ໃນຕອນເຊົ້າຂອງວັນທີ 10
ມິຖຸນານຢູ່ໂຮງແຮມລ້ານຊ້າງ ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ ຮ່ວມກັບກະ ຊວງສາທາລະນະສຸກ ໄດ້ຈັດ ກອງປະຊຸມປຶກສາຫາລື ແລະ ລະດົມ ການມີສ່ວນຮ່ວມຂອງ
ສື່ມວນຊົນໃນ ການ ໂຄສະນາເຜີຍ ແຜ່ຄວາມຮູ້ກ່ຽວກັບວິທີການ ປ້ອງກັນ, ແກ້ໄຂ ແລະ ສະ ກັດກັ້ນ
ພະຍາດໄຂ້ ເລືອດອອກເພື່ອກະ ກຽມໃສ່ວັນ ຕ້ານໄຂ້ເລືອດອອກ ອາຊຽນ ວັນທີ 18 ມິຖຸນາ 2013
ທີ່ຈະມາເຖິງນີ້ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຫຼາຍ ພົມມະສັກ ຫົວໜ້າກົມ ຄວບຄຸມ
ພະຍາດຕິດຕໍ່ກະ ຊວງສາທາລະນະສຸກ ແລະ ທ່ານ ໄວໂຍລິນ ພຣະສະຫວັດ ຮອງຫົວໜ້າຫ້ອງການ ກະຊວງ ຖະແຫຼງຂ່າວ,
ວັດ ທະນະທຳ ແລະ ທ່ອງທ່ຽວ, ມີບັນດາ ຫົວໜ້າຫ້ອງການ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆ
ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຈັດ ຂຶ້ນເພື່ອປຶກສາຫາລື
ແລກປ່ຽນຄວາມຮູ້, ຄວາມເຂົ້າ ໃຈກ່ຽວກັບ ວິທີການປ້ອງ ກັນ, ແກ້ໄຂ ແລະ
ສະກັດກັ້ນພະຍາດໄຂເລືອດອອກ ໃຫ້ແກ່ສື່ມວນຊົນເພື່ອປະກອບສ່ວນເຂົ້າໃນ ການປຸກລະດົມ ຂົນ
ຂວາຍປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດມີຄວາມເຂົ້າໃຈ ແລະ ເປັນເຈົ້າຕົນເອງໃນການຕ້ານ
ແລະ ສະກັດກັ້ນເຊື້ອພະຍາດໄຂ້ເລືອດອອກໂດຍ ຍຸງລາຍເປັນພາຫະນະນຳເຊື້ອ.
ກອງປະຊຸມຍົກໃຫ້ເຫັນວ່າ:
ພະຍາດໄຂ້ເລືອດອອກເປັນພະ ຍາດຕິດຕໍ່ທີ່ຮ້າຍແຮງ ແລະ ອັນຕະລາຍຈົນ ເຖິງຂັ້ນເສຍຊີວິດ
ຫາກປິ່ນປົວບໍ່ທັນ ເຊິ່ງມັກເກີດຂຶ້ນໃນລະດູຝົນໂດຍມີຍຸງລາຍ ເປັນພາຫະນະນຳເຊື້ອ. ປັດຈຸບັນ
ພະຍາດດັ່ງກ່າວໄດ້ແຜ່ກະຈາຍໄປ
ທົ່ວໂລກ ເຊິ່ງສ່ວນໃຫຍ່ແມ່ນ ຢູ່ບັນດາປະເທດເຂດຮ້ອນ ແລະ
ອົບອຸ່ນ. ມີລາຍ ງານວ່າ: ໃນໄລຍະ 10 ປີຜ່ານມານີ້ ຢູ່ຂົງເຂດພາກ ພື້ນອາຊີປາຊີຟິກ
