ຕາມການລາຍງານຂອງ ທ່ານ ດຣ ຈັນທະໄລ
ໄຊຍະວົງ ຫົວໜ້າຂະແໜງລະບາດ ວິທະ ຍາ,ພະແນກສາທາ ລະນະສຸກ ນະຄອນຫຼວງໃນວັນທີ 7 ມິຖຸນາ
ນີ້ໃຫ້ຮູ້ວ່າ:ປັດ ຈຸບັນ,ສະ ພາບການລະບາດຂອງພະຍາດ ໄຂ້ຍຸງລາຍ (ໄຂ້ເລືອດອອກ) ຢູ່
ນະຄອນ ຫຼວງວຽງຈັນຍັງສືບ ຕໍ່ຂະຫຍາຍຕົວຢ່າງໜ້າເປັນ ຫ່ວງໂດຍອີງຕາມຕົວເລກຈາກ
ໜ່ວຍ ເຝົ້າລະວັງເກັບກຳໄດ້ນັບ ແຕ່ຕົ້ນປີ2013 ມາຮອດປັດຈຸບັນ
ມີຜູ້ຕິດເຊື້ອພະຍາດ ໄຂ້ຍຸງ ລາຍ ແລ້ວ 1 ພັນກວ່າ ກໍລະນີ ແລະ ມີເສຍຊີວິດແລ້ວ 8
ກໍລະນີ,ສ່ວນ ຫຼາຍແມ່ນເກີດ ຂຶ້ນຢູ່ບ້ານທ່ີເຄີຍ ເກີດການລະບາດມາກ່ອນ,ໃນນີ້ ເມືອງທີ່ລະບາດໜັກກວ່າໜູ່ ແມ່ນ ເມືອງ
ໄຊທານີ,ຮອງລົງມາແມ່ນເມືອງ ຫາຍຊາຍຟອງ, ເມືອງໄຊເສດຖາ, ເມືອງສີ ສັດຕະ ນາກ, ເມືອງຈັນທະບູລີ,
ສີໂຄດຕະບອງ, ເມືອງປາກງື່ມ ແລະ ເມືອງນາຊາຍທອງ.
ຕໍ່ສະພາບດັ່ງກ່າວ, ກະຊວງສາທາລະນະສຸກ ແລະ
ພະ ແນກສາທາລະນະສຸກນະຄອນ ຫຼວງໄດ້ສຸມໃສ່ປຸກ ລະດົມ, ສຶກ ສາອົບ ຮົມປະຊາຊົນຢູ່ ເມືອງ
ຕ່າງໆໂດຍສະເພາະບ່ອນທີ່ມີການລະບາດຂອງໄຂ້ຍຸງລານີ້ ພ້ອມຜັນຂະ ຫຍາຍເນື້ອໃນ
ກອງປະຂຸມຂອງເຈົ້າ ຄອງໃນ ວັນທີ 6 ພຶດສະພາຜ່ານມາໂດຍການປຸກລະດົມທຸກຂະແໜງການ ໃຫ້ ມີສ່ວນຮ່ວມໃນ
ການສະກັດ ກັ້ນພະຍາດດັ່ງກ່າວໂດຍ ສະເພາະ ແມ່ນການສ້າງອາສາສະໝັກ ຢູຂັ້ນບ້ານ, ເພື່ອສ້າງ ຂະບວນການຕ້ານໄຂ້ຍຸງ,
ພ້ອມນັ້ນຍັງສ້າງຂະບວນການອະ ນາໄມເພື່ອ
ກະກຽມໃສ່ກອງປະຊຸມໃຫຍ່ອົງຄະນະພັກ ນະຄອນຫຼວງທ່ີຈະມາເຖິງ.
ນອກນັ້ນຢູ່ບ່ອນທີ່ມີໄຂ້ຍຸງລະບາດໜັກ ແລະ ມີຜູ້ເສຍ ຊີວິດ, ທາງສາທາລະນະສຸກ ໄດ້ໄປ
ສີດຢາເພື່ອຂ້າຍຸງດ່ວນ ແລະ ສ້າງຂະບວນການອະນາໄມ້ ທຳ ລາຍແຫຼ່ງຂະຫຍາຍພັນໜອນ ນ້ຳຍຸງລາຍທຸກໆ
ອາທິດ ແລະ ສົ່ງທີມງາມສຸຂະສຶກສາຈາກກະຊວງ ສາທາສະນະສຸກລົງໄປໃຫ້ຄວາມຮູ້ໃນການສະກັດກັ້ນພະຍາດ
ດັ່ງ ກ່າວຢູ່ຕາມເຮີອນຊານບ້ານຊ່ອງ, ໂຮງຈັກໂຮງງານແລະຕະຫຼາດຕ່າງໆ ແລະ ສົ່ງເສີມການລ້ຽງປາຫາງນົກຍຸງ
ເພື່ອກິນໜອນ ນ້ຳຍຸງລາຍ ແລະ ຫຼຸດການຂະຫຍາຍພັນຂອງຍຸງ.
ທ່ານ ດຣ ຈັນທະໄລ ຍັງກ່າວ
ອີກວ່າ:ໃນສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນ ເປັນ ເຈົ້າການ ຮ່ວມກັນໃນການຮັກ ສາອະນາໄມ
ແລະ ທຳລາຍທີ່ຢູ່ອາໄສຂອງຍຸງຢູ່ຕາມເຮືອນຊານບ້ານຊ່ອງຂອງຕົນ ແລະ ເປັນ ເຈົ້າການບອກຕໍ່ຜູ້ອື່ນເພື່ອ ບໍ່ໃຫ້ຍຸງກັດ ໂດຍການນອນໃນມຸ້ງ
ແລະ ເຮັດອະນາໄມສິ່ງແວດລ້ອມໃຫ້ດີ. ຖ້າທຸກຄົນ ເຮັດໄດ້ຕາມໜ່ວຍໂຄສະນາອົບຮົມຂອງສາທາງ ລະນະສຸກໄດ້ລົງໄປບອກ,
ແນ່ນອນວ່າພະຍາດດັ່ງກ່າວຈະຫຼຸດ ໜ້ອຍຖອຍລົງ ແລະ ຈະບໍ່ແພ່ລາມອອກສູ່ວົງກວ້າງ.
No comments:
Post a Comment