Ad

Ad

11 June 2013

ລາວ-ໄທ ຮ່ວມຫາລືການເກັບອາກອນຢາສູບ



   ໃນວັນທີ 10 ມິຖຸນານີ້ຢູ່ໂຮງແຮມ ດອນຈັນພາເລດ ນະຄອນຫລວງວຽງຈັນ, ກົມພາສີ ແລະກົມສ່ວຍສາ ອາກອນ ກະຊວງການເງິນ ສປປ ລາວ ແລະ ກົມສັບພະສາມິດ ກະ ຊວງການຄັງ ແຫ່ງຣາຊະອານາຈັກໄທ ໄດ້ ຈັດກອງປະຊຸມຮ່ວມເປັນຄັ້ງທຳ ອິດເພື່ອປຶກ ສາຫາລື ແລະ ແລກປ່ຽນ ບົດຮຽນການເກັບອາກອນຈາກຜະລິດ ຕະພັນຢາສູບຫລັງ ຜ່ານມາ ການເກັບອາກອນຢາສູບຢູ່ລາວຍັງບໍ່ ທັນປະຕິບັດໄດ້ເຕັມເມັດເຕັມໜ່ວຍ ຕາມກົດໝາຍ ກຳນົດໄວ້.
     ທ່ານ ອາດສະພັງທອງ ສີພັນດອນ ຫົວໜ້າກົມພາສີແຫ່ງ ສປປ ລາວ ໄດ້ມີຄຳເຫັນ ໃນກອງປະຊຸມວ່າ: ກອງ ປະຊຸມຄັ້ງນີ້ ຈະເປັນການທາບທາມ ໃນຂັ້ນຕອນຂອງການ ຮ່ວມມືລະ ຫວ່າງປະເທດສະມາຊິກອາຊຽນ ໂດຍ ສະເພາະແມ່ນວຽກງານການຈັດເກັບອາກອນຢາສູບ, ການວາງມາດຕະການ ຄວບຄຸມ ແລະ ສະກັດກັ້ນການ ລັກ ລອບໜີພາສີ ຫລື ຢາສູບເຖື່ອນອື່ນໆ. ນອກຈາກນີ້ ຍັງໄດ້ເວົ້າເຖິງເຄື່ອງ ມືໃນການຄວບຄຸມການ ບໍລິໂພກ ຢາສູບ ໂດຍຜ່ານກົນໄກຂອງອາ ກອນຊົມໃຊ້ ແລະ ພັນທະທາງພາສີຕ່າງໆ, ແຕ່ວ່າໂຄງສ້າງ, ລະບົບການຄຸ້ມຄອງດ້ານພາສີ ແລະ ອາກອນຂອງແຕ່ລະປະເທດສະມາຊິກອາຊຽນຍັງມີຄວາມແຕກຕ່າງກັນ, ດັ່ງນັ້ນບັນດາປະເທດສະມາ ຊິກອາ ຊຽນຈະຕ້ອງ
ມີກົນໄກການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການ ໂດຍສະເພາະແມ່ນການຈັດເກັບ ອາກອນ ຢາສູບ, ຂັ້ນຕອນການຄວບຄຸມ ແລະ ການສະກັດກັ້ນການລັກລອບນຳເຂົ້າຢາສູບ ແລະ ມາດຕະການຕໍ່ຜູ້ກະທຳຜິດ.
    ທ່ານ ລຳເງິນ ຕານລະມະນີ ຮອງຫົວໜ້າກົມສ່ວຍສາອາກອນ ລາວ ກ່າວວ່າ: ຢາສູບ ແມ່ນຜະລິດຕະພັນທີ່ຈັດ ເຂົ້າໃນປະເພດສີນ ຄ້າຟຸມເຟືອຍ ແລະ ສປປ.ລາວ ໄດ້ຈັດເຂົ້າໃນການເກັບພາສີອາກອນຊົມໃຊ້ເຊິ່ງຜ່ານມາ, ການ ຈັດເກັບລາຍຮັບຈາກຜະລິດຕະ ພັນດັ່ງ ກ່າວກໍໄດ້ຫລາຍສົມຄວນ ແຕ່ເມື່ອທຽບໃສ່ບັນດາປະເທດໃກ້ຄຽງເຫັນວ່າ ຍັງມີຕົວ ເລກຕ່ຳຫລາຍ ໂດຍສະເພາະປະເທດໄທຖື ວ່າປະສົບຜົນສຳເລັດຫລາຍໃນການເກັບພາສີອາກອນຈາກ ຜະລິດຕະພັນຢາສູບ.
      ເຈົ້າໜ້າທີ່ກົມສ່ວຍສາ ອາກອນຂອງລາວ ໃຫ້ຮູ້ວ່າ: ສ ປປ ລາວ ໄດ້ມີການຈັດເກັບອາ ກອນຊົມໃຊ້ ໂດຍອັດ ຕາໃນການເກັບອາ ກອນດັ່ງກ່າວແມ່ນເລີ່ມ ແຕ່ 5%-90% ອີງຕາມການຄິດໄລ່ ຈາກປະເພດສີນຄ້າຟຸມເຟືອຍແຕ່ ລະລະດັບ. ສະເພາະຢາສູບແມ່ນ ສີນຄ້າທີ່ຕ້ອງເກັບອາກອນຊົມໃຊ້ ເຖິງ 60% ຕາມລະບຽບກຳນົດ ໄວ້, ແຕ່ປັດຈຸ ບັນການເກັບອາ ກອນຕົວຈິງແມ່ນເຮັດໄດ້ພຽງ ແຕ່ 25% -30% ເທົ່ານັ້ນ ເນື່ອງ ຈາກການເກັບພາສີອາກອນຢາ ສູບຢູ່ປະເທດເຮົາມີສອງອັດຕາ ຄືເກັບແບບອັດຕາເດັດຖານ ແລະ ອັດຕ າທຽບຖານ ແລະ ອີກ ບັນຫາໜຶ່ງແມ່ນ ບໍ່ໄດ້ແຍກການເກັບພາສີແບບແຕ່ລະປະເພດຂອງຢາສູບ ແລະ ໃນປີ 2012 ຜ່ານມາບັນຫາ ການສະກັດກັ້ນຢາສູບ ເຖື່ອນກໍສະມາດຢຶດຢາສູບນຳເຂົ້າຜິດກົດໝາຍໄດ້ເກືອບ 300 ຫີບ.

No comments:

Post a Comment