ ຢ່າງກົງ ໄປກົງມາ ໂດຍສະເພາະແຂວງຢຸນນານທີ່ ເປັນແຂວງມີຊາຍແດນຕິດຈອດ ກັບ ລາວ ແລະ ຍັງເປັນແຂວງ ແຮກ ສ່ຽວກັບແຂວງຢູ່ພາກເໜືອ ຂອງລາວ ໂດຍໄດ້ໃຫ້ການຊ່ວຍ ເຫຼືອ ສປປ.ລາວ ມາໂດຍຕະ ຫຼອດ ເປັນຕົ້ນການຊຸກ ຍູ້ໃຫ້ແກ່ ການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກ. ພ້ອມນີ້, ຕາງໜ້າໃຫ້ແກ່ແຂວງຢຸນນານກໍໄດ້ສະແດງຄວາມ ຕ້ອນຮັບຊົມເຊີຍຕໍ່ຄະນະຜູ້ແທນລາວທີ່ເດີນທາງມາ ຮ່ວມສອງງານວາງສະແດງດັ່ງກ່າວນີ້.       
       ພ້ອມນີ້, ຮອງນາຍົກລັດຖະ ມົນຕີ ແລະ ຄະນະ ຍັງໄດ້ເຄື່ອນ ໄຫວຢ້ຽມຢາມພື້ນຖານເສດຖະ ກິດຈຳນວນ ໜຶ່ງ ແລະ ເດີນທາງ ກັບນະຄອນຫຼວງວຽງຈັນ ໃນ ວັນທີ 9 ມິຖຸນານີ້ ດ້ວຍຄວາມສະ ຫວັດດີພາບ.

No comments:

Post a Comment