ມີຄົນເຈັບທີ່ຕິດ ເຊື້ອພະຍາດດັ່ງກ່າວ ເພີ່ມຂຶ້ນ ທົບເຄິ່ງ ໃນນັ້ນສະເພາະອາຊີປາຊິກຟິກກວມເຖິງ
75 % ຂອງຈຳ ນວນ ຄົນທີ່ຕິດເຊື້ອທັງໝົດໃນທົ່ວໂລກ ແລະ ມາຮອດປັດຈຸບັນນີ້ກໍຍັງບໍ່ທັນມີຢາວັກຊິນ
ແລະ ການປິ່ນປົວໃດໆເພື່ອຂ້າເຊື້ອໄວຣັດ ນີ້ເທື່ອ ນອກຈາກ ຈະມີພຽງ ການ
ປິ່ນປົວທຳມະດາເພື່ອຫຼຸດຜ່ອນ ແລະ ບັນເທົາອາການຂອງຄົນ
ເຈັບເທົ່ານັ້ນ.ທີ່ໜ້າເປັນຫ່ວງຍິ່ງ ກວ່ານັ້ນແມ່ນ ປັດຈຸບັນພະຍາດດັ່ງກ່າວ
ໄດ້ແຜ່ກະຈາຍໄປສູ່ຂົງ ເຂດອື່ນໆທີ່ຍັງບໍ່ເຄີຍພົບຜູ້ເຈັບປ່ວຍຍ້ອນພະຍາດນີ້ມາກ່ອນອັນ
ໄດ້ນຳເອົາຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນມາສູ່ປະຊາຊົນຢູ່ປະ ເທດຕ່າງໆ.
ເຖິງແນວໃດກໍຕາມ,ພະຍາດ
ທີ່ວ່ານີ້ສາມາດປ້ອງກັນ ແລະ ສະກັດກັ້ນໄດ້ ໂດຍການນອນໃນ ມຸ້ງທຸກຄັ້ງບໍ່ ວ່າກາງເວັນ
ຫຼື ກາງ ຄືນ,ສິດຢາກັນຍຸງ ແລະ ທາຢາ ກັນຍຸງຕາມຕົນໂຕ ເພື່ອປ້ອງກັນ ບໍ່ໃຫ້ຍຸງກັດ,
ໄຕ້ຢາອູດຍຸງ ເພື່ອ ໄລ່ຍຸງອອກຈາກເຮືອນ,
ປິດຝາ ພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາ ໄຂ່ໃສ່,ປ່ຽນ ນ້ຳ ແລະ
ຜັດຖູພາ ຊະນະຕ່າງໆ, ປ່ອຍປາຫາງນົກ ຍຸງເພື່ອກິນໜອນນ້ຳ, ໝັ່ນອະນາ ໄມສິ່ງແວດລ້ອມອ້ອມ ເຮືອນ
ເປັນປະຈຳ, ອະນາໄມບ່ອນທີ່ມີຍຸງລາຍລີ້ຊ້ອນເຊັ່ນ: ກະໂປະ, ກະປ່ອງນ້ຳ,ໂຖ, ໄຫ,
ເຕົາດອກໄມ້ ແລະ ອື່ນໆ... ຫາກມີອາການໄຂ້ ສູງ 38 ອົງສາຕະຫຼອດເວລາ, ເຈັບຫົວແຮງ, ປວດເບົ້າຕາ,
ປວດຕາມກ້າມຊີ້ນ ຫຼື ຂໍ້ກະດູກ, ບາງເທື່ອອາດມີຜື່ນແດງຕາມຜິວໜັງ ຫຼື ມີຈຸດຊ້ຳເລືອດຄວນໄປ
ພົບແພດໂດຍດ່ວນເພື່ອຕິດຕາມ ອາການ, ເຊື້ອພະ ຍາດ ແລະ ປິ່ນ ປົວຕາມຫຼັກການເພາະພະຍາດ
ໄຂ້ເລືອດອອກຍັງບໍ່ມີຢາປິ່ນປົວ ສະເພາະມີແຕ່ປ້ອງກັນ ແລະ ຄວບຄຸມແຫຼ່ງຂະຫຍາຍພັນຍຸງລາຍເທົ່ານັ້ນ.
No comments:
Post a Comment